Tou-Vientianepost (6)
ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວການແລກປ່ຽນເງິນຕາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 25 April, 2023

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕານໍາບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດແລກປ່ຽນເງິນຕາຈາກ ທະນາຄານແຫ່ງ ສປປ ລາວ.

ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018 ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022;

ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022; ອີງຕາມແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນ ຂອງທະນາຄານທຸລະກິດ ສະບັບເລກທີ 01/ທຫລ, ລົງວັນທີ 13 ມັງກອນ 2023.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວ ປະເທດ ຊາບວ່າ: ໃນໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງຢຸດຕິການອະນຸຍາດດໍາເນີນ

ທຸລະກິດ ແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາໃນຂອບເຂດທົ່ວປະເທດ ທັງຫມົດ 419 ຮ້ານ ຫມາຍວ່າ ສປປ ລາວ ແມ່ນບໍ່ມີ ການອະນຸຍາດດໍາເນີນທຸລະກິດຮ້ານແລກປ່ຽນເງິນຕາແລ້ວ. ຜ່ານການຕິດຕາມກວດກາ ເຫັນວ່າ ມີບຸກຄົນ ຫຼື ນິຕິບຸກ ຄົນຈໍານວນຫນຶ່ງ ຍັງມີການສວຍໃຊ້ຄວາມຊິນເຄີຍກັບລູກຄ້າຂອງຕົນ ແລະ ມີການໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ ຮັບອະນຸຍາດໃຫ້ແກ່ສັງຄົມ.

ຕໍ່ກັບບັນຫາດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ໄດ້ມີການລົງຕິດຕາມກວດກາ ແລະ ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ໃນການປະຕິບັດມາດຕະການທາງກົດຫມາຍຕໍ່ຫົວຫນ່ວຍທຸລະກິດທີ່ ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງດັ່ງກ່າວແຕ່ລະໄລຍະ.

ເຖິງຢ່າງໃດກໍຕາມ, ເພື່ອປະຕິບັດໃຫ້ສອດຄ່ອງຕາມກົດຫມາຍ ແລະ ລະບຽບການ, ບໍ່ເປັນການຊຸກຍູ້ສົ່ງເສີມ ການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງ ແລະ ປ້ອງກັນຄວາມສ່ຽງຈາກປະກົດການຫຍໍ້ທໍ້ຂອງສັງຄົມ ທະນາຄານແຫ່ງ ສປປ ລາວ ຂໍຄວາມຮ່ວມມືມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ,

ພະນັກງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ໃຫ້ນໍາໃຊ້ບໍລິການປ່ຽນ ເງິນຕານາ ທະນາຄານທຸລະກິດ, ຫນ່ວຍບໍລິການ ແລະ ຫນ່ວຍແລກປ່ຽນເງິນຕາ ຂອງທະນາຄານທຸລະກິດ ທີ່ໄດ້ຮັບ ອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ເທົ່ານັ້ນ ຫຼີກລ່ຽງການໃຊ້ບໍລິການແລກປ່ຽນເງິນຕາ

ນໍາ ບຸກຄົນ ຫຼື ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດ ລວມທັງຜູ້ທີ່ມີການໂຄສະນາແລກປ່ຽນເງິນຕາຜ່ານສື່ ແລະ ຊ່ອງທາງອອນລາຍຕ່າງໆ ຊຶ່ງຖືວ່າບໍ່ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກ ງານ, ທະຫານ ແລະ ຕໍາຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ມີສະຕິ ໃນການແລກປ່ຽນເງິນຕາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-15T160458.899
ກຸ່ມຜະລິດແນວພັນເຂົ້າລຸ້ນ3 ບ້ານຕຶງ ໄດ້ຮັບການພັດທະນາກຳລັງການຜະລິດເພີ້ມຂຶ້ນ
pele - 2025-10-15T155548.983
ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
ຢ່າລື່ມກົດຕິດຕາມ