Tou-Vientianepost (34)
ອຸທາຫອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 April, 2023

ຂ່າວຈາກປະເທດເພື່ອນບ້ານ ບ້ານສະເທືອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວເວລາ 12:00 ໂມງ (26 ເມສາ 2023) ໜ່ວຍກູ້ໄພມູນນິທິ ສະຫວ່າງ ບໍລິບູນ ເມືອງ ພັດທະຍາ ໄດ້​ຮັບ​ແຈ້ງເຫດວ່າຖັງບັນຈຸນ້ຳມັນລະເບີດ ມີຜູ້ບາດເຈັບສາຫັດ 1 ຄົນ ພາຍໃນເຮືອນຮັບຊື້ຂອງເກົ່າ ທີ່ບໍ່ມີເລກທີ່ເຮືອນ , ຮ່ອມ ບ້ານວັດສະຫວ່າງອາລົມ , ໝູ່.1 , ບ.ປອງ , ເມືອງບາງລະມຸງ , ແຂວງຊົນນະບູລີ , ພາຍຫຼັງຮັບຮູ້ເລື້ອງແລ້ວຈຶ່ງຟ້າວໄປກວດສອບ , ພ້ອມດ້ວຍທີມແພດໂຮງໝໍບາງລະມຸງ     

ສະຖານທີ່ເກີດເຫດແມ່ນເຮືອນຊັ້ນດຽວ. ແລະເປີດເປັນຮ້ານຮັບຊື້ຂອງເກົ່າ ພາຍໃນເຮືອນມີການເກັບຂອງເກົ່າເປັນ: ຂວດແກ້ວ, ກ່ອງເຈ້ຍແຂງ, ເຫຼັກ ແລະຖັງເຫຼັກປະເພດຕ່າງໆ. ໄວ້ເປັນຈຳນວນຫຼາຍ ບໍລິເວນໜ້າບ້ານພົບຮ່າງຂອງ ທ້າວສະຫວຽນ ອາຍຸ 58 ປີ ເປັນຄົນ ອຸບົນລາດຊະທານີ ເຊິ່ງເປັນເຈົ້າຂອງບ້ານຫຼັງດັ່ງກ່າວ ແລະຢູ່ໃນສະພາບຖືກແຮງຂອງລະເບີດເຮັດໃຫ້ຂາທັງສອງຂ້າງເປັນບາດໃຫ່ຍ ເຫັນຮອດກະດູກ. ຕາມຮ່າງກາຍທັງຫມົດຖືກໄຟໄຫມ້ຢູ່ໃນລະດັບ 80% ນອນຫາຍໃຈຢ່າງເບົາໆ ໂດຍມີພີ່ນ້ອງຊ່ວຍປະຄັບປະຄອງຕະຫຼອດເວລາ ທາງທີມແພດໄດ້ເຮັດການຊ່ວຍເຫຼືອໃນເບື້ອງຕົ້ນ ກ່ອນເຄື່ອນຕົວນຳສົ່ງໂຮງໝໍ ບາງລະມຸງ ນອກຈາກນີ້ກວດສອບໃນສະຖານທີ່ເກີດເຫດ ໃກ້ກັບຮ່າງທີ່ຄົນເຈັບນອນຢູ່ ພົບຖັງເຫຼັກສີຂຽວ ຂະໜາດ 200 ລິດ ເຊິ່ງເປັນຖັງເກົ່າ. ສໍາລັບບັນຈຸເຫຼົ້າຄວາມເຂັ້ມ 75% ຢູ່ໃນສະພາບຜິດຮູບ ຫຼັງຈາກເກີດການລະເບີດ.

ນາງ ພິມຊະນົກ ອາຍຸ 25 ປີ ລູກສາວຂອງຜູ້ບາດເຈັບ ໄດ້ເລົ່າວ່າ: ກ່ອນເກີດເຫດ, ເຫັນພໍ່ໃຊ້ ເຄື່ອງເປົ່າຕັດເຫຼັກ ແບບໃຊ້ແກັດ ຜ່າຖັງ 200 ລິດ ຖັງໜ່ວຍດັ່ງກ່າວເຊິ່ງເປັນຖັງເກົ່າ ສຳລັບບັນຈຸເຫຼົ້າ ໃນລະຫວ່າງທີ່ພໍ່ກຳລັງຜ່າຖັງຢູ່ ກໍ່ເກີດລະເບີດຢ່າງຮຸນແຮງ ແລະ​ມີ​ລູກ​ໄຟຂະໜາດ​ໃຫຍ່. ແຮງລະເບີດເຮັດໃຫ້ບ້ານສັ່ນສະເທືອນທັງຫຼັງ ແລະແຮງລະເບີດເຮັດໃຫ້ພໍ່ກະເດັນລອຍໄປໄກ ປະມານ 2-3 ​ແມັດ, ຈົນ​ເຮັດ​ໃຫ້​ພໍ່​ໄດ້​ຮັບ​ບາດ​ເຈັບ. ແລະຖືກໄຟເຜົາແລະຈາກການລະເບີດ. ນອກຈາກນີ້ໝູ່ເພື່ອນຮ່ວມງານຂອງພໍ່ທີ່ຢູ່ໃກ້ກັນ ກໍ່ເກີດອາການຫູອື້ ຈາກສຽງ​ເຫດ​ລະ​ເບີດໃນ​ຄັ້ງ​ນີ້

ສອບຖາມຊາວບ້ານທີ່ຢູ່ໃກ້ກັບບ່ອນເກີດເຫດ ບອກວ່າ: ແຮງລະເບີດເຮັດໃຫ້ເຮືອນທີ່ຢູ່ໃກ້ຄຽງເກີດ ການສັ່ນສະເທືອນທັງຫລັງ ​ແຕ່​ບໍ່​ມີ​ເຮືອນ​ໃຜ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ​ຢ່າງໃດກໍ່ຕາມ, ທາງເທດສະບານຕຳບົນໂປ່ງ ແລະເຈົ້າໜ້າທີ່ຕຳຫຼວດ ຢູ່ໃນລະຫວ່າງການກວດສອບ ຫາຂໍ້ແທ້ຈິງ ໂດຍສັນນິຖານວ່າ​ຖັງ 200 ລິດເຊິ່ງ​ເປັນ​ຖັງ​ເກົ່າ. ສໍາລັບບັນຈຸເຫຼົ້າ 75% ໂດຍຄົນເຈັບອາດຈະບໍ່ທັນລະວັງວ່າຍັງມີສານຕົກຄ້າງຢູ່ແລ້ວນຳເຄື່ອງຕັດເຫຼັກແບບໃຊ້ແກັດໄປຕັດ ຈົນເກີດປະກາຍໄຟແລະເກີດການລະເບີດດັ່ງກ່າວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ