ເມື່ອວັນທີ 8 ເມສາ ເກີດເຫດໄຟໄໝ້ຄັ້ງໃຫຍ່ທີ່ໂຮງງານຣີໄຊເຄິນ Syctom ໃນເຂດທີ 17 ຂອງກຸງປາຣີສ ປະເທດຝຣັ່ງ ໂດຍແປວໄຟ ແລະ ກຸ່ມຄວັນດຳໜາທຶບລອຍປົກຄຸມທົ່ວເມືອງ ສົ່ງຜົນໃຫ້ທາງການຕ້ອງແນະນຳໃຫ້ປະຊາຊົນຫຼີກລ່ຽງພື້ນທີ່
ໄຟໄໝ້ເກີດຂຶ້ນໃກ້ອາຄານສານຍຸຕິທຳແຫ່ງໃໝ່ຂອງກຸງປາຣີສ ເຊິ່ງອອກແບບໂດຍ ເຣນໂຊ ປຽໂນ (Renzo Piano) ສະຖາປະນິກຊື່ດັງຊາວອິຕາລຽນ ໂດຍອາຄານຫຼັກຂອງສານເປັນຕຶກແກ້ວສູງທີ່ເປີດໃຊ້ງານຕັ້ງແຕ່ປີ 2018
ເຈົ້າໜ້າທີ່ດັບເພີງກວ່າ 200 ນາຍ ພ້ອມລົດດັບເພີງປະມານ 60 ຄັນຖືກສົ່ງເຂົ້າຄວບຄຸມສະຖານະການ ຂະນະທີ່ຖະໜົນວົງແຫວນອ້ອມເມືອງບາງສ່ວນຕ້ອງປິດເພື່ອໃຫ້ລົດສຸກເສີນເຂົ້າເຖິງຈຸດເກີດເຫດໄດ້ສະດວກ ໂຊກດີທີ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |