Copy of site cover
6 ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025
ຮຽບຮຽງໂດຍ:kaling
ເຜີຍແຜ່: 2 April, 2025

6 ຈຸດທີ່ຕ້ອງກວດລົດກ່ອນຂັບທາງໄກລະຫວ່າງເທດສະການສົງການ ມີຫຍັງແດ່?

ເທດສະການສົງການ 2025 ນີ້, ເຊື່ອວ່າຫຼາຍຄົນມີແຜນເດິນທາງທ່ອງທ່ຽວຕ່າງແຂວງຢ່າງແນ່ນອນ. ສິ່ງສຳຄັນທີ່ສຸດຄືສະພາບລົດຕ້ອງພ້ອມສົມບູນ ເພື່ອໃຫ້ການເດິນທາງເປັນໄປຢ່າງລາບລື່ນແລະປອດໄພ. ບົດຄວາມນີ້ຂໍແນະນຳ 6 ຈຸດທີ່ຕ້ອງກວດລົດກ່ອນອອກເດີນທາງ ມີຫຍັງແດ່?

ຈຸດທີ່ຕ້ອງກວດກາລົດກ່ອນຂັບໄປທາງໄກໃນຊ່ວງເທດສະການສົງການ 2025:

  1. ກວດສານຂອງແຫຼວໃນຫ້ອງເຄື່ອງຈັກ: ກວດລະດັບນໍ້າມັນເຄື່ອງ, ນໍ້າມັນເກຍ, ນໍ້າຫລໍ່ລື່ນ, ນໍ້າມັນເບຣກ, ນໍ້າກັ່ນແບັດເຕີຣີ, ນໍ້າມັນພາວເວີ (ຖ້າມີ). ຕ້ອງແນ່ໃຈວ່າຂອງແຫຼວທຸກຊະນິດຢູ່ໃນລະດັບເໝາະສົມ ບໍ່ຕໍ່າກວ່າຂີດ MIN ແລະ ບໍ່ມີສີຫຼືກິ່ນຜິດປົກກະຕິ.
  2. ກວດສະພາບຢາງແລະລົມຢາງ: ຢາງຕ້ອງບໍ່ມີການຜິດປົກກະຕິ, ບໍ່ມີຮອຍແຕກດອກຢາງຢ່າງໜ້ອຍ 2 ມມ. ຕ້ອງປັບແຮງດັນລົມຢາງຕາມຄໍາແນະນໍາຂອງຜູ້ຜະລິດ. ຖ້າບັນທຸກຫຼາຍ, ຄວນເພີ່ມແຮງດັນລົມທີ່ລໍ້ຫຼັງປະມານ 3-5 ປອນ.
  3. ໄຟສ່ອງແສງຮອບຄັນ: ກວດໄຟທຸກດວງ (ໄຟໜ້າ, ໄຟທ້າຍ, ໄຟລ້ຽວ, ໄຟເບຣກ, ໄຟຕັດໝອກ) ຕ້ອງເຮັດວຽກປົກກະຕິ. ຖ້າຫຼອດໄຟຂາດ, ຄວນປ່ຽນໃໝ່.
  4. ທີ່ປັດນໍ້າຝົນ: ຢາງປັດນໍ້າຝົນຕ້ອງມີສະພາບດີ ສາມາດປັດນໍ້າອອກໄດ້ໝົດຈົດຕັ້ງແຕ່ຄັ້ງທໍາອິດ. ຖ້າປັດແລ້ວບໍ່ສະອາດຫຼືຢາງຂາດ, ຄວນປ່ຽນໃໝ່. ຄວນເຕີມນໍ້າລ້າງກະຈົກໃຫ້ເຕັມດ້ວຍ.
  5. ກວດຄວາມຜິດປົກກະຕິຕ່າງໆ: ລະວັງໄຟເຕືອນບົນໜ້າປັດໂດຍສະເພາະໄຟຮູບເຄື່ອງຈັກ. ຖ້າມີສຽງແປກໆຈາກລະບົບຊ່ວງລ່າງຫຼືເບຣກ, ຄວນກວດແລະແກ້ໄຂກ່ອນເດີນທາງ.
  6. ກວດເອກະສານທີ່ຈໍາເປັນ: ຕ້ອງມີສໍາເນົາຄູ່ມືຈົດທະບຽນລົດ, ປະກັນໄພ, ແລະ ກວດວັນໝົດອາຍຸພາສີປະຈໍາປີ. ຄວນກວດວ່າປະກັນໄພຍັງບໍ່ໝົດອາຍຸ.

 

ນອກຈາກສະພາບລົດແລ້ວ, ສະພາບຄົນຂັບກໍສໍາຄັນ. ຄວນນອນພັກຜ່ອນໃຫ້ພຽງພໍ, ງົດເຄື່ອງດື່ມແອລກໍຮໍຢ່າງໜ້ອຍ 24 ຊົ່ວໂມງກ່ອນຂັບລົດ, ກຽມຂະໜົມແລະເຄື່ອງດື່ມສໍາລັບເດີນທາງ, ແລະ ວາງແຜນເສັ້ນທາງກ່ອນອອກເດີນທາງ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
pele - 2025-10-24T104749.867
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ
pele - 2025-10-24T091435.209
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ
ຢ່າລື່ມກົດຕິດຕາມ