ຮັບປະກັນການກັບສູ່ລີກສູງສຸດໄດ້ສໍາເລັດສໍາລັບ ລີດສ໌ ຢູໄນເຕັດ ແລະ ເບີນລີ່ຍ ສອງສະໂມສອນໃນການແຂ່ງຂັນ ອີເອຟແອລ ແຊມປຽນຊິບ ທີ່ຄວ້າປີ້ລຸຍສຶກພຣີເມຍລີກ ອັງກິດ ໃນລະດູການ 2025-26
ໂດຍເກມຫຼ້າສຸດ “ຍູງຄໍາ” ເປີດບ້ານຖະຫຼົ່ມ ສະໂຕກ ຊິຕີ້ 6-0 ສ່ວນ ເບີນລີ່ຍ ເອົາຊະນະ ເຊັຟຟີລ ຢູໄນເຕັດ 2-1 ເຮັດໃຫ້ທັງສອງທີມມີແຕ້ມເທົ່າກັນທີ່ 94 ຄະແນນ ຖິ້ມຫ່າງອັນດັບ 3 ຫຼາຍເຖິງ 8 ຄະແນນ ແລະ ເຫຼືອການແຂ່ງຂັນຕາມໂປຣແກຣມອີກພຽງ 2 ເກມ (ແຕ້ມຂາດແລ້ວ)
ຈາກການເລື່ອນຊັ້ນໃນຄັ້ງນີ້ຂອງ ລີດສ໌ ຢູໄນເຕັດ ທີ່ຄຸມທັບໂດຍ ດາເນຍລ ຟາເຄີ ກຸນຊືອຊາວເຢຍລະມັນ ຈະເຮັດໃຫ້ພວກເຂົາຄືນສູ່ລີກສູງສຸດອີກຄັ້ງນັບຕັ້ງແຕ່ຫຼົ່ນຊັ້ນໄປຫຼິ້ນລີກຮອງເມື່ອລະດູການ 2022-23
ຂະນະທີ່ ເບີນລີ່ຍ ພາຍໃຕ້ການເຮັດທີມຂອງ ສະກັອດ ພາເກີ ຈະຫວນຄືນລີກສູງສຸດນັບຕັ້ງແຕ່ຫຼົ່ນຊັ້ນເມື່ອລະດູການ 2023/24 ນອກຈາກນີ້ອີກໜຶ່ງທີມທີ່ຈະໄດ້ສິດເລື່ອນຊັ້ນຈະນໍາເອົາທີມອັນດັບ 3-6 ມາເຕະເພລຍ໌ອອຟກັນຕໍ່ໄປ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |