site cover (99)
ໄຟໄໝ້ທໍ່ສົ່ງແກັສໃນປະເທດມາເລເຊຍ ເຮັດໃຫ້ມີຜູ້ບາດເຈັບແລ້ວ 112 ຄົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 2 April, 2025

ກົວລາລຳເປີ 1 ເມສາ- ໄຟໄໝ້ຂະໜາດໃຫຍ່ທີ່ເກີດຈາກທໍ່ສົ່ງແກັສຮົ່ວ, ດຳເນີນການໂດຍເປໂຕຣນາສ ບໍລິສັດພະລັງງານຂອງມາເລເຊຍ ເລີ່ມຄວບຄຸມໄດ້ແລ້ວເມື່ອຊ່ວງບ່າຍມື້ນີ້ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບແລ້ວຢ່າງໜ້ອຍ 112 ຄົນ

 

ເຈົ້າໜ້າທີ່ມາເລເຊຍກ່າວວ່າ ໄຟໄໝ້ເກີດຂຶ້ນເມື່ອຊ່ວງເຊົ້າຂອງວັນທີ1 ເມສາ ທີ່ເມືອງພູຊົງ ໃນລັດສະລັງງໍ ຊານກຸງກົວລາລຳເປີ.

 

ຮອງຜູ້ບັນຊາການຕຳຫຼວດຂອງລັດສະລັງງໍ ກ່າວວ່າ ມີຜູ້ໄດ້ຮັບບາດເຈັບຈາກອຸບັດຕິເຫດຄັ້ງນີ້ 112 ຄົນ ແລະ ບ້ານເຮືອນເສຍຫາຍ 49 ຫຼັງ.

 

ສຳລັບຜູ້ທີ່ໄດ້ຮັບບາດເຈັບນັ້ນ ເປັນປະຊາຊົນທີ່ອາໃສຢູ່ໃນເຂດທາມັນ ຮາໂມນີ ແລະ ກຳປົງ ກົວລາ ກົວລາ ສຸໄຫ ບາຮາຣູ.

 

ຜູ້ທີ່ໄດ້ຮັບບາດເຈັບ ແລະ ຖືກນຳຕົວສົ່ງໂຮງໝໍສ່ວນໃຫຍ່ບາດເຈັບຈາກແຜໄຟໄໝ້, ບັນຫາກ່ຽວກັບລະບົບທາງເດີນຫາຍໃຈ ແລະ ອາການບາດເຈັບອື່ນໆ.

 

ສຳນັກຂ່າວເບີນາມາ ລາຍງານວ່າ ນາຍົກລັດຖະມົນຕີອັນວາ ອິບຣາຮິມ ໂພສຂໍ້ຄວາມຜ່ານທາງເຟສບຸກວ່າ ເຂົາສັ່ງການໃຫ້ລັດຖະບານແລະໜ່ວຍງານທີ່ກ່ຽວຂ້ອງຈັດຫາຄວາມຊ່ວຍເຫຼືອທີ່ເໝາະສົມໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກເຫດໄຟໄໝ້ທໍ່ສົ່ງແກັສຄັ້ງນີ້.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ