Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 April, 2025

Claude ເປີດໂຕ 2 ຄຸນສົມບັດໃໝ່ ທັງລະບົບຄົ້ນຫາຂໍ້ມູນ Research ແລະ ການເຊື່ອມຕໍ່ກັບ Google Workspace ຮອງຮັບວຽກຫຼາກຫຼາຍຕັ້ງແຕ່ການຄົ້ນຄວ້າຈົນເຖິງການວາງແຜນຊີວິດປະຈຳວັນ

Claude ອີກໂມເດລ AI ທີ່ມີຊື່ສຽງໄດ້ປະກາດອັບເດດ 2 ຄຸນສົມບັດໃໝ່ຄື Research ລະບົບຄົ້ນຫາຂໍ້ມູນຈາກແຫຼ່ງອື່ນໃນໂລກອອນລາຍເພື່ອເພີ່ມຄຸນນະພາບຄຳຕອບ ແລະ ການເຊື່ອມຕໍ່ກັບ Google ທີ່ເລິກເຊິ່ງຍິ່ງຂຶ້ນ ໂດຍສາມາດນຳ Claude ເຊື່ອມຕໍ່ແລະໃຊ້ງານຮ່ວມກັບຜະລິດຕະພັນທັງຫຼາຍຂອງ Google ເປັນທີ່ຮຽບຮ້ອຍ

ສຳລັບ Research ໂດຍພື້ນຖານຄ້າຍຄືກັບລະບົບຄົ້ນຫາຂໍ້ມູນໃນໂມເດລຕົວອື່ນ ຊ່ວຍໃຫ້ Claude ສາມາດຄົ້ນຫາ, ລວບລວມຂໍ້ມູນ ແລະ ສະຫຼຸບຜົນໄດ້ກວ້າງ, ຄອບຄຸມ ແລະ ຕອບໂຈດຕໍ່ການໃຊ້ງານຫຼາຍຍິ່ງຂຶ້ນ ແລະ ສາມາດມອບຄຳຕອບຄຸນນະພາບສູງໃຫ້ແກ່ຜູ້ໃຊ້ງານໄດ້ພາຍໃນເວລາບໍ່ເທົ່າໃດວິນາທີ

ດ້ວຍເຫດນີ້ Claude ຈຶ່ງສາມາດຮອງຮັບແລະສາມາດນຳໄປໃຊ້ງານໃນຫຼາຍສາຂາວິຊາ ຕັ້ງແຕ່ໃຊ້ງານເພື່ອລວບລວມແລະສະຫຼຸບຂໍ້ມູນພາຍໃນອົງກອນ, ຈັດທຳແຜນການຕະຫຼາດ, ສະຫຼຸບຂໍ້ມູນການນຳສະເໜີ, ວິເຄາະໂຄງສ້າງຄວາມປອດໄພອາຄານ, ຄົ້ນຫາຂໍ້ມູນບົດຮຽນແລະການຄົ້ນຄວ້າສຳລັບການສຶກສາ ຫຼື ແມ່ນແຕ່ການເຂົ້າເຖິງແລະວາງແຜນຕາຕະລາງຊີວິດ

ອີກຄຸນສົມບັດໜຶ່ງທີ່ຊ່ວຍໃຫ້ການເຮັດວຽກສະດວກຂຶ້ນຄື ການເຊື່ອມຕໍ່ຂໍ້ມູນກັບ Google ຕອນນີ້ Claude ສາມາດເຂົ້າເຖິງ Google Docs, Gmail ແລະ Google Calendar ເຂົ້າເຖິງແລະເຊື່ອມຕໍ່ເຂົ້າກັບ Google Workspace ໄດ້ໂດຍກົງ ຊ່ວຍໃຫ້ຜູ້ໃຊ້ງານບໍ່ຕ້ອງເສຍເວລາອັບໂຫຼດໄຟລ໌ເພີ່ມເຕີມ

ດ້ວຍເຫດນີ້ Claude ຈຶ່ງຊ່ວຍສະໜັບສະໜູນຕາຕະລາງວຽກໄດ້ກວ້າງຂວາງຂຶ້ນ ທັງສະຫຼຸບໃຈຄວາມສຳຄັນຈາກອີເມລ, ກວດສອບເນື້ອໃນທີ່ຕ້ອງການໃນໄຟລ໌ເອກະສານ, ຮຽບຮຽງເນື້ອໃນແລະຈັດທຳດັດຊະນີສະເພາະຂອງເນື້ອໃນ ໄປຈົນການເຂົ້າເຖິງແລະຈັດຕາຕະລາງເວລາສຳລັບການນັດໝາຍ

ການເຂົ້າມາຂອງທັງສອງຄຸນສົມບັດຊ່ວຍໃຫ້ Claude ສະດວກແລະມີປະສິດທິພາບຫຼາຍຂຶ້ນ ເພື່ອມຸ່ງສູ່ Agentic AI ຢ່າງເຕັມຮູບແບບ

ປັດຈຸບັນທັງສອງຄຸນສົມບັດເປີດໃຫ້ບໍລິການໃນ Claude ເປັນທີ່ຮຽບຮ້ອຍໃນກຸ່ມລູກຄ້າ Max, Team ແລະ Enterprise ໂດຍໃນຊ່ວງແລກ Research ຈະເປີດໃຫ້ໃຊ້ໃນສະຫະລັດອາເມລິກາ, ຍີ່ປຸ່ນ ແລະ ບຣາຊິນກ່ອນ ແລ້ວຄ່ອຍຂະຫຍາຍໄປຍັງປະເທດອື່ນຕໍ່ໄປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
ຢ່າລື່ມກົດຕິດຕາມ