ນັກຮຽນຍິງຄົນໜຶ່ງໄດ້ຄົ້ນຄົ້ວບົດຮຽນຢູ່ ແລະຈົ່ມວ່າເຈັບຫູແຮງ ໝູ່ກໍ່ເລີຍຊ່ວຍຫູໃຫ້ເມື່ອເບິ່ງມັນແລ້ວບໍ່ຢາກເຊື່ອສາຍຕາ. ພົບແມງສາບທີ່ມີຊີວິດຢູ່ໃນຮູຫູ
ເວບໄຊ້ GMA News Online ລາຍງານກໍລະນີທີ່ເປັນຕາຢ້ານ. ເດັກຍິງຮຽນຢູ່ໃນເມືອງ Bohol ປະເທດຟີລິບປີນ ຈົ່ມວ່າເຈັບຫູແລະເມື່ອໝູ່ຊ່ວຍເບິ່ງໃຫ້ຈົນບໍ່ຢາກເຊື່ອສາຍຕາເມື່ອພົບແມງສາບທີ່ມີຊີວິດຢູ່ເຂົ້າໄປອາໃສໃນຫູຂອງໝູ່
ໝູ່ກໍ່ໄດ້ພະຍາຍາມຊ່ວຍເອົາແມງສາບອອກຈາກຫູຂອງນັກຮຽນຄັນດັ່ງກ່າວ. ດ້ວຍການທານ້ໍາມັນເບບີ້ອອຍ ແລະ ໃຊ້ແໜບດືງອອກມາຫຼາຍຄັ້ງ ໃນຂະນະນັ້ນນັກຮຽນຄົນດັ່ງກ່າວກໍ່ສົ່ງສຽງຮ້ອງອອກມາຢ່າງເຈັບປວດຢູ່ຕະຫຼອດເວລາ ຈົນໃນທີ່ສຸດກໍ່ສາມາດດຶງແມງສາບທັງໂຕອອກມາໄດ້ສຳເລັດ
ເດັກຍິງຜູ້ໂຊກຮ້າຍກ່າວວ່າໃນຂະນະທີ່ກຳລັງຄົ້ນຄົ້ວບົດຮຽນກັນຢູ່ ຢູ່ຊື່ໆກໍ່ຮູ້ສຶກວ່າມີຫັຍງເຄື່ອນໄຫວຢ່າງໄວວາໃນຫູຂອງຕົນເອງ, ເພາະຂໍໃຫ້ໝູ່ຊ່ວຍເອົາມັນອອກໃຫ້ເພາະວ່າຕົນເອງທົນຕໍ່ຄວາມເຈັບປວດບໍ່ໄຫວເພາະຖ້າຈົນຮອດເຊົ້າຄົງຈະເຈັບປວດກວ່ານີ້ ແລະເມື່ອເອົາອອກຄວາມເຈັບປວດກໍ່ຫາຍໄປທັນທີຫຼັງຈາກເອົາແມງສາບອອກຈາກຫູ
ແພດຜ່າຕັດຫູ, ດັງ ແລະ ຄໍ ໄດ້ລະບຸວ່າ: ຖ້າເກີດເຫດການໃນລັກສະນະນີ້ຂຶ້ນກັບຄົນທີ່ນັ່ງຫຼື ນອນຢູ່ພື່ນ ແນະນຳໃຫ້ຄວນໄປໂຮງໝໍທັນທີເພື່ອກວດກາເບິ່ງວ່າແມງໄມ້ທີ່ເຂົ້າມາໃນຫູນັ້ນມີຊີວິດຢູ່ຫຼືຕາຍ. ແລະເອົາແມງໄມ້ອອກຢ່າງໄວເທົ່າທີ່ຈະໄວໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |