site cov (35)
ການຟື້ນຄືນຊີບໝາປ່າໄດຣ໌ວູລຟ໌ທີ່ສູນພັນໄປແລ້ວກວ່າ 10,000 ປີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 April, 2025

ສະຫະລັດອາເມລິກາ 9 ເມສາ – ບໍລິສັດເຕັກໂນໂລຢີ ຊີວະພາບໃນສະຫະລັດອະເມລິກາອ້າງວ່າປະສົບຜົນສຳເລັດໃນການຟື້ນຄືນຊີບ ‘ໝາປ່າໄດຣ໌ວູລຟ໌’ (Dire Wolves) ໝາປ່າສາຍພັນໜຶ່ງຊຶ່ງສູນພັນໄປແລ້ວຕັ້ງແຕ່ເມື່ອ 12,500 ປີກ່ອນ

 

ໂຄລອສຊອລ ໄບໂອໄຊແອນເຊສ (Colossal Biosciences) ບໍລິສັດດ້ານເຕັກໂນໂລຊີຊີວະພາບໃນສະຫະລັດອ້າງວ່າບໍລິສັດຯ ສາມາດຄືນຊີບ ‘ໝາປ່າໄດຣ໌ວູລຟ໌’ (Dire Wolves) ໝາປ່າສາຍພັນໜຶ່ງຊຶ່ງສູນພັນໄປແລ້ວຕັ້ງແຕ່ເມື່ອ 10,000 ປີກ່ອນ ໃຫ້ກັບມາມີຊີວິດອີກຄັ້ງ ໂດຍໝາປ່າທີ່ຜ່ານການດັດແປງພັນທຸກຳ 3 ໂຕ ກຳລັງເຕີບໃຫຍ່ໃນສະຖານທີ່ປອດໄພທີ່ບໍ່ເປີດເຜີຍໃນສະຫະລັດ

 

 

ໂດຍນັກວິທະຍາສາດຂອງ ໂຄລອສຊອລ ໄບໂອໄຊແອນເຊສ ໄດ້ຮຽນຮູ້ກ່ຽວກັບລັກສະນະສະເພາະທີ່ໝາປ່າໄດຣ໌ວູລຟ໌ ໂດຍກວດສອບດີເອັນເອໂບຮານຈາກຟອສຊິລ ແລະ ສຶກສາແຂ້ວໝາປ່າໄດຣ໌ວູລຟ໌ອາຍຸ 13,000 ປີ ທີ່ຂຸດພົບໃນລັດໂອໄຮໂອຂອງສະຫະລັດ ແລະ ຊິ້ນສ່ວນກະດູກຫູຊັ້ນໃນຂອງໝາປ່າອາຍຸ 72,000 ປີ ທີ່ພົບໃນລັດໄອດາໂຮເຊັ່ນກັນ ຊຶ່ງທັງສອງຊິ້ນຖືກເກັບຮັກສາໄວ້ທີ່ພິພິທະພັນປະຫວັດສາດທຳມະຊາດ

 

ຈາກນັ້ນ ນັກວິທະຍາສາດໄດ້ນຳເຊວເມັດເລືອດຈາກໝາປ່າສີເທົາທີ່ຍັງມີຊີວິດ ມາຜ່ານຂະບວນການ ຊີອາຣ໌ໄອເອສພີອາຣ໌ (CRISPR) ເພື່ອດັດແປງພັນທຸກຳໃນ 20 ຄັ້ງ ພວກເຂົາຖ່າຍໂອນສານພັນທຸກຳນັ້ນໄປຍັງເຊວໄຂ່ຂອງໝາບ້ານ

 

ເມື່ອພ້ອມແລ້ວ ຕົວອ່ອນຈະຖືກຖ່າຍໂອນໄປຍັງໝາຕົວແທນ ລວມເຖິງໝາບ້ານດ້ວຍ ແລະ 62 ວັນຕໍ່ມາ ລູກໝາທີ່ດັດແປງພັນທຸກຳກໍ່ຖືກຳເນີດ ເປັນຕົວຜູ້ 2 ໂຕ ເກີດເມື່ອວັນທີ 1 ຕຸລາ 2024 ຊື່ ໂຣມູລັສ (Romulus) ແລະ ເຣມຸສ (Remus)

 

ພີ່ນ້ອງຝາແຝດທີ່ເຊື່ອວ່າກັນວ່າເປັນຜູ້ກໍ່ຕັ້ງກຸງໂຣມ ແລະ ຖືກລ້ຽງໂດຍໝາປ່າ ແລະ ຕົວແມ່ 1 ໂຕ ທີ່ເກີດເມື່ອວັນທີ 30 ມັງກອນ 2025 ຊື່ ຄາລີຊີ (Khaleesi) ລູກໝາປ່າທັງໝົດມີຂົນສີຂາວ ຂາກັມໄກເປັນມັດ ແລະ ມີນ້ຳໜັກປະມານ 36 ກິໂລກຣາມແລ້ວ ໂດຍມີແນວໂນ້ມທີ່ຈະມີນ້ຳໜັກເຖິງ 63 ກິໂລກຣາມເມື່ອໃຫຍ່ເຕັມໄວ

 

 

ຜູ້ຊ່ຽວຊານດ້ານການດູແລສັດຂອງ ໂຄລອສຊອລ ໄບໂອໄຊແອນເຊສ ກ່າວວ່າ ເຖິງແມ່ນວ່າລູກໝາອາດມີຮູບຮ່າງໜ້າຕາຄ້າຍກັບໝາປ່າໄດຣ໌ວູລຟ໌ທີ່ຍັງເດັກ ແຕ່ສິ່ງທີ່ພວກມັນຄົງບໍ່ມີວັນໄດ້ຮຽນຮູ້ກໍ່ຄືການຂ້າສັດທີ່ມີຂະໜາດໃຫຍ່ ເພາະພວກມັນຈະບໍ່ມີໂອກາດໄດ້ເບິ່ງ ແລະ ຮຽນຮູ້ຈາກພໍ່ແມ່ໝາປ່າໄດຣ໌ວູລຟ໌ໃນປ່າ

 

ເຖິງຢ່າງໃດກໍ່ຕາມ, ຄໍຣີ ແບລດຊໍ ສາດສະດາຈານດ້ານນິເວດວິທະຍາ ຈາກມະຫາວິທະຍາໄລຟລິນເດີສ໌ ໃນອົສຕຣາລີ ຍັງສະແດງຄວາມກັງຂາໃນເລື່ອງນີ້ ໂດຍລະບຸວ່າເປັນໄປບໍ່ໄດ້ເລີຍທີ່ຈະດັດແປງຂໍ້ມູນທາງພັນທຸກຳທັງໝົດຂອງສັດທີ່ສູນພັນໄປແລ້ວນັບໝື່ນປີ ເນື່ອງມາຈາກຫຼາຍປັດໄຈ ລວມເຖິງດີເອັນເອທີ່ນ່າຈະສູນສະຫຼາຍຈົນບໍ່ສາມາດສະກັດນຳອອກມາໃຊ້ງານໄດ້ອີກ

 

ກ່ອນໜ້ານີ້ ໂຄລອສຊອລ ໄບໂອໄຊແອນເຊສ ຊຶ່ງກໍ່ຕັ້ງບໍລິສັດຕັ້ງແຕ່ປີ 2021 ໄດ້ປະກາດໂຄງການທີ່ຄ້າຍກັນນີ້ ເພື່ອດັດແປງພັນທຸກຳເຊວຈາກສະປີຊີສ໌ທີ່ມີຊີວິດ ເພື່ອສ້າງສັດທີ່ຄ້າຍກັບແມມມອທຂົນຟູ ນົກໂດໂດ ແລະ ສັດອື່ນໆ ທີ່ສູນພັນໄປແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ