
ເຢຣູຊາເລັມ 18 ມີນາ – ອິດສະຣາແອນກັບມາເປີດການໂຈມຕີຄັ້ງໃຫຍ່ໃນເຂດກາຊາໃນຕອນເຊົ້າມືດຂອງມື້ນີ້ ໂດຍອ້າງວ່າ ກຸ່ມຮາມາສບໍ່ຍອມປ່ອຍຕົວປະກັນທີ່ເຫຼືອ. ຝ່າຍປາເລສໄຕນ໌ເປີດເຜີຍວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ
ກອງທັບອິດສະຣາແອນເປີດເຜີຍວ່າ ໃນຊ່ວງກ່ອນຮຸ່ງສາງຂອງມື້ນີ້, ທະຫານອິດສະຣາແອນໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍຫຼາຍສິບຈຸດທົ່ວເຂດກາຊາຕັ້ງແຕ່ເໜືອຮອດໃຕ້, ແລະ ຈະດຳເນີນການໂຈມຕີຕໍ່ໄປຕາບເທົ່າທີ່ຈຳເປັນ. ນອກຈາກນີ້ ຍັງຈະຂະຫຍາຍການໂຈມຕີໃຫ້ຫຼາຍກວ່າການໂຈມຕີທາງອາກາດພຽງຢ່າງດຽວ. ໃນຂະນະທີ່ກະຊວງສາທາລະນະສຸກຂອງປາເລສໄຕນ໌ລະບຸວ່າ ການໂຈມຕີຄັ້ງນີ້ມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ, ໂດຍມີເດັກນ້ອຍຈຳນວນຫຼາຍລວມຢູ່ນຳ.
ສຳນັກນາຍົກລັດຖະມົນຕີເບນຈາມິນ ເນທັນຢາຮູ ຂອງອິດສະຣາແອນອອກຖະແຫຼງການກ່າວຫາວ່າ ກຸ່ມຮາມາສປະຕິເສດຫຼາຍຄັ້ງທີ່ຈະປ່ອຍຕົວປະກັນທີ່ຍັງເຫຼືອອີກ 59 ຄົນ, ລວມທັງຍັງປະຕິເສດຂໍ້ສະເໜີຂອງທ່ານສະຕີຟ ວິດຄອຟຟ໌ ທູດພິເສດດ້ານຕາເວັນອອກກາງຂອງສະຫະລັດ. ນັບຕັ້ງແຕ່ນີ້ໄປອິດສະຣາແອນຈະເພີ່ມການໂຈມຕີກຸ່ມຮາມາສໃຫ້ຮຸນແຮງຍິ່ງຂຶ້ນ.
ໂຄສົກທຳນຽບຂາວຂອງສະຫະລັດໃຫ້ສຳພາດສະຖານີໂທລະພາບຟັອກນິວສ໌ວ່າ ອິດສະຣາແອນໄດ້ປຶກສາກັບສະຫະລັດແລ້ວເລື່ອງການໂຈມຕີເຂດກາຊາ, ຊຶ່ງທາງອິດສະຣາແອນລະບຸວ່າເປັນການມຸ່ງເປົ້າໂຈມຕີຜູ້ບັນຊາການລະດັບກາງ ແລະ ເຈົ້າໜ້າທີ່ລະດັບແກນນຳ, ລວມເຖິງສິ່ງອຳນວຍຄວາມສະດວກຕ່າງໆ ຂອງກຸ່ມຮາມາສ.
ການໂຈມຕີຂອງອິດສະຣາແອນມີຂຶ້ນໃນຂະນະທີ່ການເຈລະຈາຂະຫຍາຍເວລາຢຸດຍິງຍັງບໍ່ມີຄວາມຄືບໜ້າ. ກຸ່ມຮາມາສກ່າວຫາວ່າ ອິດສະຣາແອນເປັນຝ່າຍລົ້ມຂໍ້ຕົກລົງຢຸດຍິງ, ຊຶ່ງເຮັດໃຫ້ຊາຕາກຳຂອງຕົວປະກັນອີກ 59 ຄົນຕ້ອງເຜີຊິນກັບຄວາມບໍ່ແນ່ນອນ. ເຖິງຢ່າງໃດກໍຕາມ, ຮາມາສຍັງຄົງຢືນຢັນວ່າຈະດຳເນີນການເຈລະຈາເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງຢ່າງຖາວອນ ແລະ ໃຫ້ອິດສະຣາແອນຖອນທະຫານທັງໝົດອອກຈາກເຂດກາຊາຕາມເງື່ອນໄຂຂອງຂໍ້ຕົກລົງຢຸດຍິງທີ່ມີມາແຕ່ເດີມ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














