
ຜົນການແຂ່ງຂັນພຣີເມຍລີກ ອັງກິດ ຄູ່ລະຫວ່າງ ລິເວີພູລ ພົບ ສະເປີສ ທີ່ສະໜາມແອນຟີລ ໃນຄືນວັນອາທິດທີ 27 ເມສາ 2025
ເປີດເກມມາ 12 ນາທີ ທີມຢ້ຽມໄດ້ລູກເຕະມຸມ ເຈມສ໌ ແມດດິສັນ ເປີດໂດ່ງໄປທີ່ຈຸດນັດພົບ ໂດມິນິກ ໂຊລັງກີ້ ເທກຕົວໂຫມ່ງຍ້ອນສຽບເສົາເຂົ້າໄປ ສະເປີສ ອອກນຳ 1-0
ນາທີທີ 16 “ຫງົດແດງ” ທຳເກມຕອບໂຕ້ ໂມຮາເຫມັດ ຊາລາຫ໌ ແທງທະລຸຊ່ອງໃຫ້ ໂດມິນິກ ໂຊບອດສໄລ ຫລຸດໄປ ເປີດບອນໄປໜ້າປະຕູ ຫລຸຍສ໌ ດິອາສ ລົ້ມຕົວຊາດຈ໌ຕຸງຕາຂ່າຍ ລິເວີພຣູລ ຕີເສມີ 1-1
ນາທີທີ 24 ເຈົ້າຖິ່ນບີບກົດດັນ ໄຣອັນ ກຣາເຟນແບຣ໌ກ ແຍ່ງບອນໄດ້ກ່ອນໄຫລໃຫ້ ອະເລັກຊິສ ແມັກ ອັລລິສເຕີ ສັບໄກດ້ວຍຊ້າຍໜ້າເຂດໂທດບອນພຸ່ງສຽບຄານ ລິເວີພູລ ແຊງນຳ 2-1
ນາທີທີ 34 ເຈົ້າບ້ານມາໄດ້ລູກເຕະມຸມ ອະເລັກຊິສ ແມັກ ອັລລິສເຕີ ເປີດເຂົ້າເຂດໂທດແນວຮັບທີມຢ້ຽມສະກັດໄປເຂົ້າທາງ ໂຄດີ້ ກັກໂປ ຈັບແລ້ວຫາຊ່ອງຍິງເຂົ້າໄປຢ່າງເດັດຂາດ ລິເວີພູລ ນຳຫ່າງ 3-1 ພ້ອມຫມົດເຄິ່ງແລກ
ເຄິ່ງຫລັງນາທີທີ 63 “ຫງົດແດງ” ຍັງເດີນໜ້າລຸຍຕໍ່ ໂດມິນິກ ໂຊບອດສໄລ ພາບອນຂຶ້ນໜ້າກ່ອນໄຫລໃຫ້ ໂມຮາເຫມັດ ຊາລາຫ໌ ລາກຕັດເຂົ້າໃນແລ້ວກົດດ້ວຍຊ້າຍສຽບເສົາເຂົ້າໄປ ລິເວີພູລ ທິ້ງຫ່າງ 4-1
ນາທີທີ 69 ເຈົ້າຖິ່ນບຸກຕໍ່ເນື່ອງ ເທຣນທ໌ ອະເລັກຊານເດີ-ອາໂນລ໌ ໄດ້ບອນຫລຸດເຂົ້າເຂດໂທດດ້ານຊ້າຍກ່ອນເປີດໄປໜ້າປະຕູ ເດສຕິນີ ອູໂດກີ ພະຍາຍາມສະກັດແຕ່ໂດນບໍ່ດີບອນເຂົ້າປະຕູຕົວເອງ ລິເວີພູລ ນຳຫ່າງສຸດກູ່ 5-1
ຈົບເກມ ລິເວີພູລ ເປີດບ້ານຖະຫລົ່ມ ສະເປີສ 5-1 ເກັບສາມຄະແນນສຳຄັນເພີ່ມເປັນ 82 ຄະແນນ ຜະງາດຄວ້າແຊມພຣີເມຍລີກໄດ້ສຳເລັດ ຫລັງຄະແນນຂາດລອຍແມ່ນຈະເຫລືອການແຂ່ງຂັນອີກ 4 ເກມໃນລະດູການນີ້
ລາຍຊື່ຜູ້ຫລິ້ນຂອງທັງສອງທີມ
ລິເວີພູລ (4-2-3-1): ອະລິສຊອນ ເບັກເກີ – ແອນດຣູວ໌ ໂຣເບີດສັນ, ອິບຣາຮິມາ ໂກນາເຕ້, ເຟີກິລ ຟານ ໄດຄ໌, ເທຣນທ໌ ອະເລັກຊານເດີ-ອາໂນລ໌ – ໄຣອັນ ກຣາເຟນແບຣ໌ກ, ອະເລັກຊິສ ແມັກ ອັລລິສເຕີ – ໂດມິນິກ ໂຊບອດສໄລ, ຫລຸຍສ໌ ດິອາສ, ໂມຮາເຫມັດ ຊາລາຫ໌ – ໂຄດີ້ ກັກໂປ
ສະເປີສ (4-3-3): ກູເຢລໂມ່ ວິຄາຣິໂອ – ເດສຕິນີ ອູໂດກີ, ເບນ ເດວີສ໌, ເຄວິນ ດານໂຊ່, ເຈດ ສະເປນຊ໌ – ລູຄັສ ເບິກວັລລ໌, ອາຊີ່ ເກຣຍ໌, ເຈມສ໌ ແມດດິສັນ – ເບຣນແນ່ນ ຈອຫ໌ນສັນ, ມາຕິສ ແຕລ, ໂດມິນິກ ໂຊລັງກີ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














