ການແຂ່ງຂັນບານເຕະ UEFA Champions League 2024/25 ຮອບກ່ອນເຂົ້າຮອບຮອງຊະນະເລີດ ນັດທີສອງ ໃນຄືນວັນພຸດທີ 16 ເມສາທີ່ຜ່ານມາ ມີຜົນການແຂ່ງຂັນດັ່ງນີ້
ເຣອານ ມາດຣິດ 1-2 ອາເຊນໍ (ລວມຜົນສອງນັດ ອາເຊນໍ ຊະນະ 5-1) ຜູ້ເຮັດປະຕູ ເຣອານ ມາດຣິດ: ວິນິຊິອຸສ ຈູນຽ (ນາທີ 66) ອາເຊນໍ: ບູກາໂຢ ຊາກາ (ນາທີ 64), ກາເບຣຍລ ມາຕິເນລລີ (ນາທີ 90+2) ຊາກາ ເຖິງແມ່ນວ່າຈະພາດຈຸດໂທດໃນເຄິ່ງເວລາທຳອິດ ແຕ່ສາມາດແກ້ຕົວດ້ວຍການຍິງປະຕູເປີດໃຫ້ທີມຂຶ້ນນຳ ກ່ອນທີ່ ມາຕິເນລລີ ຈະຍິງປະຕູປິດທ້າຍໃນຊ່ວງເວລາບາດເຈັບ ສົ່ງຜົນໃຫ້ ອາເຊນໍ ຜ່ານເຂົ້າສູ່ຮອບຮອງຊະນະເລີດເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ໂດຍຈະພົບກັບ ປາຣີ ແຊັງ-ແຊກແມງ ໃນຮອບຕໍ່ໄປ
ອິນເຕີ ມິລານ 2-2 ບາເຢິນ ມິວນິກ (ລວມຜົນສອງນັດ ອິນເຕີ ມິລານ ຊະນະ 4-3) ຜູ້ເຮັດປະຕູ ອິນເຕີ ມິລານ: ເລົາຕາໂຣ ມາຕິເນຊ (ນາທີ 58), ແບັງຊະແມັງ ປາວາ (ນາທີ 61) ບາເຢິນ ມິວນິກ: ແຮຣີ ເຄນ (ນາທີ 52), ເອຣິກ ດາຍເອີ (ນາທີ 76) ອິນເຕີ ມິລານ ເປີດບ້ານສະເໝີກັບ ບາເຢິນ ມິວນິກ 2-2 ເຮັດໃຫ້ລວມຜົນສອງນັດຊະນະ 4-3 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍຈະພົບກັບ ບາເຊໂລນາ ໃນຮອບຕໍ່ໄປ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |