site cov (42)
ຫຼັງຄາໄນຕ໌ຄລັບຖະຫຼົ່ມທີ່ລັດໂດມິນິກັນ, ຍອດເສຍຊີວິດເກືອບ 100 ຄົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 April, 2025

ຫຼັງຄາໄນຕ໌ຄລັບໂດມິນິກັນຖະຫຼົ່ມ, ພາກຊີວິດນັກຮ້ອງດັງ – ນັກທ່ອງທ່ຽວ, ເສຍຊີວິດແລ້ວເກືອບ 100 ຄົນ, ເລັ່ງຄົ້ນຫາຜູ້ຕິດຢູ່ໃນຊາກ

 

 

ສຳນັກຂ່າວຕ່າງປະເທດ ລາຍງານເຫດການສະເທືອນຂວັນ ຫຼັງຈາກທີ່ຫຼັງຄາຂອງໄນທ໌ຄລັບແຫ່ງໜຶ່ງໃນໂຕໂດມິງໂກ ເມືອງຫຼວງຂອງສາທາລະນະລັດໂດມິນິກັນ ຖະຫຼົ່ມລົງມາ ເມື່ອວັນທີ 8 ເມສາ ຫຼ້າສຸດມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 98 ຄົນ ແລະ ບາດເຈັບກວ່າ 150 ຄົນ

 

ໜ້າເສົ້າ ໜຶ່ງໃນຜູ້ເສຍຊີວິດມີ ຣັບບີ້ ເປເຣຊ ນັກຮ້ອງເມເຣເກ້ ແລະ ນາຍອອກຕາວິໂອ ໂດເທລ ຜູ້ວ່າການແຂວງ ແລະ ອະດີດນັກເບສບອລ ເມເຈີລີກຢ່າງ Octavio Dotel ອາຍຸ 51 ປີ ເສຍຊີວິດລະຫວ່າງທາງໄປໂຮງໝໍ ຫຼັງຈາກຖືກດຶງອອກມາຈາກຊາກຫັກພັງ

 

 

ຕາມລາຍງານເຜີຍວ່າ ເຫດການດັ່ງກ່າວເກີດຂຶ້ນເມື່ອຊ່ວງເຊົ້າຂອງວັນອັງຄານ ຕາມເວລາທ້ອງຖິ່ນທີ່ຜ່ານມາ ໃນລະຫວ່າງການສະແດງຄອນເສີດຂອງເປເຣຊ ນັກຮ້ອງເມີເຣງເກ້ຄົນດັງຊາວໂດມິນິກັນ ຊຶ່ງເສຍຊີວິດໃນທີ່ເກີດເຫດດ້ວຍຈາກຄຳຢືນຢັນຂອງຜູ້ຈັດການ ແລະ ຄອບຄົວຂອງລາວ

 

 

ໂດຍໃນງານນີ້ຍັງມີນັກການເມືອງ ນັກກິລາ ແລະ ບຸກຄົນທີ່ມີຊື່ສຽງອື່ນໆ ຫຼາຍຄົນມາຮ່ວມຊົມດ້ວຍ ໜຶ່ງໃນນັ້ນມີ ນາງ ເນລຊີ ຄຣູຊ ຜູ້ວ່າການແຂວງ ມອນເຕຄຣິສຕີ ຈາກການເປີດເຜີຍຂອງປະທານາທິບໍດີລຸຍສ໌ ອາບິນາເດ ຜູ້ນຳສາທາລະນະລັດໂດມິນິກັນ ໂດຍ ນາງຄຣູຊ ເປັນນ້ອງສາວຂອງເນລສັນ ຄຣູຊ ອະດີດນັກເບສບອລ MLB All-Star.

 

ຂະນະດຽວກັນ, ຫຼັງເກີດເຫດໄດ້ມີການລະດົມເຈົ້າໜ້າທີ່ກູ້ໄພ ປະມານ 400 ຄົນ ຮ່ວມກັນເລັ່ງມືຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານກວ່າຫຼາຍຮ້ອຍຄົນ, ທ່າມກາງຄອບຄົວຂອງເຫຍື່ອທີ່ມາເຝົ້າລໍຕິດຕາມຟັງຂ່າວຊາຕາກຳຂອງບຸກຄົນຜູ້ເປັນທີ່ຮັກຂອງຕົນວ່າເປັນແນວໃດ

 

ດ້ານໂຄສົກທຳນຽບປະທານາທິບໍດີສາທາລະນະລັດໂດມິນິກັນແຖລງວ່າໄດ້ມີການເພີ່ມອຸປະກອນໜັກເຂົ້າໄປໃຫ້ກັບທີມກູ້ໄພເພີ່ມຂຶ້ນເພື່ອໃຊ້ໃນການເຄຼຍຊາກຫັກພັງ ແລະ ດຳເນີນການຄົ້ນຫາຜູ້ລອດຊີວິດຕໍ່ໄປ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ