site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 31 March, 2025

ໂຊ] 31 ມີນາ. – ຕຳຫຼວດ ເຈົ້າໜ້າທີ່ດັບເພີງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງລົງພື້ນທີ່ໃນມື້ນີ້ເພື່ອສອບສວນຮ່ວມກັນເປັນຄັ້ງທຳອິດໃນຈຸດທີ່ຈະເປັນຕົ້ນເຫດທີ່ເຮັດໃຫ້ເກີດໄຟປ່າຄັ້ງຮ້າຍແຮງທີ່ສຸດໃນປະຫວັດສາດຂອງເກົາຫຼີໃຕ້ ເຮັດໃຫ້ພື້ນທີ່ປ່າໄມ້ອັນກວ້າງໃຫຍ່ໃນແຂວງຄຽງຊັງເໜືອທາງຕາເວັນອອກສຽງໃຕ້ກາຍເປັນເຖົ້າຖ່ານເມື່ອອາທິດທີ່ແລ້ວ

 

ສຳນັກຂ່າວຢອນຮັບລາຍງານວ່າ ສຳນັກງານຕຳຫຼວດຈັງຫວັດຄຽງບຸກກ່າວວ່າ ການກວດສອບສະຖານທີ່ເກີດເຫດຄັ້ງທຳອິດ ຮ່ວມກັບສຳນັກງານນິຕິວິທະຍາສາດແຫ່ງຊາດ ສະຖາບັນວິທະຍາສາດປ່າໄມ້ແຫ່ງຊາດ ແລະ ໜ່ວຍງານດັບເພີງ

 

ໄດ້ດຳເນີນການທີ່ບໍລິເວນຂຸມຝັງສົບ ແລະ ເນີນເຂົາໂດຍຮອບ ເຈົ້າໜ້າທີ່ໃຊ້ໂດຣນ ແລະ ວິທີການອື່ນໆ ເພື່ອຢືນຢັນສາເຫດຂອງໄຟໄໝ້ ແລະ ທິດທາງທີ່ແປວໄຟລຸກລາມໄປຕາມລົມ ເຈົ້າໜ້າທີ່ຍັງຄົ້ນຫາບໍລິເວນຮອບຈຸດຕົ້ນເຫດຂອງເພີງໄຟ ເພື່ອຢືນຢັນວ່າມີວັດສະດຸທີ່ຖືກເຜົາໄໝ້ໃດໆ ທີ່ອາດເປັນຕົ້ນເຫດຂອງໄຟປ່າຫຼືບໍ່

 

 

ໄຟປ່າຄັ້ງນີ້ຖືກລະບຸວ່າ ເກີດຂຶ້ນໂດຍອຸບັດຕິເຫດຈາກການຈຸດໄຟຂອງຊາຍວັຍ 56 ປີ ເທິງເນີນເຂົາໃນເຂດອັນພຽງ ຂອງເຂດມົນທົນອຶຍຊອງ ແຂວງຄຽງຊັງເໜືອ ເຊິ່ງຢູ່ຫ່າງຈາກກຸງໂຊລໄປທາງຕາເວັນອອກສຽງໃຕ້ປະມານ 180 ກິໂລແມັດ

 

ເມື່ອວັນທີ 22 ມີນາ ໄຟໄດ້ລຸກລາມຢ່າງວ່ອງໄວໄປຍັງເມືອງອັນດົງ ແລະ ອີກສາມເຂດທີ່ຢູ່ຕິດກັນທ່າມກາງລົມແຮງ ແລະ ສະພາບອາກາດແຫ້ງແລ້ງເປັນເວລາເກືອບໜຶ່ງອາທິດ

 

ສົ່ງຜົນໃຫ້ມີຜູ້ເສຍຊີວິດ 26 ຄົນ ແລະ ສິ່ງປຸກສ້າງຖືກທຳລາຍປະມານ 4,000 ແຫ່ງ ເຈົ້າໜ້າທີ່ຕຳຫຼວດແຈ້ງຂໍ້ຫາຊາຍຄົນນັ້ນເມື່ອວັນສຸກໂດຍຍັງບໍ່ໄດ້ຄວບຄຸມຕົວ

 

ໂດຍສົງໄສວ່າ ເຂົາກໍ່ເຫດໄຟໄໝ້ໂດຍບໍ່ໄດ້ຕັ້ງໃຈຂະນະບູຊາຂຸມຝັງສົບຂອງປູ່ຍ່າຕາຍາຍຂອງລາວ ໂດຍມີບາງລາຍງານຂ່າວລະບຸວ່າ ເຂົາພະຍາຍາມເຜົາກິ່ງໄມ້ເທິງຫຼຸມສົບດ້ວຍການໃຊ້ກັບໄຟ ທາງດ້ານຜູ້ຕ້ອງສົງໄສປະຕິເສດຂໍ້ກ່າວຫາທັງໝົດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (59)
ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025”
pele - 2025-09-18T152050.693
ປິດໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ຢູ່ພາກເໜືອ-ພາກກາງ
jane (57)
ພ້ອມແລ້ວບໍ່ກັບເປີດໂປຣແກຣມພຣີເມຍລີກ ນັດທີ່ 5 ລິເວີພູ-ແມນຢູ ມີຄິວດວນແມັດໃຫຍ່
pele - 2025-09-18T140901.630
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025
jane (57)
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ
jane (56)
ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% - 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ
pele - 2025-09-18T132308.874
ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
ຢ່າລື່ມກົດຕິດຕາມ