ແມນຢູໄນເຕັດ ວາງແຜນຄວ້ານັກເຕະດາວດັງທີ່ມີຄ່າຍົກເລີກສັນຍາຕໍ່າເຊັ່ນ: ເລຍອາມ ດີແລັບ, ເຈເຣມີ ຟຣິມປົງ, ວິກເຕີ ໂອຊິມເຮນ ແລະ ອື່ນໆ ເພື່ອເສີມທີມໃນຍຸກຂອງ ຣູເບນ ອາໂມຣິມ ໂດຍຫວັງຍົກລະດັບທີມເພື່ອລຸ້ນໃນລາຍການ UEFA Champions League.
ທີມ “ຜີແດງ” ພາຍໃຕ້ການນຳພາຂອງ ຣູເບນ ອາໂມຣິມ ຜົນງານບໍ່ໄດ້ດີໄປກວ່າຕອນທີ່ ເອຣິກ ເຕັນ ຮາກ ຄຸມທີມ ເຊິ່ງ ຜູ້ຈັດການທີມຊາວໂປຕຸເກດ ເກັບຊັຍຊະນະໃນລີກພຽງແຕ່ 6 ເກມ, ເສມອ 5 ແລະ ແພ້ 11 ນັດ ແຖມລູກທີມຂອງລາວກຳລັງມຸ່ງໜ້າສູ່ການສ້າງຜົນງານຈົບລະດູການທີ່ແຍ່ທີ່ສຸດໃນປະຫວັດສາດພຣີເມຍລີກ ເຊິ່ງປັດຈຸບັນຢູ່ອັນດັບ 14
ເຖິງຢ່າງໃດກໍຕາມ ອາໂມຣິມ ຍັງມີໂອກາດກູ້ໜ້າໃຫ້ ແມນຢູ ເພາະວ່າພວກເຂົາມີລຸ້ນຄວ້າແຊມ UEFA Europa League ເນື່ອງຈາກຕອນນີ້ພວກເຂົາເຂົ້າເຖິງຮອບເຄິ່ງຊະນະເລີດ ເຊິ່ງຈະພົບ ແອັດເລຕິກ ບິລບາວ ແລະ ຖ້າຫາກທີມປະສົບຜົນສຳເລັດ ນັ້ນຈະເຮັດໃຫ້ “ຜີແດງ” ໄດ້ຄວ້າໂຄວຕ້າໄປຫຼິ້ນ UEFA Champions League ໃນລະດູການໜ້າ.
ເຖິງຢ່າງໃດກໍຕາມ ບໍ່ວ່າຈະເກີດຫຍັງຂຶ້ນ ແມນຢູໄນເຕັດ ຈຳເປັນຕ້ອງເສີມທີມໃນຊ່ວງລະດູຮ້ອນນີ້ ແລະ ພວກເຂົາມີແຜນທີ່ຈະຊອກຫານັກເຕະຝີມືດີເລີດທີ່ມີຄ່າຍົກເລີກສັນຍາທີ່ໜ້າສົນໃຈເພື່ອດຶງໂຕມາຫຼິ້ນທີ່ ໂອລ ແທຣຟອດ.
1. ເລຍອາມ ດີແລັບ
ອິບສະວິດ ທາວ ໄດ້ດຶງໂຕ ເລຍອາມ ດີແລັບ ມາຮ່ວມທີມດ້ວຍຄ່າໂຕເບື້ອງຕົ້ນພຽງແຕ່ 15 ລ້ານປອນ (ປະມານ 660 ລ້ານບາດ) ໃນຊ່ວງລະດູຮ້ອນປີ 2024 ໂດຍຫວັງຈະໃຫ້ຊ່ວຍທີມ “ມ້າຂາວ” ໃຫ້ຢູ່ລອດປອດໄພໃນພຣີເມຍລີກ ອັງກິດ ແຕ່ກໍເຮັດບໍ່ສຳເລັດ ເພາະວ່າພວກເຂົາກຳລັງຈະຕົກຊັ້ນຢ່າງແນ່ນອນແລ້ວ.
ເຖິງຢ່າງໃດກໍຕາມ ຜົນງານສ່ວນໂຕຂອງ ດີແລັບ ຖືວ່າບໍ່ທຳມະດາ ນັກເຕະໄດ້ຍິງປະຕູໃນລີກເຖິງ 12 ລູກ ແລະ ນັ້ນເຮັດໃຫ້ລາວໄດ້ຮັບຄວາມສົນໃຈຈາກຫຼາຍສະໂມສອນໃນພຣີເມຍລີກ ເພາະຟອມການຈົບສະກອທີ່ຄົມຊັດ ແລະ ມີສະໄຕການຫຼິ້ນທີ່ດຸດັນແຂງແກ່ນ.
ຖ້າຫາກ ອິບສະວິດ ຕົກຊັ້ນຢ່າງເປັນທາງການ ເງື່ອນໄຂຄ່າຍົກເລີກສັນຍາຂອງ ດີແລັບ ເຊິ່ງມີສັນຍາກັບສະໂມສອນ 5 ປີ ຈຳນວນ 30 ລ້ານປອນ (ປະມານ 1,320 ລ້ານບາດ) ຈະມີຜົນບັງຄັບໃຊ້ທັນທີ ເຊິ່ງຖືວ່າຖືກຫຼາຍເມື່ອທຽບກັບສັກກະຍະພາບຂອງຕົວນັກເຕະ.
ແມນຢູໄນເຕັດ ສະແດງອອກຢ່າງຊັດເຈນວ່າຕ້ອງການກອງໜ້າຄົນໃໝ່ ເພາະວ່າຕົວເລືອກປັດຈຸບັນຢ່າງ ຣາສມຸສ ຮອຍລຸນ ດາວຍິງທີມຊາດເດນມາກ ຜົນງານບໍ່ຄຸ້ມກັບຄ່າໂຕ 72 ລ້ານປອນ (ປະມານ 3,168 ລ້ານບາດ) ເພາະຍິງປະຕູໄດ້ພຽງແຕ່ 24 ປະຕູຈາກການລົງສະໜາມ 88 ເກມໃນທຸກລາຍການ.
ດີແລັບ ຖືເປັນຕົວເລືອກທີ່ດີສຳລັບຕຳແໜ່ງກອງໜ້າຂອງ ແມນຢູ ໃນລະດູການໜ້າ ແມ້ວ່ານັກເຕະຈະເຄີຍເປັນນັກເຕະເຍົາວະຊົນຂອງ ແມນເຊສເຕີ ຊີຕີ້ ເຊິ່ງມີລາຍງານວ່າສາມາດຊື້ກັບຄືນມາຮ່ວມທີມໄດ້ໃນລາຄາພຽງແຕ່ 40 ລ້ານປອນ (ປະມານ 1,760 ລ້ານບາດ) ແຕ່ “ເຮືອໃບສີຟ້າ” ຄົງບໍ່ສົນ ເພາະວ່າພວກເຂົາມີ ເອີລິງ ຮາລັນ ຢູ່ແລ້ວ.
2. ເຈເຣມີ ຟຣິມປົງ
ສິ່ງສຳຄັນສຳລັບລະບົບການຫຼິ້ນທີ່ ອາໂມຣິມ ນຳມາໃຊ້ທີ່ ໂອລ ແທຣຟອດ ກໍຄືການໃຊ້ວິງແບັກທີ່ມີສັກກະຍະພາບສູງໃນການຫຼິ້ນເກມບຸກແລະຮັບ ໂດຍຕົ້ນສັງກັດເກົ່າຂອງລາວຄື ສະປອຕິງ ລິສບອນ ກໍຫຼິ້ນດ້ວຍແທັກຕິກແບບນີ້ຈົນສາມາດຄວ້າແຊມລີກໂປຕຸເກດ 2 ສະໄໝ.
ປັດຈຸບັນ ຜູ້ຈັດການທີມຄົນນີ້ ມີຕົວເລືອກຢ່າງ ດີໂອໂກ້ ດາໂລດ, ນູດແຊ ມາຊຣາວີ ແລະ ແພັດຕຣິກ ດັອກກູ ໃນຂະນະທີ່ ລຸກ ຊໍ ເຊິ່ງໃຊ້ເວລາສ່ວນໃຫຍ່ກັບການປິ່ນປົວອາການບາດເຈັບ ນ່າຈະບໍ່ມີໃນແຜນການສ້າງທີມ ສ່ວນ ແຮຣີ ອາມາດ ທີ່ສະແດງຟອມໄດ້ໂດດເດັ່ນໃນເກມແພ້ ວູລຟ 0-1 ກໍເປັນຕົວເລືອກທີ່ໜ້າສົນໃຈ.
ເຖິງຢ່າງໃດກໍຕາມ ຖ້າທຽບກັບສັກກະຍະພາບທີ່ໂດດເດັ່ນທັງເລື່ອງຄວາມໄວແລະເທັກນິກການລໍ້ບານຂອງ ເຈເຣມີ ຟຣິມປົງ ດາວດັງຂອງ ໄບເຢີ ເລເວີຄູເຊນ ຕ້ອງບອກວ່ານັກເຕະເຫຼົ່ານັ້ນທຽບບໍ່ໄດ້ເລີຍ ດັ່ງນັ້ນຖ້າມີໂອກາດທີ່ຈະດຶງໂຕມາຮ່ວມທີມ ອາໂມຣິມ ຕ້ອງຮີບເຮັດທັນທີ.
ປັດຈຸບັນ ຟຣິມປົງ ມີໂອກາດຍ້າຍທີມໃນຊ່ວງລະດູຮ້ອນນີ້ ເຊິ່ງຕ້ອງຂອບໃຈເງື່ອນໄຂຄ່າຍົກເລີກສັນຍາຂອງນັກເຕະ ໂດຍ ດາວເຕະຊາວດັດ ເຊິ່ງເປັນໜຶ່ງໃນຄີຍ໌ແມນນຳ “ຫ້າງຢາ” ຄວ້າແຊມບຸນເດສລີກາ ແລະ ເດເອັຟເບ ໂພຄານ ແບບໄຮ້ພ່າຍເມື່ອລະດູການຜ່ານມາ ມີຄ່າຍົກເລີກສັນຍາພຽງແຕ່ 33.5 ລ້ານປອນ (ປະມານ 1,474 ລ້ານບາດ) ເທົ່ານັ້ນ.
ເຫັນຕົວເລກແບບນີ້ບອກເລີຍວ່າຫຼາຍສະໂມສອນຕາໂຕທັນທີ ແລະ ບໍ່ແມ່ນແຕ່ ແມນຢູ ທີ່ສົນໃຈນັກເຕະ ເພາະ ລິເວີພູນ ກໍພ້ອມດຶງໂຕ ຟຣິມປົງ ໄປຮ່ວມທີມເຊັ່ນກັນ ດັ່ງນັ້ນ “ຜີແດງ” ຈຳເປັນຕ້ອງຮີບດຳເນີນການໃຫ້ໄວທີ່ສຸດ ເພາະຖ້າຊັກຊ້າອາດເສຍໂອກາດໃຫ້ທີມ “ໜົກແດງ” ກໍໄດ້.
3. ດີນ ຮຸຍເຊນ
ເຖິງແມ່ນວ່າ ດີນ ຮຸຍເຊນ ຈະບໍ່ໄດ້ສະແດງຜົນງານໂດດເດັ່ນຫຼາຍກ່ອນທີ່ລາວຈະຍ້າຍໄປຫຼິ້ນກັບ ບອນມັດ ດ້ວຍຄ່າໂຕ 12.6 ລ້ານປອນ (ປະມານ 554.4 ລ້ານບາດ) ເມື່ອປີ 2024 ແຕ່ຕອນນີ້ນັກເຕະໄດ້ຮັບການຍົກໃຫ້ເປັນໜຶ່ງໃນກອງຫຼັງທີ່ແຂງແກ່ນທີ່ສຸດໃນພຣີເມຍລີກ.
ປາການຫຼັງທີ່ເກີດໃນປະເທດເນເທີແລນ ແຕ່ຫຼິ້ນຟຸດບອນລະດັບເຍົາວະຊົນໃນປະເທດສະເປນ ກ່ອນທີ່ຈະຍ້າຍໄປຢູ່ກັບ ຢູເວນຕຸສ ເມື່ອປີ 2021 ໂດຍສອງປີຫຼັງຈາກນັ້ນລາວໄດ້ລົງຫຼິ້ນໃຫ້ກັບທີມສຳຮອງຂອງ “ມ້າລາຍ” ຈາກນັ້ນປີ 2024 ນັກເຕະຖືກສົ່ງໄປຫຼິ້ນແບບຢືມໂຕກັບ ໂຣມາ ພ້ອມລົງສະໜາມໄປເຖິງ 14 ເກມ ແລະ ຍິງໄດ້ 2 ປະຕູ.
ຮຸຍເຊນ ເຊິ່ງໄດ້ລົງຫຼິ້ນທີມຊຸດໃຫຍ່ ຢູເວນຕຸສ ແຄ່ເກມດຽວເທົ່ານັ້ນ ຍ້າຍໄປຢູ່ກັບ ບອນມັດ ໃນຊ່ວງລະດູຮ້ອນປີ 2024 ແລະ ນັ້ນເຮັດໃຫ້ລາວໄດ້ມີໂອກາດສະແດງສັກກະຍະພາບທີ່ແທ້ຈິງອອກມາ ໂດຍເປັນຫົວໃຈສຳຄັນໃນເກມຮັບຂອງ “ເດິ ເຊີຣີ” ໃນລະດູການນີ້ ແລະ ຊ່ວຍທີມເສຍແຄ່ 40 ປະຕູເທົ່ານັ້ນ.
ສຳລັບຕອນນີ້ຫຼາຍທີມຊັ້ນນຳໃນຢູໂຣບສະແດງຄວາມສົນໃຈຢາກໄດ້ໂຕ ຮຸຍເຊນ ມາຮ່ວມທີມ ໂດຍ ແມນຢູໄນເຕັດ ເຊິ່ງຕ້ອງການນັກເຕະຕຳແໜ່ງເຊັນເຕີຮາຟຢ່າງຫຼາຍ ສົນໃຈຢາກໄດ້ນັກເຕະເຊັ່ນກັນ ໂດຍມີລາຍງານຈາກ ເຣເລໂບ (Relevo) ສື່ໃນແດນກະທິງດຸ ລະບຸວ່ານັກເຕະນ່າຈະມີຄ່າຍົກເລີກສັນຍາປະມານ 50 ລ້ານປອນ (ປະມານ 2,200 ລ້ານບາດ).
4. ວິກເຕີ ໂອຊິມເຮນ
ແມນຢູໄນເຕັດ ຕ້ອງການເສີມແກ່ນໃນແນວຮຸກຢ່າງຫຼາຍ ເພາະເປັນທີ່ຮູ້ກັນວ່າ ຮອຍລຸນ ຜົນງານໜ້າຜິດຫວັງຫຼາຍ ໃນຂະນະທີ່ ໂຈຊົວ ເຊີກຊີ ຟອມກໍບໍ່ໄດ້ໂດດເດັ່ນຫຼາຍ ແລະ ການຍິງປະຕູກໍບໍ່ຄ່ອຍຄົມຊັດເທົ່າໃດ.
ສຳລັບ ໂອຊິມເຮນ ບໍ່ໄດ້ມີຂ່າວກັບ ແມນເຊສເຕີ ຢູໄນເຕັດ ເທົ່ານັ້ນ ເພາະ “ສິງໂຕນ້ຳເງິນຄຳ” ເຊວຊີ ແລະ “ປືນໃຫຍ່” ອາເຊນອນ ສະແດງຄວາມຕ້ອງການຢາກໃຊ້ບໍລິການນັກເຕະຄົນນີ້ເຊັ່ນກັນ.
ຫົວຫອກທີມຊາດໄນຈີເຣຍ ເປັນໜຶ່ງໃນກອງໜ້າຟອມຮ້ອນແຮງທີ່ສຸດໃນຢູໂຣບ ຕອນທີ່ຊ່ວຍ ນາໂປລີ ຄວ້າແຊມກັລໂຊ່ ເຊເຣຍ ອາ ອິຕາລີ ເມື່ອປີ 2023 ແຕ່ຫຼັງຈາກນັ້ນນັກເຕະຕ້ອງການຍ້າຍທີມແຕ່ສຸດທ້າຍກໍບໍ່ສຳເລັດ.
ກ່ອນໜ້ານີ້ ດາວຍິງອາຍຸ 26 ປີ ສົນໃຈຢາກຍ້າຍໄປຫຼິ້ນກັບ ເຊວຊີ ຫຼື ອາເຊນອນ ແຕ່ການເຈລະຈາບໍ່ບັນລຸຜົນ ແລະ ໃນທີ່ສຸດນັກເຕະໂດນສົ່ງໄປຫຼິ້ນແບບຢືມໂຕກັບ ກາລາຕາຊາຣາຍ ສະໂມສອນແກ່ນແນວໃນລີກສູງສຸດຂອງປະເທດຕຸລະກີ.
ເຖິງຢ່າງໄດກໍຕາມ ອີກບໍ່ເທົ່າໃດເດືອນ ໂອຊິມເຮນ ຕ້ອງກັບຄືນໄປຢູ່ກັບຕົ້ນສັງກັດແມ່ໃນລີກແດນພາສຕາ ແລະ ການຍ້າຍທີມແບບຖາວອນນ່າຈະເກີດຂຶ້ນທັນທີ ໂດຍ ແມນຢູໄນເຕັດ ພ້ອມທີ່ຈະເຈລະຈາແລະອາດປິດດີນນັກເຕະໄດ້ດ້ວຍການຈ່າຍຄ່າຍົກເລີກສັນຍາ ຈຳນວນ 64 ລ້ານປອນ (ປະມານ 2,816 ລ້ານບາດ).
5. ມາເຕອຸສ ຄຸນຢາ
ສຳລັບນັກເຕະທີ່ມີຂ່າວໜັກກັບ ແມນຢູໄນເຕັດ ນັ້ນກໍຄື ມາເຕອຸສ ຄຸນຢາ ເຊິ່ງມີແນວໂນ້ມສູງຫຼາຍວ່າຕົວນັກເຕະຈະໄດ້ຍ້າຍມາເປັນສະມາຊິກໃໝ່ທີ່ ໂອລ ແທຣຟອດ ຊ່ວງຕະຫຼາດຊື້-ຂາຍນັກເຕະລະດູຮ້ອນນີ້.
ຄຸນຢາ ຍ້າຍມາຫຼິ້ນໃນ ໂມລິນິວຊ໌ ກຣາວ ເມື່ອປີ 2023 ໂດຍເປັນສັນຍາຢືມໂຕໃນຕອນທຳອິດ ກ່ອນຈະຍ້າຍແບບຖາວອນດ້ວຍຄ່າໂຕປະມານ 44 ລ້ານປອນ (ປະມານ 1,936 ລ້ານບາດ) ເຖິງແມ່ນໃນຕອນທຳອິດຟອມຈະບໍ່ຄ່ອຍໂດດເດັ່ນ ເພາະຫຼິ້ນແບບຂາດຄວາມໝັ້ນໃຈ ແຕ່ຫຼັງຈາກນັ້ນກໍຄ່ອຍໆ ສະແດງຜົນງານສຸດຄົມຊັດໄດ້ຢ່າງຕໍ່ເນື່ອງ.
ສຳລັບລະດູການນີ້ ຄຸນຢາ ສະແດງຟອມໄດ້ຢ່າງດີເລີດ ໂດຍສະເພາະການຊ່ວຍທີມ “ໝາປ່າ” ໄລ່ອັດ ແມນຢູໄນເຕັດ 2-0
ສຳລັບລະດູການນີ້ ຄຸນຢາ ສະແດງຟອມໄດ້ຢ່າງດີເລີດ ໂດຍສະເພາະການຊ່ວຍທີມ “ໝາປ່າ” ໄລ່ອັດ ແມນຢູໄນເຕັດ 2-0 ຕອນທີ່ຫຼິ້ນໃນຖິ່ນຕົວເອງ ແລະ ຜົນງານຍັງໜ້າປະທັບໃຈໃນເກມຫຼ້າສຸດທີ່ນຳຕົ້ນສັງກັດບຸກເຈາະ “ຜີແດງ” 1-0 ຄາຖິ່ນໂອລ ແທຣຟອດ.
ເຖິງຢ່າງໃດກໍຕາມ ຄຸນຢາ ມີຄ່າຍົກເລີກສັນຍາປະມານ 62.5 ລ້ານປອນ (ປະມານ 2,750 ລ້ານບາດ) ນັ້ນເຮັດໃຫ້ “ເຣດ ເດວິລ” ອາດຕ້ອງຂາຍນັກເຕະຂອງຕົວເອງອອກໄປເພື່ອນຳເງິນມາທຸ່ມຊື້ ດາວເຕະຊາວບຣາຊິລຽນ ເຊິ່ງຄາດວ່າກະຫາຍຢາກຍ້າຍມາເປັນລູກທີມຂອງ ອາໂມຣິມ ແລ້ວ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 632.47 | 642.46 |
![]() EUR | 23,857 | 24,335 |
![]() CNY | 2,871 | 2,928 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |