
ເຖິງແມ່ນວ່າ Nothing ໄດ້ເປີດໂຕ Phone (3a) ແລະ Phone (3a) Pro ໄປແລ້ວໃນຊ່ວງຕົ້ນປີ, ຫຼາຍຄົນອາດສົງໄສວ່າ Phone (3) ລຸ້ນຫຼັກຈະມາເມື່ອໃດ. ຫຼ້າສຸດ Carl Pei ຜູ້ກໍ່ຕັ້ງ ແລະ CEO ຂອງ Nothing ໄດ້ອອກມາໄຂຂໍ້ສົງໄສນີ້ດ້ວຍຕົນເອງຜ່ານເຊສຊັນ Ask Me Anything (AMA) ເທິງ X ໂດຍຢືນຢັນວ່າ Nothing Phone (3) ຈະເປີດໂຕລະຫວ່າງເດືອນກໍລະກົດເຖິງກັນຍາ ຊຶ່ງຢູ່ໃນໄຕມາດທີ 3 ຂອງປີນີ້.
ເຖິງແມ່ນວ່າ Nothing ຈະຂ້າມການເປີດໂຕລຸ້ນຫຼັກໄປໃນປີທີ່ຜ່ານມາ ແຕ່ Nothing Phone (2) ກໍເປີດໂຕໃນເດືອນກໍລະກົດ 2023 ເຮັດໃຫ້ເບິ່ງຄືວ່າກຳນົດການເປີດໂຕຂອງອຸປະກອນລຸ້ນໃໝ່ນີ້ຈະບໍ່ແຕກຕ່າງຈາກແຜນເດີມຂອງແບຣນດ໌ຫຼາຍປານໃດ. ຍ້ອນກັບໄປເມື່ອປີ 2022 Nothing Phone (1) ກໍເປີດໂຕໃນເດືອນກໍລະກົດເຊັ່ນກັນ.
ໃນຂະນະນີ້ຍັງບໍ່ມີສະເປັກໃດໆຂອງ Phone (3) ຫຼຸດອອກມາ ແຕ່ຫາກກຳນົດການເປີດໂຕເປັນໄປຕາມທີ່ປະກາດໄວ້, ຄາດການໄດ້ວ່າ Nothing ຈະເລີ່ມປ່ອຍທີເຊີແຄມເປນໃນຊ່ວງເດືອນພຶດສະພາ ຫຼື ຕົ້ນເດືອນມິຖຸນານີ້ຢ່າງແນ່ນອນ. ແຟນໆ Nothing ຕຽມຕົວຕິດຕາມຄວາມເຄື່ອນໄຫວກັນໄດ້ເລີຍ!
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 663.17 | 674.44 |
EUR | 23,974 | 24,454 |
CNY | 2,951 | 3,010 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,690,000 | 43,220,000 |
![]() | 42,202,000 | 43,329,000 |














