site cov (88)
ເກີດເຫດ ຍິງປືນໃສ່ນັກທ່ອງທ່ຽວໃນອິນເດຍ ເຮັດໃຫ້ 24 ຄົນເສຍຊີວິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 23 April, 2025

 

ແຄັດເມຍ 23 ເມສາ. – ເກີດເຫດການກໍ່ການຮ້າຍໃນອິນເດຍ ເມື່ອກຸ່ມຄົນຖືປືນໄດ້ຍິງໃສ່ນັກທ່ອງທ່ຽວທີ່ກຳລັງຊົມຄວາມງາມຂອງສະຖານທີ່ທ່ອງທ່ຽວສຳຄັນໃນແຂວງແຄັດເມຍທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍໃນມື້ວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ

 

ລັດຖະມົນຕີໃຫຍ່ຂອງລັດຈັມມູ ແລະ ແຄັດເມຍຂອງອິນເດຍເປີດເຜີຍວ່າ ເຫດການໂຈມຕີໃນມື້ວານນີ້ແມ່ນເຫດການກໍ່ການຮ້າຍທີ່ມີເປົ້າໝາຍໂຈມຕີພົນລະເຮືອນທີ່ຮ້າຍແຮງທີ່ສຸດທີ່ເຄີຍເກີດຂຶ້ນໃນພື້ນທີ່ນີ້ໃນຮອບຫຼາຍປີ.

 

ຫຼັງຈາກກຸ່ມຄົນຖືປືນເຊິ່ງເຊື່ອວ່າເປັນສະມາຊິກຂອງກຸ່ມກໍ່ການຮ້າຍແບ່ງແຍກດິນແດນ 2-3 ຄົນ ໄດ້ໃຊ້ອາວຸດປືນຍິງໃສ່ນັກທ່ອງທ່ຽວຊາວອິນເດຍກຸ່ມໃຫຍ່ ທີ່ກຳລັງຢືນລວມຕົວກັນຢູ່ທົ່ງຫຍ້າແຄມທາງໃກ້ເມືອງປາຮັລກັມ ສະຖານທີ່ທ່ອງທ່ຽວຍອດນິຍົມທີ່ມີທິວທັດເປັນພູເຂົາອັນສວຍງາມ ຈົນໄດ້ຊື່ວ່າເປັນ ‘ສະວິດເຊີແລນແຫ່ງອິນເດຍ’

 

ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ບາດເຈັບອີກຈຳນວນຫຼາຍ ໃນນັ້ນຫຼາຍຄົນອາການສາຫັດ ຖືເປັນການໂຈມຕີພົນລະເຮືອນຄັ້ງຮ້າຍແຮງທີ່ສຸດໃນພາກພື້ນເທືອກເຂົາຫິມາໄລແຫ່ງນີ້ໃນຮອບຫຼາຍປີ.

 

 

ອາມິດ ຊາຫ໌ ລັດຖະມົນຕີກະຊວງພາຍໃນຂອງອິນເດຍ ກຳລັງຮີບເດີນທາງໄປແຄັດເມຍ ເພື່ອປະຊຸມຮ່ວມກັບຝ່າຍຄວາມໝັ້ນຄົງໃນການວາງແຜນສົ່ງກຳລັງທະຫານເລັ່ງຕິດຕາມຕົວກຸ່ມຄົນຖືປືນທີ່ໜີໄປ.

 

ໃນຂະນະທີ່ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໄດ້ໂພສຂໍ້ຄວາມຜ່ານແອັບພລິເຄຊັ່ນເອັກສ໌ ຫຼື ທວິດເຕີເດີມວ່າ ຜູ້ທີ່ຢູ່ເບື້ອງຫຼັງການກະທຳອັນໂຫດຮ້າຍນີ້ຈະຕ້ອງຖືກນຳຕົວມາລົງໂທດຕາມກົດໝາຍ ແຜນການຊົ່ວຮ້າຍຂອງກຸ່ມແບ່ງແຍກດິນແດນຈະບໍ່ມີວັນປະສົບຜົນສຳເລັດ ຄວາມມຸ່ງໝັ້ນຂອງອິນເດຍໃນການຕໍ່ສູ້ກັບການກໍ່ການຮ້າຍນັ້ນໝັ້ນຄົງ ແລະ ຈະຍິ່ງແຂງແຮງຂຶ້ນ ຂະນະທີ່ຜູ້ນຳສະຫະລັດຯ ຣັດເຊຍ ແລະ ສະຫະພາບເອີຣົບ ຕ່າງກໍອອກມາປະນາມເຫດການກໍ່ການຮ້າຍ ແລະ ໃຫ້ກຳລັງໃຈອິນເດຍ

 

ຈົນເຖິງຂະນະນີ້ ຍັງບໍ່ມີກຸ່ມໃດອອກມາອ້າງວ່າຢູ່ເບື້ອງຫຼັງເຫດການກໍ່ການຮ້າຍຄັ້ງນີ້ ເຊິ່ງເກີດຂຶ້ນໃນແຫຼ່ງທ່ອງທ່ຽວສຳຄັນອີກແຫ່ງໃນແຄັດເມຍ ທີ່ກຸ່ມນັກທ່ອງທ່ຽວຈຳນວນຫຼາຍກັບມາຄຶກຄື້ນອີກຄັ້ງ ໂດຍສະເພາະຢ່າງຍິ່ງໃນຊ່ວງລະດູຮ້ອນ ໃນຂະນະທີ່ຄວາມຮຸນແຮງຈາກກຸ່ມຫົວຮຸນແຮງໄດ້ຫຼຸດລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-03T161732.503
ຍີ່ປຸ່ນກຽມພ້ອມຮັບມື "Megaquake" ເປີດເຜີຍແຜນໃຊ້ AI ຫຼຸດຜູ້ເສຍຊີວິດສູງສຸດ 300,000 ຄົນ
_cover - 2025-07-03T152835.513
ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?
_cover - 2025-07-03T144001.784
ແຜ່ນດິນໄຫວກວ່າ 900 ຄັ້ງ ສັ່ນສະເທືອນໝູ່ເກາະໂທຄາຣະຂອງຍີ່ປຸ່ນໃນເວລາພຽງ 2 ອາທິດ
_cover - 2025-07-03T135925.491
ສະຫະລັດລົງນາມຂໍ້ຕົກລົງການຄ້າກັບຫວຽດນາມ ຕົກລົງຫຼຸດພາສີຈາກ 46% ເຫຼືອ 20%
_cover - 2025-07-03T115136.160
ເຮືອເຟີຣີ່ຫຼົ້ມໃກ້ເກາະບາຫລີ ສູນຫາຍກວ່າ 30 ຄົນ ຄາດວ່າເປັນບັນຫາເຄື່ອງຈັກ
_cover - 2025-07-03T111331.155
ບໍລິສັດ "Neta" ກຽມກັບມາດຳເນີນສາຍການຜະລິດອີກຄັ້ງ ຫຼັງປະກາດລົ້ມລະລາຍເພື່ອປັບໂຄງສ້າງອົງກອນ
_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
_cover - 2025-07-03T093700.780
ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 03 ກໍລະກົດ 2025
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
ຢ່າລື່ມກົດຕິດຕາມ