Tou-Vientianepost (48)
ກາຍເປັນເລື້ອງຮືຮາ ຊາຍໜຸ່ມ 2 ຄົນຖຽງກັນຢູ່ຫົນທາງ ເຫດບໍ່ເປີດໄຟລ້ຽວ ດ່າກັນຢ່າງດຸເດືອດ ສຸດທ້າຍຈົບແບບນີ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 28 April, 2023

ຄລິບຊາຍໜຸ່ມ 2 ຄົນຖຽງກັນຢູ່ຫົນທາງ. ຈາກສາເຫດບໍ່ເປີດໄຟລ້ຽວຜິດກັນຢ່າງດຸເດືອດ ສຸດທ້າຍຫັກມຸມແບບໜ້າຮັກ

ຜູ້ໃຊ້ TikTok @kuy6169 ເປີດເຜີຍຄລິບຄົນຂັບລົດໃຫ່ຍມີເລື່ອງກັບຜູ້ທີ່ຂີ່ລົດຈັກ. ສາເຫດແມ່ນລົດໃຫຍ່ບໍ່ເປີດໄຟລ້ຽວ. ຈົນລົດຈັກເກືອບຕຳເອົາດ້ານຫຼັງເຊິ່ງຕອນທຳອິດຜູ້ຂັບລົດໃຫ່ຍທີ່ແລ່ນມາເລນຂວາ ກໍ່ຖຽງວ່າຕົນເອງແລ່ນມາຕາມເລນແລ້ວຜິດບ່ອນໃດ ເຊິ່ງຝ່າຍລົດຈັກກໍ່ບອກວ່າ ໄຟລ້ຽວບໍ່ເປີດ

ຈາກນັ້ນຜູ້ຂັບຂີ່ລົດໃຫ່ຍກໍ່ທີ່ຮ້ອງອອກມາດັງໆວ່າ “ຂ້ອຍເປີດໄຟນຳຫຼັງ. ແລ້ວເປັນຫຍັງ?” ເຊິ່ງລົດຈັກກໍ່ຖຽງກັບໄປວ່າ ເປີດນຳຫຼັງອີຫັຍງ ມັນຕ້ອງເປີດກ່ອນລ້ຽວ ແຕ່ລົດໃຫ່ຍກໍ່ຖຽງກັບອີກວ່າ ແລ້ວເຈົ້າຕຳຂ້ອຍບໍ່ເຊິ່ງລົດຈັກກໍ່ຕອບວ່າ ມັນບໍ່ກ່ຽວດ໋ອກ ແລ້ວຖ້າຕຳຂຶ້ນມາເດະ ຖ້າມັນເກີດເຫດການຂຶ້ນມາເດະ ເຈົ້າຂັບລົດບໍ່ປອດໄພ

ທາງດ້ານລົດໃຫ່ຍຈຶ່ງຕອບໄປວ່າ ໂອເຄ ຕົກລົງ ຂ້ອຍຜິດແມ່ນບໍ່? ກ່ອນຍ່າງໄປຈັບມືຜູ້ຂີ່ລົດຈັກແລ້ວເວົ້າສຽງເບົາໆວ່າ “ຂ້ອຍຂໍໂທດເຈົ້າໄດ້ບໍ?” ດ້ານລົດຈັກກໍ່ງົງໄປເລັກນ້ອຍ ແລະຕອບວ່າ ໄດ້ ຈາກນັ້ນກໍ່ກອດກັນ. ແລະມີການຕົບກົ້ນກັນເລັກນ້ອຍ, ໃຫ້ອະໄພກັນ. ​ເຮັດ​ໃຫ້​ຄົນ​ທີ່​ຖ່າຍ​ຄລິບທີ່ຖ່າຍຢູ່ກໍ່ລຸ້ນເຖິງກັບສົ່ງສຽງວ່າເປັນຕາຮັກ ແລະສຸດທ້າຍເຫດການກໍ່ຈົບລົງດ້ວຍດີ

ທາງດ້ານຊາວເນັດທີ່ເຂົ້າມາເບິ່ງ 1.4 ລ້ານຄັ້ງ ກໍໄດ້ສະແດງຄວາມຄິດເຫັນຢ່າງຊົມເຊີຍ.ວ່າໃນທີ່ສຸດ, ທັງສອງຝ່າຍກໍ່ໃຫ້ອະໄພເຊິ່ງກັນແລະກັນ. ເປີດມາປານຄືສິມືເລື້ອງກັນ ແຕ່ພໍຈົບຈັ່ງແມ່ນເປັນຕາຮັກ ເຮັດໃຫ້ຫັກມຸມສຸດໆ ພ້ອມບອກວ່າເປັນຫັຍງຕັ້ງແຕ່ທຳອິດບໍ່ລົມກັນດີໆຕັ້ງແຕ່ທຳອິດຈຶ່ງບໍ່ຕ້ອງຮ້ອງໃສ່ກັນໃຫ້ເຈັບຄໍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (19)
ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ
_cover (18)
ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ
_cover (17)
"ທຣຳ-ອີລອນ ມັສກ໌" ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ
_cover (15)
ແຈ້ງການມອດໄຟ ວັນທີ 7 ແລະ 8 ມິຖຸນາ 2025
_cover (14)
"ຍີ່ປຸ່ນ" ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ
_cover (13)
ທຣຳ" ປະກາດຫ້າມປະເທດບໍ່ໃຫ້ເດີນທາງເຂົ້າສະຫະລັດ ໜຶ່ງໃນນັ້ນມີປະເທດລາວ
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
ຢ່າລື່ມກົດຕິດຕາມ