
ໃນຂະນະທີ່ Samsung ກຳລັງປະເຊີນກັບບັນຫາການປ່ອຍອັບເດດ One UI 7 ທີ່ຊັກຊ້າ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ໃຊ້ງານຈຳນວນຫຼາຍ, ມີລາຍງານວ່າບໍລິສັດກຳລັງພັດທະນາ One UI 8 ແລ້ວ. ໃນປີນີ້ Samsung ອາດຕັດສິນໃຈຂ້າມການອັບເດດຍ່ອຍ ແລະ ໄປສູ່ One UI 8 ທີ່ຄາດວ່າຈະມາພ້ອມກັບ Android 16.
ຈາກການທົດສອບ One UI 8 ລຸ້ນເບື້ອງຕົ້ນໃນ Galaxy Z Flip 6 ພົບວ່າການປ່ຽນແປງໃນຄັ້ງນີ້ອາດບໍ່ຫຼາຍປານໃດ ແລະ ເບິ່ງຄືວ່າຟີເຈີໃໝ່ບາງຢ່າງເປັນສິ່ງທີ່ Samsung ສາມາດປ່ອຍມາພ້ອມກັບ One UI 7 ໄດ້ຢູ່ແລ້ວ.
ຟີເຈີເດັ່ນທີ່ພົບໃນ One UI 8 (ເບື້ອງຕົ້ນ)
- Now Brief ກັບມາໃຊ້ງານໄດ້: ຟີເຈີສະຫຼຸບຂໍ້ມູນຂ່າວສານ ແລະ ສະພາບອາກາດ Now Brief ທີ່ມີໂຄ້ດພື້ນຖານຢູ່ໃນ One UI 7 ຢູ່ແລ້ວ, ຈະຖືກເປີດໃຊ້ງານໃນອຸປະກອນລຸ້ນເກົ່າທີ່ຮອງຮັບໃນ One UI 8 ລວມເຖິງ Galaxy Z Flip 6 ແລະ ລຸ້ນຊັ້ນນຳອື່ນໆ ທີ່ເປີດຕົວໃນປີ 2024.
- ຮອງຮັບ Log Video Recording: ຟີເຈີບັນທຶກວິດີໂອໃນຮູບແບບ Log ຊຶ່ງເປີດຕົວຄັ້ງທຳອິດໃນ Galaxy S25 Series ແລະ ຈະພ້ອມໃຊ້ງານໃນ Galaxy S24 Series ທີ່ອັບເດດເປັນ One UI 7 ຈະຖືກລວມຢູ່ໃນ One UI 8 ນຳ.
- Quick Share ປັບປຸງໃໝ່: ເມນູ Quick Share ສຳລັບການແຊຣ໌ໄຟລ໌ກັບອຸປະກອນ Android ອື່ນໆ ໄດ້ຮັບການປັບປຸງ ໂດຍແບ່ງອອກເປັນສອງແທັບຊັດເຈນຄື “ຮັບ” ແລະ “ສົ່ງ”. ໃນແທັບ “ຮັບ” ຜູ້ໃຊ້ສາມາດຕັ້ງຄ່າໃຫ້ອຸປະກອນເຫັນໄດ້ຊົ່ວຄາວ ແລະ ປິດການເຫັນເມື່ອໃຊ້ງານແລ້ວ, ຊຶ່ງເປັນທາງອອກທີ່ດີກວ່າຕົວເລືອກການເຫັນແບບຖາວອນ ຫຼື ຈຳກັດເວລາ 10 ນາທີໃນປັດຈຸບັນ.
- UI ເລັກນ້ອຍໃນ Quick Settings: ມີການປ່ຽນແປງເລັກນ້ອຍໃນແຜງ Quick Settings ໂດຍປຸ່ມບາງປຸ່ມອາດມີການແຮເງົາ ແຕ່ຍັງບໍ່ແນ່ຊັດວ່າເປັນດີໄຊໃໝ່ ຫຼື ບັກ ເນື່ອງຈາກພົບໃນ Galaxy Z Flip 6 ພຽງເຄື່ອງດຽວຈາກການທົດສອບ.
- UI ໃນແອັບ Gallery ປ່ຽນ: ໃນແອັບ Gallery ຕົວເລືອກຕ່າງໆ ທີ່ປະກົດເມື່ອແຕະປຸ່ມເມນູຈະຖືກລ້ອມຮອບດ້ວຍວົງກົມ, ເຮັດໃຫ້ເບິ່ງໜ້າສົນໃຈຂຶ້ນ ແຕ່ຟັງຊັນການເຮັດວຽກຍັງຄືເກົ່າ.
Android 16 ເປັນພື້ນຖານ ແຕ່ຟີເຈີໃໝ່ຫຼັກອາດຈຳກັດສະເພາະ Pixel
ເນື່ອງຈາກ One UI 8 ສ້າງຢູ່ເທິງ Android 16 ຄາດວ່າຈະມີການປ່ຽນແປງຢູ່ເບື້ອງຫຼັງການເຮັດວຽກຂອງລະບົບປະຕິບັດການຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ຟີເຈີໃໝ່ທີ່ຜູ້ໃຊ້ສຳຜັດໄດ້ໂດຍກົງສ່ວນໃຫຍ່ອາດມີສະເພາະໃນອຸປະກອນ Pixel ແລະ ອຸປະກອນທີ່ໃຊ້ Android ລ້ວນໆ ເນື່ອງຈາກຟີເຈີບາງຢ່າງທີ່ Google ເປີດຕົວ ອາດມີຢູ່ແລ້ວໃນອຸປະກອນ Samsung ຕາມທຳນຽມທີ່ຜ່ານມາ ເຊັ່ນ: ວິດເຈັດໜ້າຈໍລັອກ ຊຶ່ງຈະມາພ້ອມກັບ Android 16 ແຕ່ Samsung ມີຟີເຈີນີ້ໃນ One UI 7 ຢູ່ແລ້ວ.
One UI 8 ຈະມາເມື່ອໃດ?
ປັດຈຸບັນ One UI 8 ຍັງຢູ່ໃນຂັ້ນຕອນການພັດທະນາ, ດັ່ງນັ້ນຈຶ່ງອາດມີຟີເຈີ ແລະ ການປັບປຸງເພີ່ມເຕີມທີ່ Samsung ກຳລັງວາງແຜນຈະໃສ່ເຂົ້າມາ. ເຖິງຢ່າງໃດກໍຕາມ, ຄາດການວ່າການປ່ຽນແປງອາດບໍ່ຫຼາຍປານໃດ ເນື່ອງຈາກ One UI 7 ຖືເປັນການອັບເດດຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງຂອງ One UI ໃນຊ່ວງຫຼາຍປີທີ່ຜ່ານມາ.
ມີຄວາມເປັນໄປໄດ້ວ່າ Samsung ອາດບໍ່ມີເວລາເພີ່ມຟີເຈີໃໝ່ໆ ຫຼາຍໃນ One UI 8 ເນື່ອງຈາກ Galaxy Z Fold 7 ແລະ Galaxy Z Flip 7 ຈະເປີດຕົວພ້ອມ One UI 8 ຕິດຕັ້ງມາລ່ວງໜ້າ, ແລະ ມີຂໍ້ມູນວ່າ One UI 8 ອາດພ້ອມໃຊ້ງານໃນອຸປະກອນປັດຈຸບັນພາຍໃນສາມເດືອນຂ້າງໜ້າ ໂດຍມີຄວາມເປັນໄປໄດ້ທີ່ Samsung ຈະບໍ່ເປີດໃຫ້ຜູ້ໃຊ້ທົດສອບ Beta ສຳລັບຊອຟແວໃໝ່ນີ້.
ໂດຍລວມແລ້ວ One UI 8 ທີ່ກຳລັງຈະມາເຖິງ ເບິ່ງຄືວ່າຈະເປັນການອັບເດດທີ່ບໍ່ເນັ້ນຟີເຈີໃໝ່ຫຼາຍ ແຕ່ເປັນການປັບປຸງ ແລະ ນຳຟີເຈີທີ່ມີຢູ່ແລ້ວໃຫ້ສາມາດໃຊ້ງານໄດ້ໃນອຸປະກອນທີ່ຫຼາກຫຼາຍຂຶ້ນ. ທ່າມກາງຄວາມວຸ້ນວາຍໃນການແກ້ໄຂບັນຫາການປ່ອຍອັບເດດ One UI 7, ການມາເຖິງຂອງ One UI 8 ຈຶ່ງເປັນສິ່ງທີ່ໜ້າຈັບຕາເບິ່ງວ່າ Samsung ຈະສາມາດມອບປະສົບການໃຊ້ງານທີ່ລາບລື່ນໃຫ້ກັບຜູ້ໃຊ້ງານໄດ້ຫຼືບໍ່.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |


















