site cover (39)
ຜູ້ພິພາກສາສານມີຄຳເຫັນເບື້ອງຕົ້ນວ່າ ການສັ່ງປິດ USAID ອາດຈະຂັດຕໍ່ລັດຖະທຳມະນູນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 March, 2025

ແມຣິແລນ 19 ມີນາ.- ຜູ້ພິພາກສາສານແຂວງໃນ ລັດແມຣິແລນ ຂອງສະຫະລັດມີຄຳເຫັນເບື້ອງຕົ້ນວ່າ ການພະຍາຍາມປິດອົງການເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດ ຫຼື ຢູເອສເອດ (USAID) ອາດຂັດຕໍ່ລັດຖະທຳມະນູນ.

 

ຜູ້ພິພາກສາທີໂອດໍຣ໌ ຊວງ (Theodore Chuang) ມີຄຳເຫັນເບື້ອງຕົ້ນດັ່ງກ່າວ ເມື່ອວັນອັງຄານທີ່ຜ່ານມາ ຕາມເວລາທ້ອງຖິ່ນ ແລະ ມີຄຳສັ່ງໃຫ້ ທ່ານ ອີລອນ ມັສກ໌ ທີ່ປຶກສາຂອງປະທານາທິບໍດີໂດນັລດ໌ ທຣໍາ ແລະ ກະຊວງປະສິດທິພາບລັດຖະບານ ຫຼື ໂດຈ (DOGE) ທີ່ທ່ານມັສກ໌ ເປັນຜູ້ດູແລ ອະນຸຍາດໃຫ້ລູກຈ້າງໂດຍກົງ ແລະ ລູກຈ້າງສັນຍາຈ້າງ ລວມເຖິງຜູ້ທີ່ຖືກພັກງານຫຼາຍພັນຄົນ ສາມາດເຂົ້າເຖິງລະບົບຄອມພິວເຕີຂອງ USAID ອີກຄັ້ງ

 

​ການປະທ້ວງເພຶືອ່ອຕໍ່ຕ້ານການປິດ USAID
ລູກຈ້າງ USAIDທັງອະດີດ ແລະ ປັດຈຸບັນຈໍານວນ 26 ຄົນ ຮວມຕົວກັນຍື່ນຟ້ອງເມື່ອວັນທີ 13 ກຸມພາວ່າ ການທີ່ທ່ານມັສກ໌ຍຶດການຄວບຄຸມUSAID ແລະ ກະທໍາຄືກັບເປັນເຈົ້າໜ້າທີ່ຂອງສະຫະລັດ ເປັນການລະເມີດຂໍ້ກໍານົດໃນລັດຖະທໍາມະນູນທີ່ວ່າ ເຈົ້າໜ້າທີ່ທີ່ຈະມີອໍານາດ.

 

ສະນັ້ນຈະຕ້ອງໄດ້ຮັບການສະເໜີຊື່ຈາກປະທານາທິບໍດີ ແລະ ຕ້ອງໄດ້ຮັບການຮັບຮອງຈາກວຸດທິສະພາ ຜູ້ພິພາກສາມີຄໍາວິນິໄສເຫັນວ່າ ທ່ານມັສກ໌ ແລະ ໂດຈນ່າຈະລະເມີດລັດຖະທໍາມະນູນໃນຫຼາຍປະການ ແລະ ການກະທໍາເຫຼົ່ານັ້ນບໍ່ພຽງເປັນອັນຕະລາຍຕໍ່ໂຈດ ແຕ່ຍັງເປັນອັນຕະລາຍຕໍ່ສາທາລະນະດ້ວຍ.

 

ປະທານາທິບໍດີໂດນັລດ໌ ທຣໍາ ຢືນຢັນລະຫວ່າງການໃຫ້ສໍາພາດກັບສະຖານີໂທລະພາບຟັອກຊ໌ນິວສ໌ວ່າ ລັດຖະບານຈະຍື່ນອຸທອນຢ່າງແນ່ນອນ ທ່ານທຣໍາປະກາດຕັ້ງແຕ່ວັນທໍາອິດທີ່ເຂົ້າຮັບຕໍາແໜ່ງ 20 ມັງກອນ ໃຫ້ລະງັບການໃຫ້ຄວາມຊ່ວຍເຫຼືອຕ່າງປະເທດທັງໝົດເປັນເວລາ 90 ວັນ ແລະ ທົບທວນວ່າໂຄງການຄວາມຊ່ວຍເຫຼືອເຫຼົ່ານັ້ນສອດຄ່ອງກັບນະໂຍບາຍຂອງລັດຖະບານ ຫຼື ບໍ່ ຕໍ່ມາທ່ານມັສກ໌ໂພສເມື່ອວັນທີ 3 ກຸມພາວ່າ ເຂົາໄດ້ໃຊ້ເວລາຊ່ວງທ້າຍອາທິດຍ່ອຍສະຫຼາຍ ຢູເອສເອດ ຈົນກາຍເປັນຜຸຍຜົງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 27 March, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (4)
ຮູ້ຈັກໂລກໄທລອຍດ໌ ກັບ 8 ສັນຍານເຕືອນໄພ "ຕ່ອມໄທລອຍດ໌ເປັນພິດ"
site cov (3)
ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!
site cov (2)
ຣັດເຊຍຢ້ຳຮ່ວມມືສະຫະລັດອາເມລິກາ ຫຼັງທຣຳບໍ່ພໍໃຈປູຕິນ
Copy of site cover (2)
10 ທັກສະການເຮັດວຽກທີ່ສຳຄັນ ທີ່ຄົນເຮັດວຽກຕ້ອງມີ ໃນປີ 2025
Copy of site cover
6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025
site cov (1)
"ນ້ຳມັນໝູ" ມີປະໂຫຍດ ຫຼື ໂທດ? ແລ້ວໃຊ້ເຮັດອາຫານໄດ້ຫຼືບໍ່ ມື້ນີ້ເຮົາມີຄຳຕອບ.
site cov
ໄຟຟ້າລາວ ສາຂາ ແຂວງຈຳປາສັກ ແຈ້ງການມອດໄຟຊົ່ວຄາວ ວັນທີ 05/04/2025
site cover - 2025-04-02T110411.321
ຈີນຝຶກຊ້ອມຮົບອ້ອມເກາະໄຕ້ຫວັນ, ໄທເປສັ່ງກອງທັບປະຈຳການ, ອ້າງວ່າຈີນເປັນຕົວສ້າງບັນຫາ
1
ແນວໂນ້ມລາຄາທອງ 2 ເມສາ 68 ລຸ້ນຟື້ນຕົວຂຶ້ນຕໍ່
Copy of site cover (1)
ການເບິ່ງໜ້າຈໍໃນເວລາເຂົ້ານອນສົ່ງຜົນການນອນແບບບໍ່ມີຄຸນນະພາບ
ຢ່າລື່ມກົດຕິດຕາມ