2
ໄຟໄໝ້ ຮ້ານຂາຍເຄື່ອງ ຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ ຕະຫຼາດດາວເຮືອງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 4 March, 2025
ໝວດ: ຂ່າວ

ເວລາ 1:10 ໂມງ ຂອງວັນທີ 4 ມີນາ 2025,​ ເກີດເຫດໄຟໄໝ້ ຮ້ານຂາຍເຄື່ອງຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ​ (ຕະຫຼາດດາວເຮືອງ) ນະຄອນປາກເຊ, ແຂວງຈໍາປາ ສັກ.

ທ່ານ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການບໍລິຫານ ບໍລິສັດ ບໍລິການ​ ການຄ້າ​ປາກເຊ​ ຜູ້ຊີ້ນໍາວຽກງານຮັກສາ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼາດໃໝ່ປາກເຊ ໃຫ້ຂໍ້ມູນວ່າ: ເວລາປະມານ 1:10 ໂມງ ໄດ້ເກີດເຫດການໄຟໄໝ້ ເຮືອນຫ້ອງແຖວ ສອງຊັ້ນ ຢູ່ຂ້າງຕະຫຼາດ ດ້ານໜ້າ ແປະກັບເສັ້ນທາງໃຫຍ່ ຈາກສະ ໜາມກິລາ ໄປຫາວົງວຽນປາຄ່າດ້ານຂ້າງຕິດກັບທາງເຂົ້າຕະຫຼາດ (ບໍ່ແມ່ນຂອບ ເຂດຕະຫຼາດ ແຕ່ມີພື້ນທີ່ເຊື່ອມຕໍ່ກັບຕະຫຼາດ).

ເມື່ອເກີດເຫດ, ເວລາ 1:20 ໂມງ, ຄະນະຮັບຜິດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ ພ້ອມຄະນະບໍລິຫານ ແລະ​ ພະນັກງານປ້ອງກັນ,​ ພະນັກງານຈັດສັນຕະຫຼາດ ລວມ 38 ສະຫາຍ ໄດ້ຮ່ວມກັນເຮັດໜ້າທີ່​ ຄື: ຊ່ວຍເຄື້ອນຍ້າຍລົດຈັກອອກຈາກຮ້ານບ່ອນໃກ້ກັບຫ້ອງແຖວທີ່ເກີດໄຟໄໝ້,​ ຊ່ວຍສະກັດກັ້ນບໍ່ໃຫ້ຄົນເຂົ້າໃນສະຖານທີ່ເກີດເຫດ,​ ຊ່ວຍເຈົ້າໜ້າທີ່ມອດໄຟ ແລະ ສະກັດກັ້ນບໍ່ໃຫ້ໄຟລາມໄປຈຸດອື່ນ.​

 

ພ້ອມນີ້​ ໄດ້ນໍາລົດດັບເພີງ 1 ຄັນ ແລະ ລົດສະແຕກນໍ້າ 1 ຄັນ ຂອງບໍລິສັດ​ ບໍລິ ການ​ ການຄ້າ​ ປາກເຊ​ ເຂົ້າຮ່ວມໃນການແກ້ໄຂ. ເຮັດໃຫ້ສາມາດມອດໄຟໄດ້ໂດຍພື້ນຖານໃນເວລາ 5.​20 ໂມງ.​ ສ່ວນຜົນເສຍຫາຍລະອຽດ ເຈົ້າໜ້າທີ່ຍັງເກັບກໍາຂໍ້ມູນ, ແຕ່ຂໍ້ມູນເບື້ອງຕົ້ນພົບເຫັນຫ້ອງແຖວທີ່ຖືກໄໝ້ໜົດ 1 ຫ້ອງ , ຖືກໄຟລວກ​ ແລະ​ ໄໝ້ເລັກນ້ອຍ 4 ຫ້ອງ.​ ສໍາລັບ​ສາເຫດໄຟໄໝ້ຄັ້ງນີ້​ ຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່.​

ຂ່າວ​: ທູນທອງໃຈ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ