Copy of Copy of VP-Square (1200 x 628 px)
ອົດສະຕຣາລີປະສົບກັບນ້ຳຖ້ວມໃນຂະນະທີ່ພາຍຸກຳລັງຈະຂຶ້ນຝັ່ງ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 March, 2025

ບຣິສເບນ 8 ມີ.ຄ. – ພື້ນທີ່ທາງຕາເວັນອອກສຽງໃຕ້ຂອງອົດສະຕຣາລີປະເຊີນກັບສະຖານະການນ້ຳຖ້ວມຈາກອິດທິພົນຂອງພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງຫຼ້າສຸດອ່ອນກຳລັງລົງເປັນພາຍຸໂຊນຮ້ອນ ແລະ ກຳລັງຈະພັດຂຶ້ນຝັ່ງໃນມື້ນີ້

 

ພາບດາວທຽມເຫັນພາຍຸອ່ອນກຳລັງລົງ ເຄຣດິດຮູບ: CSU/CIRA & JMA/JAXA

ເດີມຄາດກັນວ່າ ອັລເຟຣດຈະເປັນພາຍຸໄຊໂຄລນລູກທຳອິດນັບຕັ້ງແຕ່ປີ 2517 ທີ່ພັດເຂົ້າມາຊາຍຝັ່ງຕາເວັນອອກຂອງອົດສະຕຣາລີໃກ້ເມືອງບຣິສເບນ ເມືອງເອກຂອງລັດຄວີນສ໌ແລນດ໌ ແຕ່ພາຍຸໄດ້ອ່ອນກຳລັງລົງໃນເຊົ້າມື້ນີ້ ກາຍເປັນພາຍຸໂຊນຮ້ອນທີ່ມີຄວາມໄວລົມສູງສຸດໃກ້ສູນກາງບໍ່ເຖິງ 63 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ເຮັດໃຫ້ນ້ຳຖ້ວມເມືອງລິສມອຣ໌ ໃນລັດນິວເຊົາເວລສ໌ ຂະນະທີ່ພັດຜ່ານບໍລິເວນໝູ່ເກາະນອກຊາຍຝັ່ງລັດຄວີນສ໌ແລນດ໌ເມື່ອຊ່ວງຂ້າມຄືນທີ່ຜ່ານມາ ຄາດວ່າພາຍຸຈະພັດຂຶ້ນຝັ່ງແຜ່ນດິນໃຫຍ່ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ເຖິງຢ່າງໃດກໍຕາມ ກະແສລົມແຮງໄດ້ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ແລະ ເສົາໄຟຟ້າໂຄ່ນຈຳນວນຫຼາຍ ສົ່ງຜົນໃຫ້ປະຊາຊົນປະມານ 250,000 ຄົນບໍ່ມີໄຟຟ້າໃຊ້ ຂະນະທີ່ຫຼາຍພັນຄົນຕ້ອງອົບພະຍົບ
ທາງການມີຄຳເຕືອນໃຫ້ປະຊາຊົນຢູ່ກັບບ້ານໃນຊ່ວງນີ້ ຄາດວ່າສະຖານະການຈະຮ້າຍແຮງລົງອີກເມື່ອພາຍຸພັດຂຶ້ນຝັ່ງເຊິ່ງຈະສົ່ງຜົນກະທົບຮຸນແຮງຕະຫຼອດຊ່ວງທ້າຍສັບປະດານີ້ ຫຼື ອາດຈະຫຼາຍມື້ຫຼັງຈາກນີ້ທັງໃນລັດຄວີນສ໌ແລນດ໌ ແລະ ລັດນິວເຊົາເວລສ໌ ຂະນະທີ່ສະໜາມບິນບຣິສເບນຍັງຄົງປິດການ ໂຮງຮຽນເກືອບ 1,300 ແຫ່ງ ໃນລັດຄວີນສ໌ແລນດ໌ ແລະ ນິວເຊົາເວລສ໌ຕ້ອງປິດຮຽນ ເຖິງຢ່າງໃດກໍຕາມ ຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຢ່າລື່ມກົດຕິດຕາມ