2
ທະຫານແຂວງວຽງຈັນລະດົມກຳລັງເຂົ້າ ມອດໄຟໄໝ້ລາມປ່າຢູ່ເມືອງແກ້ວອຸດົມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 21 April, 2023

ຈາກສະພາບໄຟໄໜ້ລາມປ່າຢູ່ ບ້ານຂ້າມຊ້າງ ແລະ ບ້ານແຈ້ງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເກີດຂຶ້ນຢ່າງຮຸນແຮງຂະຫຍາຍເປັນວົງກວ້າງໃນລະຫວ່າງວັນທີ 20-21 ເມສາ 2023 ນີ້,

ກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງບ້ານ 2 ບ້ານ, ກອງບັນຊາການທະຫານເມືອງແກ້ວອຸດົມ, ກໍາລັງ ປກສ ເມືອງ, ພໍ່ແມ່ປະຊາຊົນ, ພາກສ່ວນຕ່າງໆ ຈຳນວນພົນ 200 ກ່ວາສະຫາຍ ເຂົ້າມອດໄຟໄໝ້ລາມປ່າ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນເຮລີຄອບເຕີ ME 17 ບິນເວີ່ນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ,

ເຊິ່ງໄດ້ແບ່ງອອກເປັນ 2 ຈຸດ, ຈຸດທີ 1 ແມ່ນບ້ານແຈ້ງສະຫວ່າງ ລຽບຕາມສັນເຂື່ອນໄຟຟ້ານໍ້າງື່ມ1, ຈຸດທີ 2 ແມ່ນ ບ້ານຂ້າມຊ້າງ ແຕ່ລະຈຸດແມ່ນໄດ້ໃຊ້ກໍາລັງພົນຂົນນໍ້າຂຶ້ນໄປມອດ ແລະ ຖາງແລວໄຟເພື່ອຕັດແລວໄຟ , ມອດໄຟ ເພື່ອບໍ່ໃຫ້ໄຟດັ່ງກ່າວລຸກລາມໄປເປັນບໍລິເວນກ້ວາງອີກ, ພ້ອມນັ້ນໄດ້ນໍາໃຊ້ຍົນເຮລີຄອບເຕີ ME 17 ເຂົ້າປະຕິບັດໜ້າທີ່ ໂດຍນໍາເອົານໍ້າຈາກໜອງນ້ຳໄປມອດທາງອາກາດ ເປັນກຳລັງເສີມໃຫ້ກຳລັງພາກພື້ນດິນ ລວມ 11 ຖ້ຽວ, ສາມາດບັນຈຸນໍ້າໄດ້ 4.500 ລິດ ຕໍ່ຖ້ຽວ, ແຕ່ເຖິງຢ່າງໃດກໍຕາມອ້າຍນ້ອງທະຫານ ແລະ ອຳນາດການປົກຄອງບ້ານ ແລະ ພາກສ່ວນຕ່າງໆໄດ້ພ້ອມກັນສຶບຕໍ່ມອດໄຟຈົນກ່ວາໄຟຈະມອດໝົດ.

ໂດຍ:ຈັນທະຈອນ ສີສະເກດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ