Copy of site cover (1)
ອາເຊນອນ ຖະຫລົ່ມ ເຣອານ ມາດຣິດ 3-0 ໃນການແຂ່ງຂັນ UEFA Champions League ຮອບ 8 ທີມ ນັດທຳອິດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 9 April, 2025
ໝວດ: ກິລາ

ຜົນການແຂ່ງຂັນບານເຕະ UEFA Champions League ຮອບກ່ອນຮອງຊະນະເລີດ ນັດທຳອິດ ລະຫວ່າງ ອາເຊນອນ ພົບ ເຣອານ ມາດຣິດ ທີ່ສະໜາມ ເອມິເຣດສ໌ ສະຕາດຽມ ເມື່ອຄືນວັນອັງຄານທີ 8 ເມສາ 2025

ເປີດເກມມາທັງສອງທີມເປີດສາກບຸກໃສ່ກັນ, ນາທີທີ 15 ເຈົ້າພາບໄດ້ລຸ້ນກ່ອນຈາກລູກຍິງໄກຂອງ ໂທມັສ ປາເຕ, ແຕ່ກໍຕົງຕົວ ຕິໂບຕ໌ ກູຣ໌ກົວເຊ່ ປັດໄວ້ໄດ້.

ນາທີທີ 31 ທີມມາຢ້ຽມເກືອບໄດ້ປະຕູນຳ ກີລິຍັນ ເອັມບັບເປ ໄດ້ຫລຸດເຂົ້າເຂດໂທດໄປຍິງແຕ່ກໍໂດນ ດາບິດ ຣາຢາ ລົ້ມຕົວປ້ອງກັນເອົາໄວ້ໄດ້, ໝົດເຄິ່ງແລກຍັງສະເໝີກັນ 0-0.

ເຄິ່ງຫລັງນາທີທີ 58 “ປືນໃຫຍ່” ມາໄດ້ລູກຟຣີຄິກໜ້າເຂດໂທດ, ເດແຄລນ ໄຣຊ໌ ປັ່ນດ້ວຍຂວາບານພຸ່ງໂຄ້ງອ້ອມກຳແພງສຽບເສົາສຸດງາມ, ອາເຊນອນ ນຳ 1-0.

ນາທີທີ 70 ເຈົ້າຖິ່ນມາໄດ້ລູກຟຣີຄິກກາງປະຕູ, ເດແຄລນ ໄຣຊ໌ ຄົນເດີມງປັ່ນດ້ວຍຂວາບານພຸ່ງໂຄ້ງເສຽບສາມຫລ່ຽມເດັດຂາດ, ອາເຊນອນ ນຳຫ່າງ 2-0.

ນາທີທີ 75 “ປືນໃຫຍ່” ຂຶ້ນເກມທາງຊ້າຍ, ໄມລ໌ສ ລູອິສ-ສເກລລີ ໄຫລເຂົ້າເຂດໂທດເຖິງ ມິເກລ ເມຣີໂນ ຍິງເສຽບເສົາເຂົ້າໄປ, ອາເຊນອນ ນຳຫ່າງ 3-0.

ຈົບເກມ ອາເຊນອນ ເປີດບ້ານຖະຫລົ່ມ ເຣອານ ມາດຣິດ 3-0 ກຸມຄວາມໄດ້ປຽບກ່ອນໃນນັດແຣກ, ກ່ອນທີ່ນັດສອງຈະຕ້ອງໄປຢ້ຽມ ຊານຕິອາໂກ ເບິນນາເບວ ໃນວັນພຸດທີ 16 ເມສານີ້.

ລາຍຊື່ຜູ້ຫລິ້ນຂອງທັງສອງທີມ ອາເຊນອນ (4-3-3): ດາບິດ ຣາຢາ – ຢູຣຽນ ທິມເບີ, ວິລລຽມ ຊາລິບາ, ຢາຄຸບ ຄິວິອໍ, ໄມລ໌ສ ລູອິສ-ສເກລລີ – ມາຕິນ ໂອເດກາດ, ໂທມັສ ປາເຕ, ເດແຄລນ ໄຣຊ໌ – ບູຄາໂຢ ຊາກ້າ, ກາເບຣຍລ ມາຕິເນລລີ, ມິເກລ ເມຣີໂນ

ເຣອານ ມາດຣິດ (4-3-3): ຕິໂບຕ໌ ກູຣ໌ກົວ- ເຟເດຣິໂກ ວັລເວິເດ້, ຣາອູລ ອາເຊນຊີໂອ, ອັນໂຕນິໂອ ຣືດິເກີ, ດາວິດ ອາລາບາ – ເອດູອາໂດ ກາມາວິນກ້າ, ລູກ້າ ໂມດຣິຊ, ຈູ໊ດ ເບລລິງແຮມ – ວິນິຊິອຸສ ຈູເນຍ, ໂຣດຣີໂກ້, ກີລິຍັນ ເອັມບັບເປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ