
ລິເວີພູລ ຜົງາດຄອງແຊມພຣີເມຍລີກ ລະດູການ 2024-25 ຫຼັງເປີດບ້ານຖະຫຼົ່ມ ສເປີສ ໄປແບບຂາດລອຍ 5-1 ຍົກສາມແຕ້ມສຳຄັນສົ່ງພວກເຂົາເປັນແຊມລີກສູງສຸດສະໄໝທີ 20 ໄດ້ສຳເລັດ
ໂດຍ ເປັບ ກວາດິໂອລາ ກຸນຊືແມນຯ ຊິຕີ້ ໄດ້ເປີດໃຈສົ່ງຂໍ້ຄວາມເຖິງ “ຫົງສ໌ແດງ” ຫຼັງເກມທີ່ລູກທີມຂອງເຂົາສາມາດເອົາຊະນະ ນັອຕຕິງແຮມ ຟໍເຣັສ 2-0 ຜ່ານເຂົ້າຊິງຊະນະເລີດຖ້ວຍ ເອຟເອ ຄັບ ເປັນສະໄໝທີ 3 ຕິດຕໍ່ກັນ

“ກ່ອນທີ່ຂ້ອຍຈະເວົ້າອັນໃດກ່ຽວກັບເກມນັດນີ້, ຕົວຂ້ອຍ ແລະ ສະໂມສອນຂໍຮ່ວມສະແດງຄວາມຍິນດີກັບ ລິເວີພູລ ໃນການຄວ້າແຊມພຣີເມຍລີກຂອງພວກເຂົາ ມັນເປັນເລື່ອງທີ່ເໝາະສົມ”
“ແນ່ນອນມັນບໍ່ມີຂໍ້ສົງໄສກ່ຽວກັບເລື່ອງນັ້ນ ພວກເຂົາເປັນທີມທີ່ຍອດຍຽບ ພວກເຂົາເໝາະສົມກັບການຄວ້າແຊມໄດ້ໃນປີນີ້” ກຸນຊືຊາວສະເປນ ເປີດໃຈໃຫ້ສຳພາດ
ພ້ອມກັນນີ້, ກຸນຊືເຮືອໃບສີຟ້າ ຍັງອອກມາປະກາດວ່າຈະກັບມາລຸ້ນແຊມອີກຄັ້ງໃນລະດູການໜ້າ “ພວກເຮົາຫວັງວ່າລະດູການໜ້າຈະສາມາດກັບມາແຂ່ງຂັນກັບພວກເຂົາໄດ້ຈົນເຖິງຊ່ວງທ້າຍລະດູການ ຊຶ່ງກັບລະດູການນີ້ມັນເປັນໄປບໍ່ໄດ້ ຂ້ອຍຕ້ອງຂໍສະແດງຄວາມຍິນດີກັບລິເວີພູລ”

ສຳລັບ ແມນຯ ຊິຕີ້ ໃນຕາຕະລາງຄະແນນປັດຈຸບັນພວກເຂົາມີແຕ້ມຕາມຫຼັງ ລິເວີພູລ ອັນດັບ 1 ຢູ່ຫຼາຍເຖິງ 21 ຄະແນນ ລວມທັງບໍ່ສາມາດຜ່ານເຂົ້າຮອບ 16 ທີມສຸດທ້າຍຂອງສຶກ ຢູຟ່າ ແຊມເປຍລີກ ໃນລະດູການນີ້ໄດ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














