
Office 2019 ໃກ້ຈະໝົດອາຍຸແລ້ວ ໂດຍຜູ້ໃຊ້ Microsoft Office ເວີຊັນເກົ່າ ທັງ Office 2016 ແລະ Office 2019 ຈະສິ້ນສຸດການສະໜັບສະໜູນໃນມື້ດຽວກັນກັບວັນທີ່ Windows 10 ສິ້ນສຸດຢ່າງເປັນທາງການ. ນັ້ນໝາຍຄວາມວ່ານັບຈາກມື້ນີ້ທ່ານມີເວລາພຽງແຕ່ 6 ເດືອນເທົ່ານັ້ນທີ່ຍັງອັບເດດຄວາມປອດໄພໃນ Office 2016 ແລະ Office 2019.
ຕາມບລັອກຊຸມຊົນດ້ານເຕັກນິກຂອງ Microsoft ເປີດເຜີຍວ່າຈະຢຸດການສະໜັບສະໜູນ Office 2016 ແລະ 2019 ໃນວັນທີ 14 ຕຸລາ 2025. ຕັ້ງແຕ່ວັນດັ່ງກ່າວ, Microsoft ຈະຢຸດສະໜັບສະໜູນ Office ເວີຊັນເກົ່າ ແລະ “ຈະບໍ່ໃຫ້ການແກ້ໄຂດ້ານຄວາມປອດໄພ, ການແກ້ໄຂຂໍ້ບົກຜ່ອງ, ຫຼື ການສະໜັບສະໜູນດ້ານເຕັກນິກສຳລັບຜະລິດຕະພັນເຫຼົ່ານີ້ອີກຕໍ່ໄປ”.
ສຳລັບຜູ້ທີ່ໃຊ້ Office 2016 ແລະ Office 2019 ປະກາດນີ້ໝາຍຄວາມວ່າ:
- Office 2016 ແລະ Office 2019 ຍັງຄົງໃຊ້ງານໄດ້ປົກກະຕິ
- ແຕ່ຈະສ່ຽງຕໍ່ຊ່ອງໂຫວ່ ເພາະບໍ່ມີການອັບເດດດ້ານຄວາມປອດໄພ
- Office 2016 ແລະ Office 2019 ບໍ່ມີການສະໜັບສະໜູນທາງເຕັກນິກແລ້ວ
ໂປຣແກຣມສຳນັກງານໃດຄວນໃຊ້ແທນ? ຫຼັງຈາກ Office 2019 ໝົດອາຍຸ:
- ອັບເກຣດເປັນ Microsoft 365 (ແບບສະໝັກສະມາຊິກລາຍເດືອນ/ປີ)
-
- ໄດ້ຮັບ Office ເວີຊັນຫຼ້າສຸດສະເໝີ (Word, Excel, PowerPoint, Outlook ຯລຯ)
- ໃຊ້ງານໄດ້ຫຼາຍອຸປະກອນ (PC, Mac, ມືຖື)
- ມີພື້ນທີ່ OneDrive 1TB
- ອັບເດດຟີເຈີແລະຄວາມປອດໄພອັດຕະໂນມັດ
- ມີ Copilot ແລະ AI ຈາກ Microsoft ໃຫ້ໃຊ້ນຳ. ເຖິງຢ່າງໃດກໍຕາມ, ແມ້ວ່າການໃຊ້ Copilot ເພື່ອເຮັດວຽກກັບເອກະສານ Microsoft 365 ຈະມີປະໂຫຍດຫຼາຍ, ແຕ່ກໍມີຂໍ້ຈຳກັດ. ຕົວຢ່າງ, ເຖິງແມ່ນວ່າທ່ານຈະຈ່າຍເງິນສຳລັບ Microsoft 365, ແຕ່ Copilot ໃນ Microsoft 365 ຈະໃຊ້ລະບົບເຄຣດິດ AI ທີ່ມີການໃຊ້ງານຈຳກັດດ້ວຍ.
- ວິທີນີ້ເໝາະສຳລັບຄົນທີ່ຕ້ອງການໃຊ້ Office ແບບຕໍ່ເນື່ອງ ແລະ ຢາກໄດ້ຟີເຈີໃໝ່ສະເໝີ.
- ຊື້ Office 2021 (ແບບຊື້ຂາດ)
- ບໍ່ມີຄ່າສະໝັກລາຍເດືອນ/ປີ
- ໄດ້ Word, Excel, PowerPoint (ບໍ່ມີ OneDrive, Outlook ຫຼື Teams)
- ໄດ້ຮັບອັບເດດຄວາມປອດໄພ ແຕ່ບໍ່ມີຟີເຈີໃໝ່ເໝືອນ Microsoft 365
- ເໝາະສຳລັບຄົນທີ່ໃຊ້ງານທົ່ວໄປ ແລະ ບໍ່ຢາກຈ່າຍແບບລາຍເດືອນ/ລາຍປີ, ຈ່າຍຄັ້ງດຽວໃຊ້ຍາວໆ.
- ໃຊ້ທາງເລືອກຟຣີ ເຊັ່ນ Office Online ຫຼື Google Workspace
- Office Online (Word/Excel/PowerPoint) ໃຊ້ງານຜ່ານບຣາວເຊີ, ຟຣີ ຜ່ານ office.com ແຕ່ຕ້ອງມີອິນເຕີເນັດ
- Google Docs/Sheets/Slides ໃຊ້ງານຟຣີ, ມີຟີເຈີພື້ນຖານພຽງພໍສຳລັບງານເອກະສານທົ່ວໄປ, ລາຍລະອຽດຄລິກທີ່ Google Workspace
- ວິທີນີ້ເໝາະສຳລັບຜູ້ໃຊ້ທີ່ເຮັດວຽກເບົາໆ ຫຼື ບໍ່ຕ້ອງການຕິດຕັ້ງໂປຣແກຣມ.
ເຖິງຢ່າງໃດກໍຕາມ, ທາງທີ່ດີທີ່ສຸດສຳລັບຜູ້ໃຊ້ Office 2016 ແລະ Office 2019 ຄືການອັບເດດແລະອັບເກຣດໂດຍໄວທີ່ສຸດ. ຕອນນີ້ຜູ້ທີ່ໃຊ້ເວີຊັນເກົ່າຢູ່ກໍຄວນກຽມວາງແຜນສຳຮອງຂໍ້ມູນກ່ອນອັບເກຣດໄປເວີຊັນໃໝ່ກວ່າ ຫຼື ຈະໄປໃຊ້ໂປຣແກຣມສຳນັກງານຕົວອື່ນ, ຊຶ່ງມີເວລາກຽມຕົວເຖິງ 6 ເດືອນກ່ອນສິ້ນສຸດການສະໜັບສະໜູນ Office ເວີຊັນເກົ່າ.
ອ້າງອີງ: Makeuseof
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














