ເກີດເຫດເດັກນ້ອຍ 5 ປີ ອົມສາຍສາກໂທລະສັບ ໄຟຊັອດເສຍຊີວິດ ໃນຂະນະທີ່ແມ່ຍັງເຂົ້າຫ້ອງນ້ຳຢູ່.
ຊ່ວງເຊົ້າຂອງວັນທີ 24 ເມສາ 2023 ທີ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ເກີດເຫດໄຟຊັອດເດັກນ້ອຍ ເສຍຊີວິດ ຈາກການເລົ່າເຫດການຂອງຄົນບ້ານໃກ້ຄຽງ ໄດ້ເລົ່າວ່າ: ເວລາເກີດເຫດແມ່ໄດ້ເຂົ້າຫ້ອງນ້ຳຢູ່ ໃນຂະນະທີ່ລູກ ອາຍຸ 5 ປີ (ບໍ່ຮູ້ເພດ) ຫຼິ້ນຢູ່ດ້ານນອກ ແລ້ວໄດ້ອົມສາຍສາກໂທລະສັບ ຈຶ່ງເຮັດໄຟຟ້າຊັອດໝົດສະຕິ ເມື່ອແມ່ອອກມາພົບກັບລູກທີ່ຖືກໄຟຟ້າຊັອດຈຶ່ງຮີບເຂົ້າໄປຖອດປັກໄຟ ແລະ ປິດກົງເຕີໄຟຟ້າ.
ຫຼັງຈາກທີ່ລູກຖືກໄຟຟ້າຊັອດນັ້ນ ຜູ້ປົກຄອງຍັງບໍ່ມີການນຳສົ່ງໂຮງໝໍ ຈົນເວລາຜ່ານໄປ 2 ຊົ່ວໂມງຈຶ່ງໄດ້ນຳໂຕເດັກນ້ອຍສົ່ງໂຮງໝໍ ແຕ່ກໍຊ້າເກີນໄປເພາະເດັກໄດ້ເສຍຊີວິດແລ້ວ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |