Copy of site cover (13)
ປະໂຫຍກທ້າຍເຮັດໃຫ້ໃຈຫາຍ! "ເທຣນຕ໌" ເປີດໃຈຮັບບົດຮີໂຣ່ພາ ລິເວີພູລ ເຂົ້າໃກ້ແຊມພຣີເມຍລີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 22 April, 2025
ໝວດ: ກິລາ

ເທຣນຕ໌ ອະເລັກຊານເດີ-ອາໂນລ໌ດ ນັກເຕະດາວເດັ່ນຂອງ ລິເວີພູລ ທີມດັງໃນສຶກພຣີເມຍລີກ ອັງກິດ ທີ່ສວມບົດຊູເປີຊັບລົງມາຍິງປະຕູຊັຍໃຫ້ທີມບຸກເອົາຊະນະ ເລສເຕີ ຊິຕີ້ 1-0 ທີ່ສະໜາມ ຄິງ ເພົາເວີ ເມື່ອຄືນວັນອາທິດທີ 20 ເມສາ ທີ່ຜ່ານມາ

ໂດຍຈາກໄຊຊະນະດັ່ງກ່າວເຮັດໃຫ້ “ຫົງສ໌ແດງ” ຂະຍັບເຂົ້າໃກ້ຕຳແໜ່ງແຊມລີກສະໄໝທີ 20 ຫຼາຍຂຶ້ນທັນທີ ຫຼັງມີແຕ້ມນຳຫ່າງ ອາເຊນອນ ອອກໄປເປັນ 13 ຄະແນນ ແລະ ເຫຼືອໂປຣແກຣມການແຂ່ງຂັນອີກພຽງແຄ່ 5 ນັດເທົ່ານັ້ນ

ຫຼັງຈົບເກມ ແບັກຂວາຕົວເກັ່ງໄດ້ເປີດໃຈວ່າ “ຂ້ອຍຕື່ນເຕັ້ນຫຼາຍທີ່ໄດ້ກັບມາ ຂ້ອຍເຮັດວຽກໜັກຫຼາຍໃນຊ່ວງຫຼາຍອາທິດທີ່ຜ່ານມາເພື່ອໃຫ້ກັບມາຟິດອີກຄັ້ງ ຂ້ອຍກະຫາຍທີ່ຈະລົງຫຼິ້ນ ແລະ ຂ້ອຍມີຄວາມສຸກທີ່ເຮັດປະຕູໄດ້ ມັນເປັນປະຕູສຳຄັນຫຼາຍ”

“ຕອນນີ້ພວກເຮົາໃກ້ທີ່ຈະຄວ້າແຊມແລ້ວ ຂ້ອຍຄິດວ່າຕອນນີ້ເຫຼືອອີກພຽງແຄ່ການຄວ້າໄຊອີກພຽງແຄ່ນັດດຽວ ພວກເຮົາໃກ້ຫຼາຍແລ້ວ ການເຮັດເລື່ອງແບບນີ້ໄດ້ໂດຍສະເພາະຢ່າງຍິ່ງເມື່ອມີແຟນໆ ຢູ່ທີ່ນີ້ ຖືເປັນຊ່ວງເວລາທີ່ພິເສດຫຼາຍ”

ພ້ອມກັນນີ້, ດາວເຕະໄວ 26 ປີ ຖືເປັນໜຶ່ງໃນນັກເຕະພຽງລາຍດຽວທີ່ກຳລັງຈະໝົດສັນຍາຫຼັງຈົບລະດູການນີ້ ແລະ ອະນາຄົດຂອງເຈົ້າຕົວຍັງຄົງບໍ່ແນ່ນອນຫຼັງມີຂ່າວວ່າກຽມອຳລາທີມຍ້າຍໄປຮ່ວມທີມ ເຣອັລ ມາດຣິດ ໃນລາ ລີກາ ສະເປນໃນຊີຊັນໜ້າ

“ຂ້ອຍເວົ້າມາຕະຫຼອດທັງລະດູການແລ້ວວ່າຂ້ອຍຈະບໍ່ເວົ້າເຖິງສະຖານະການຂອງຕົວເອງ ຂ້ອຍຈະບໍ່ລົງລາຍລະອຽດ”

“ແຕ່ວັນນີ້ຄືວັນພິເສດ ເຮັດປະຕູໄດ້ ໄດ້ລົງຫຼິ້ນ ຊະນະເກມ ຂະຍັບເຂົ້າໃກ້ການຄວ້າແຊມ ມັນເປັນຊ່ວງເວລາພິເສດທີ່ຈະຢູ່ໃນຄວາມຊົງຈຳຂອງຂ້ອຍຕະຫຼອດໄປ ແລະ ຂ້ອຍດີໃຈທີ່ໄດ້ເປັນສ່ວນໜຶ່ງຂອງຊ່ວງເວລາເຫຼົ່ານັ້ນ” ເທຣນຕ໌ ອະເລັກຊານເດີ-ອາໂນລ໌ດ ໃຫ້ສຳພາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
ຢ່າລື່ມກົດຕິດຕາມ