
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
ຊ່ວງນີ້ໄພຄຸກຄາມອອນລາຍຊັບຊ້ອນຂຶ້ນຫຼາຍ ລ່າສຸດ Google ເຕືອນຜູ້ໃຊ້ Gmail ໃຫ້ລະວັງອີເມລຫຼອກລວງທີ່ແນບຄຽງທີ່ສຸດ ເພາະມັນຜ່ານລະບົບກວດສອບຄວາມປອດໄພຂອງ Google ເອງ!
ເລື່ອງຄື ມີແຮັກເກີສົ່ງອີເມລປອມເໝືອນເປັນການແຈ້ງເຕືອນຄວາມປອດໄພຈາກ Google ແທ້ໆ ເຊັ່ນ ເລື່ອງໝາຍສານ ອີເມລນີ້ມາຈາກ “[email address removed]” ຊຶ່ງເປັນທີ່ຢູ່ດຽວກັບອີເມລ Google ຈິງ ແລະ ຍັງຜ່ານລະບົບ DKIM ທີ່ Gmail ໃຊ້ ເຮັດໃຫ້ Gmail ເອງກໍຈັດອີເມລນີ້ໄວ້ໃນການສົນທະນາດຽວກັບອີເມລແຈ້ງເຕືອນຂອງຈິງ
ທີ່ໜ້າກົວຄື ລິ້ງໃນອີເມລຈະພາໄປຍັງໜ້າເວັບປອມທີ່ຄ້າຍຄືກັບໜ້າສະໜັບສະໜູນຂອງ Google ທຸກລາຍລະອຽດ ພ້ອມທັງໃຊ້ໂດເມນ “sites.google.com” ເຮັດໃຫ້ເບິ່ງໜ້າເຊື່ອຖືຫຼາຍໆ ຖ້າເຜີພາດປ້ອນຂໍ້ມູນສ່ວນຕົວໃນໜ້ານັ້ນ ບັນຊີ Gmail ຂອງທ່ານກໍຈະຕົກເປັນຂອງແຮັກເກີທັນທີ
ສິ່ງທີ່ຕ້ອງຮູ້
- ອີເມລທີ່ເບິ່ງຄືຂອງແທ້ກໍອາດເປັນຂອງປອມ: ຢ່າໄວ້ໃຈອີເມລແຈ້ງເຕືອນຄວາມປອດໄພ ແມ່ນແຕ່ຈະມາຈາກ “[email address removed]” ຫຼື ຢູ່ໃນຫົວຂໍ້ສົນທະນາດຽວກັນກັບອີເມລຈິງ
- ລະວັງລິ້ງ: ກ່ອນຄລິກ ໃຫ້ສັງເກດ URL ໃຫ້ດີ ເຖິງແມ່ນວ່າຈະເປັນໂດເມນຍ່ອຍຂອງ google.com ກໍອາດເປັນຂອງປອມ
- ກວດສອບ URL ຕອນລັອກອິນ: ທຸກຄັ້ງທີ່ຈະລັອກອິນເຂົ້າບັນຊີ Google ໃຫ້ແນ່ໃຈວ່າ URL ເປັນ “accounts.google.com” ແທ້ໆ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ
ປະຈຳວັນທີ Friday, 24 October, 2025
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |
ຂໍ້ມູນຈາກ: ຮ້ານຄຳພູວົງ














