Copy of site cover (3)
ຜົນບານ ແມນຢູ ພິກຊະນະ ໂອລິມປິກ ລີຍົງ ຊ່ວງຕໍ່ເວລາຮອບຮອງ ຢູໂຣປ້າລີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 April, 2025
ໝວດ: ກິລາ

ແມນຯ ຢູໄນເຕັດ ໂກງຄວາມຕາຍພິກຊະນະ ໂອລິມປິກ ລີຍົງ ເຫຼືອ 10 ຄົນ ໃນຊ່ວງຕໍ່ເວລາພິເສດ 5-4 ສະກໍລວມ 2 ນັດ 7-6 ຜ່ານເຂົ້າຮອບຮອງຊະນະເລີດ ສຶກຢູໂຣປ້າ ລີກ

ຣູເບນ ອະໂມຣິມ ສົ່ງ ອັອງເດຣ ໂອນານ່າ ກັບມາເຮັດໜ້າທີ່ຜູ້ຮັກສາປະຕູອີກຄັ້ງ ຫຼັງໂດນດຣັອບໃນເກມທີ່ພົບກັບນິວຄາສເຊິ່ລ ສ່ວນແນວຮຸກໃຊ້ ບຣູໂນ່ ແຟຣ໌ນັນດ໌ສ ກັບຕັນທີມ ປະສານກັບ ອະເລຮານໂດຣ ກາຣ໌ນາໂຊ່ ໂດຍມີ ຣາສມຸສ ຮອຍລຸນດ໌ ໜ້າເປົ້າ

ເປົາໂລ ຟອນເຊກ້າ ສົ່ງຜູ້ເລັ່ນຕົວຫຼັກລົງສະໜາມແນວຮຸກວາງ ຣາຍານ ແຊຣ໌ກີ, ຕິອາໂກ້ ອັລມາດ້າ ແລະ ຈອຣ໌ຈສ໌ ມິກາອູຕັດເຊ່

ນາທີ 10 ແມນເຊສເຕີ ຢູໄນເຕັດ ຂຶ້ນນຳ 1-0 ຈາກຈັງຫວະ ອະເລຮານໂດຣ ກາຣ໌ນາໂຊ່ ຈ່າຍບານໃນກອບເຂດໂທດກັບເຂົ້າມາໃຫ້ ມານູເອລ ອູກາຣ໌ເຕ້ ຍິງເຂົ້າປະຕູໄປ

 

ນາທີ 16 ຄາເຊມິໂຣ່ ຍິງດ້ວຍຊ້າຍໃນກອບເຂດໂທດເຂົ້າມຸມໄກແຕ່ ລູຄັສ ເພອຣີ່ ປັດໄວ້ໄດ້

ນາທີ 45+1 ແຮຣີ່ ແມັກໄກວຣ໌ ວາງບານຍາວເຂົ້າມາໃນກອບເຂດໂທດ ດີໂອໂກ້ ດາໂລຕ໌ ເບຍດກັບຜູ້ເລັ່ນລີຍົງກ່ອນຍິງດ້ວຍຂວາໄປທີ່ເສົາໄກໜີມືຂອງ ລູຄັສ ເພອຣີ່ ເຂົ້າໄປໃຫ້ແມນຯ ຢູໄນເຕັດ ໜີອອກໄປເປັນ 2-0

ຈົບເຄິ່ງແລກ ແມນຯ ຢູໄນເຕັດ ນຳ ໂອລິມປິກ ລີຍົງ 2-0 (ສະກໍສອງນັດ 4-2)

ກັບມາເລັ່ນເຄິ່ງຫຼັງນາທີ 50 ຣາສມຸສ ຮອຍລຸນດ໌ ວາງໃຫ້ ອະເລຮານໂດຣ ກາຣ໌ນາໂຊ່ ກະຊາກບານຂຶ້ນມາແລ້ວລັອກຫຼົບໜຶ່ງຈັງຫວະກ່ອນຍິງໄປຕິດເຊຟຂອງ ລູຄັສ ເພອຣີ່ ແມນຯ ຢູໄນເຕັດ ພາດໂອກາດທອງຢ່າງໜ້າເສຍດາຍ

ນາທີ 54 ໂກຣັອງແຕັງ ໂຕລິສໂຊ່ ໝຸນຕົວກ່ອນຕວັດຍິງດ້ວຍຂວາ ອັອງເດຣ ໂອນານ່າ ໂຊວ໌ຊູເປີເຊຟພຸ່ງປັດເອົາໄວ້ໄດ້

ນາທີ 71 ໂອລິມປິກ ລີຍົງ ຕີໄຂ່ແຕກໄລ່ມາເປັນ 1-2 ຈາກຈັງຫວະ ອະເລັກຊົງດຣ໌ ລາກາແຊັຕຕ໌ ຕົວສຳຮອງໂຫມ່ງເຊັດຕໍ່ໃຫ້ ໂກຣັອງແຕັງ ໂຕລິສໂຊ່ ໂຂກໜ້າປາກປະຕູເຂົ້າໄປ

ນາທີ 77 ໂອລິມປິກ ລີຍົງ ຕາມຕີສະເໝີ 2-2 ອະເລັກຊົງດຣ໌ ລາກາແຊັຕຕ໌ ຕົວສຳຮອງຕາມຊ້ຳລູກຍິງຂອງ ນິໂຄລັສ ຕາເກລຍຟິໂກ້ ແຕ່ເມື່ອເຊັກອີກຄັ້ງບານຂ້າມເສັ້ນໄປແລ້ວໃນຈັງຫວະແລກຂອງ ຕາເກລຍຟິໂກ້ ເຮັດໃຫ້ສະກໍລວມ 4-4

ນາທີ 89 ໂກຣັອງແຕັງ ໂຕລິສໂຊ່ ເຮັດຟາວລ໌ ເລນີ່ ໂຢໂຣ່ ຜູ້ຕັດສິນໃຫ້ໃບເຫຼືອງທີ່ 2 ເປັນໃບແດງໄລ່ອອກຈາກສະໜາມໄປ ເຮັດໃຫ້ ໂອລິມປິກ ລີຍົງ ເຫຼືອຜູ້ເລັ່ນ 10 ຄົນ

ຈາກນັ້ນບໍ່ມີສະກໍເພີ່ມຈົບເກມ ແມນຯ ຢູໄນເຕັດ ສະເໝີ ໂອລິມປິກ ລີຍົງ 2-2 ເຮັດໃຫ້ລວມຜົນສອງນັດສະເໝີກັນ 4-4 ຕ້ອງຕໍ່ເວລາພິເສດ 30 ນາທີ ນາທີ 104 ຣາຍານ ແຊຣ໌ກີ ຍິງໃຫ້ທີມນຳ 3-2 ຈາກນັ້ນນາທີ 110 ອະເລັກຊົງດຣ໌ ລາກາແຊັຕຕ໌ ຍິງຈຸດໂທດ ນຳ 4-2

ແມນຯ ຢູໄນເຕັດ ມາໄລ່ເປັນ 3-4 ຫຼັງຈາກ ຄາເຊມິໂຣ່ ໄປເຮັດຟາວລ໌ ຜູ້ຕັດສິນເຊັກ VAR ເປັນຈຸດໂທດ ບຣູໂນ່ ແຟຣ໌ນັນດ໌ສ ຍິງຈຸດໂທດເຂົ້າໄປໃນນາທີ 114 ເຮັດໃຫ້ປະຕູລວມ 2 ນັດໄລ່ມາເປັນ 5-6

ນາທີ 120 ຄັອບບີ້ ເມນູ ມາຍິງຕີເສມີ ໃຫ້ ແມນຯ ຢູໄນເຕັດສະເໝີ ເປັນ 4-4 ເຮັດໃຫ້ສະກໍລວມ 2 ນັດ ແມນຯ ຢູໄນເຕັດ ສະເໝີ 6-6

ຄາເຊມິໂຣ່ ມາເປີດບານໄປໃຫ້ ແຮຣີ່ ແມັຄໄກວຣ໌ ໂຫມ່ງຍ້ອນທາງຈໍ່ໆ ເຮັດໃຫ້ ເຈົ້າຖິ່ນ ນຳ 5-4 ນາທີ 120+1 ເຮັດໃຫ້ສະກໍລວມ ແມນຢູ ພິກນຳ 7-6

ຈົບເກມ ແມນຯ ຢູໄນເຕັດ ເປີດບ້ານຊະນະ ໂອລິມປິກ ລີຍົງ ທີ່ເຫຼືອ 10 ຄົນ 5-4 ລວມຜົນສອງນັດ ຊະນະ 7-6 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄປພົບກັບ ແອັດເລຕິກ ບິລເບົາ

ຣາຍຊື່ 11 ຜູ້ເລັ່ນຕົວຈິງ ແມນຯ ຢູໄນເຕັດ (3-4-2-1) : ອັອງເດຣ ໂອນານ່າ – ນຸສແຊຣ໌ ມາຊຣາອູຍ, ແຮຣີ່ ແມັກໄກວຣ໌, ເລນີ່ ໂຢໂຣ່ – ດີໂອໂກ້ ດາໂລຕ໌, ມານູເອລ ອູກາຣ໌ເຕ້, ຄາເຊມິໂຣ່, ພາທຣິກ ດອຣ໌ກູ – ອະເລຮານໂດຣ ກາຣ໌ນາໂຊ່, ບຣູໂນ່ ແຟຣ໌ນັນດ໌ສ – ຣາສມຸສ ຮອຍລຸນດ໌

ໂອລິມປິກ ລີຍົງ (4-3-3) : ລູຄັສ ເພອຣີ່ – ເອນສ໌ລີ້ຍ໌ ເມັຕແລນດ໌-ໄນລ໌ສ, ຄລິນຕັນ ມາຕ້າ, ມູຊ່າ ນີຍາກາເຕ້, ນິໂຄລັສ ຕາເກລຍຟິໂກ້ – ຈອຣ໌ແດນ ເວິເຣຕູຕ໌, ເອັດກາຣ໌ ເອັກກູໂອກູ – ໂກຣັອງແຕັງ ໂຕລິສໂຊ່, ຣາຍານ ແຊຣ໌ກີ, ຕິອາໂກ້ ອັລມາດ້າ, ຈອຣ໌ຈສ໌ ມິກາອູຕັດເຊ່

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
ຢ່າລື່ມກົດຕິດຕາມ