Copy of site cover (4)
ຜົນບານເຕະ ສເປີສ ຊະນະ ແຟຣ້ງເຟີຕ ເຂົ້າຮອບຮອງຊະນະເລີດຢູໂຣປາ ລີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 April, 2025
ໝວດ: ກິລາ

ສເປີສ ຜ່ານເຂົ້າຮອບຮອງຊະນະເລີດ ຢູໂຣປາ ລີກ ຫຼັງຈາກບຸກໄປຊະນະ ແຟຣ້ງເຟີຕ 1-0 ແລະ ຖືເປັນການເກັບຄລີນຊີດໃນຮອບ 10 ນັດ

ເກມຢູໂຣປາ ລີກ ຮອບ 8 ທີມສຸດທ້າຍ ນັດທີ 2 ແຟຣ້ງເຟີຕ ເປີດບ້ານພົບ ສເປີສ ໂດຍເກມແລກທີມຈາກບຸນເດສລີກາ ບຸກໄປເສມົ 1-1

ດິໂນ່ ທັອບໂມລເລີ ເກມນີ້ສົ່ງ ມາຣິໂອ ເກິດເຊິ່ ແນວຮຸກທີ່ມີປະສົບການສູງກັບມາເປັນຕົວຈິງ ຫຼັງຈາກເປັນຕົວສຳຮອງໃນເກມລີກລ່າສຸດທີ່ຊະນະ ໄຮເດນໄຮມ໌ ລົງມາປັ້ນເກມໃຫ້ ອູໂກ້ ເອກິຕິເກ້

ເກມນີ້ ແອນຈ໌ ປອສເຕໂກກລູ ກຸນຊືອ ສເປີສ ບໍ່ມີ ຊົນ ຮຶງ ມິນ ກັບຕັນທີມທີ່ບາດເຈັບ ເຮັດໃຫ້ 3 ປະສານເກມຮຸກໃຊ້ ເບຣນແນນ ຈອນສັນ, ໂດມິນິກ ໂຊລັງກີ້ ແລະ ມາຕິສ ແຕລ

ນັດນີ້ມີພຽງປະຕູດຽວ ໂດຍມາຈາກ ຈຸດໂທດຂອງ ໂດມິນິກ ໂຊລັງກີ້ ໃນນາທີທີ 43 ຈາກການທີ່ ເຈມສ໌ ແມດດິສັນ ໂຫມ່ງບານແລ້ວໄປຖືກ ຄາເຢາ ຊານໂຕ໊ສ ອັດລົງໄປນອນເຈັບ ເຮັດໃຫ້ລວມຜົນສອງນັດ ສເປີສ ຜ່ານເຂົ້າຮອບເຄິ່ງຊະນະເລີດ ດ້ວຍປະຕູລວມ 2-1 ໂດຍໃນຮອບເຄິ່ງຊະນະເລີດຈະໄປພົບ ໂບໂດ/ກລິມທ໌ ທີ່ຊະນະດວລຈຸດໂທດ ລາຊິໂອ ມາໄດ້ ອີກທັງເປັນການເກັບຄລີນຊີດ ນັດແລກໃນຮອບ 10 ນັດຫຼັງສຸດທຸກລາຍການ ຂອງສເປີສ ອີກດ້ວຍ

ຜູ້ຫຼິ້ນ 11 ຄົນແລກຂອງທັງສອງທີມ
ແຟຣ້ງເຟີຕ (4-2-3-1): ຄາເຢາ ຊານໂຕ໊ສ – ຣາສມຸສ ຄຣິສເຕນເຊິ່ນ, ໂຣບິນ ຄັອກ, ຕູຕ້າ, ອາກຕູຣ໌ ເຕອັ໊ຕ – ເອລລ໌ເຢສ ສຄິຣີ່, ຮູໂກ້ ລາຣ໌ສສັນ – ຟາຣິສ ໄຊບີ້, ຊອງ-ມັຕເຕໂອ ບາໂອຢ່າ, ມາຣິໂອ ເກິດເຊິ່, ນາທາເນຍລ໌ ບຣາວນ໌ – ອູໂກ້ ເອກິຕິເກ້
ສເປີສ (4-3-3): ກູເຍລໂມ່ ວິຄາຣິໂອ – ເປໂດຣ ປອຣ໌ໂຣ່, ຄຣິສຕຽນ ໂຣເມໂຣ່, ມິກກີ້ ຟານ ເດີ ເຟນ, ເດສຕິນີ່ ອູໂດກີ້ – ລູຄັສ ເບີກວັລລ໌, ໂຣດຣິໂກ້ ເບນຕານກູຣ໌, ເຈມສ໌ ແມດດິສັນ – ເບຣນແນນ ຈອນສັນ, ໂດມິນິກ ໂຊລັງກີ້, ມາຕິສ ແຕລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ