Tou-Vientianepost (28)
ກາຍເປັນກະແສຮືຮາ ນອນແຊ່ອ່າງເງິນ ໂຊຊ້ຽວຄັອມເມັ້ນສະນັ່ນຫວັ່ນໄຫວ ພ້ອມແທັກຄົນດັງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 26 April, 2023

ໃນໂລກອອນໄລນ໌, ໄດ້ມີການແຊຣໂພສຂອງຜູ້ໃຊ້ເຟສບຸກລາຍໜຶ່ງ. ເຊິ່ງແມ່ນຜູ້ຊາຍອາຍຸປະມານ 30 ປີ, ໄດ້ໂພສຮູບລົງເປັນຮູບພາບຂອງທີ່ຊາຍຄົນນີ້ນອນແຊ່ນ້ໍາຢູ່ໃນອ່າງ ເຕັມ​ໄປ​ດ້ວຍ​ທະນາ​ບັດໃບ 1,000 ບາດ ພ້ອມແໜບເງິນຈຳນວນຫຼາຍແໜບ ແລະ​ຍັງ​ໄດ້ໃສ່ຄຳ​ໃນ​ຄໍ, ນິ້ວ​ມື, ແລະ​ແຂນ.

ໂດຍຊາຍໜຸ່ມຄົນນີ້ ໂພສຂໍ້ຄວາມປະກອບພາບ ໂດຍລະບຸວ່າ ອິດສະລະພາບທາງດ້ານການເງິນ ບໍ່ຈໍາເປັນຕ້ອງຕື່ນແຕ່ 8 ໂມງເຊົ້າ ເພາະຈະນອນເທົ່າໃດກໍ່ໄດ້ເທົ່າທີ່ຢາກນອນ. ບໍ່ຕ້ອງລໍຖ້າວັນເສົາວັນອາທິດ ເພາະທຸກໆມື້ແມ່ນມື້ພັກ ສາມາດໄປບ່ອນໃດກໍໄດ້ທີ່ຕ້ອງການຢາກໄປ ຊີວິດບໍ່ຈໍາເປັນຕ້ອງເຊື່ອຟັງຄໍາສັ່ງຂອງໃຜ. ເປັນຫຍັງເຮົາຕ້ອງມານັ່ງໃຫ້ຄົນອື່ນສັ່ງໃຫ້ເຮົາເຮັດວຽກ? ຂະໜາດພໍ່ແມ່ຍັງບໍ່ໄດ້ມາສັ່ງເລີຍຖືກບໍ່?

ຖ້າເຈົ້າຢາກເຮັດຫຍັງ ເຈົ້າກໍ່ເຮັດໄດ້ເລີຍ. ບໍ່ມີຄົນລວຍຄົນໃດລວຍຈາກການເປັນພະນັກງານດ໋ອກ.ແຕ່ຈົ່ງເຮັດໃຫ້ເງິນຢູ່ໃນບັນຊີອງເຈົ້າໃຫ້ມີຈຳນວນຫຼາຍເທົ່າກັບຫມາຍເລກໂທລະສັບມືຖືຂອງເຈົ້າ ແລ້ວຊີວິດຈະງ່າຍຂຶ້ນຫຼາຍ. (ຊ່ວງນີ້ອາກາດຮ້ອນຫຼາຍ ເລີຍຕ້ອງໄດ້ແຊ່ອ່າງເລື້ອຍໆ ອິອິ)

ໂດຍໂພສດັ່ງກ່າວໃນແຜ່ລາມອອກໄປຢ່າງໄວ ແລະຖືກແຊຣອອກໄປປະມານ 1 ພັນຄັ້ງ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ. ຫຼາຍຄົນແທັກເຟສບຸກໄປຫາໜ່ວຍງານຂອງອົງການຕ່າງໆ ເຊັ່ນ: ຫ້ອງການຕ້ານການຟອກເງິນ (AMLO), ກົມລາຍຮັບ, ຕໍາຫລວດໄທ. ລວມທັງແທັກຫາທ່ານ Chuwit Kamolvisit ອະດີດນັກການເມືອງທີ່ມັກເປີດເຜີຍຄົນຕ່າງໆອີກດ້ວຍ

ໂດຍການກວດສອບ ໜຸ່ມຄົນນີ້, ເອີ້ນຕົນເອງວ່າ ເຮ່ຍ ມັກຈະໂພສຮູບພ້ອມກັບເງິນສົດຈຳນວນຫຼາຍ, ໂມງຫຼູຫຼາ, ຄຳ ແລະ ຂອງມີຄ່າອື່ນໆ. ແລະ ໄດ້ໂພສຂໍ້ຄວາມກ່ຽວກັບຄວາມສຳເລັດໃນຊີວິດມາແລ້ວຫຼາຍຄັ້ງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ