Copy of site cover (30)
ກວດເຫັນເຊີເວີ SAP NetWeaver 1200 ເຄື່ອງ ມີຄວາມສ່ຽງຕໍ່ຊ່ອງໂຫວ່ທີ່ກຳລັງຖືກໂຈມຕີ
ຮຽບຮຽງໂດຍ:kaling
ເຜີຍແຜ່: 29 April, 2025

ນັກຄົ້ນຄວ້າໄດ້ພົບເຊີເວີ SAP NetWeaver ກວ່າ 1,200 ເຄື່ອງທີ່ເປີດສູ່ອິນເຕີເນັດມີຄວາມສ່ຽງຕໍ່ຊ່ອງໂຫວ່ການອັບໂຫລດໄຟລ໌ທີ່ບໍ່ຕ້ອງຢືນຢັນຕົວຕົນ, ຊຶ່ງກຳລັງຖືກນຳໄປໃຊ້ໂຈມຕີຢ່າງແຜ່ຫຼາຍ.

SAP ໄດ້ເປີດເຜີຍຊ່ອງໂຫວ່ຄວາມຮຸນແຮງສູງສຸດໃນສ່ວນປະກອບ Visual Composer Metadata Uploader ຂອງ SAP NetWeaver ຊຶ່ງຕິດຕາມໃນຊື່ CVE-2025-31324. ຊ່ອງໂຫວ່ນີ້ອະນຸຍາດໃຫ້ຜູ້ໂຈມຕີອັບໂຫລດໄຟລ໌ທີ່ສາມາດປະມວນຜົນໄດ້ໂດຍບໍ່ຕ້ອງຢືນຢັນຕົວຕົນ, ສົ່ງຜົນໃຫ້ສາມາດຍຶດຄວບຄຸມລະບົບໄດ້ທັງໝົດ.

ບໍລິສັດຄວາມປອດໄພຫຼາຍແຫ່ງ, ລວມທັງ ReliaQuest, watchTowr ແລະ Onapsis ຢືນຢັນວ່າຊ່ອງໂຫວ່ນີ້ກຳລັງຖືກນຳໄປໃຊ້ໂຈມຕີ, ໂດຍຜູ້ໂຈມຕີໃຊ້ຊ່ອງໂຫວ່ເພື່ອອັບໂຫລດ web shell ເທິງເຊີເວີທີ່ມີຊ່ອງໂຫວ່ ເຊັ່ນ “cache.jsp” ແລະ “helper.jsp”. ນອກຈາກນີ້, ບໍລິສັດ Onyphe ລາຍງານວ່າຈາກເຊີເວີສ່ຽງທັງໝົດ 1,284 ເຄື່ອງ, ມີ 474 ເຄື່ອງທີ່ຖືກໂຈມຕີໄປແລ້ວ. ບໍລິສັດຂະໜາດໃຫຍ່ປະມານ 20 ແຫ່ງໃນກຸ່ມ Fortune 500/Global 500 ຢູ່ໃນກຸ່ມສ່ຽງ.

SAP ໄດ້ອອກມາດຕະການແກ້ໄຂຊົ່ວຄາວເມື່ອວັນທີ 8 ເມສາ 2024 ຕາມດ້ວຍອັບເດດຄວາມປອດໄພທີ່ແກ້ໄຂຊ່ອງໂຫວ່ CVE-2025-31324 ເມື່ອວັນທີ 25 ເມສາ. ບໍລິສັດແນະນຳໃຫ້ຜູ້ເບິ່ງແຍງລະບົບດຳເນີນການດັ່ງນີ້:

1.ຈຳກັດການເຂົ້າເຖິງເສັ້ນທາງ /developmentserver/metadatauploader

2.ປິດການໃຊ້ງານ Visual Composer ຖ້າບໍ່ໄດ້ໃຊ້ງານ

3.ສົ່ງຕໍ່ log ໄປຍັງ SIEM ແລະ ສະແກນຫາໄຟລ໌ທີ່ບໍ່ໄດ້ຮັບອະນຸຍາດໃນເສັ້ນທາງ servlet

ຂໍ້ມູນຂ່າວ: https://www.bleepingcomputer.com/news/security/over-1-200-sap-netweaver-servers-vulnerable-to-actively-exploited-flaw/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Copy of site cover (32)
OpenAI, Perplexity ແລະ Yahoo ສົນໃຈຊື້ Chrome ຖ້າ Google ຖືກບັງຄັບໃຫ້ຂາຍ
VP LANDSCAPE COVER (82)
ຮຽກຮ້ອງໃຫ້ລະງັບແອັບພລິເຄຊັນ AI ທີ່ສ້າງຮູບພາບເປືອຍຂອງເດັກນ້ອຍ
site-cover (17)
ຍ້ອນທີ່ມາ 70 ປີແຫ່ງຄວາມຂັດແຍ້ງໃນແຄຊເມຍ ລະຫວ່າງອິນເດຍ-ປາກີສຖານ
Copy of site cover (14)
ຂ່າວໃກ້ຈະສິ້ນສຸດແລ້ວ! ຊາບີ ອາລອນໂຊ່ ກຽມແຈ້ງໄບເອີ ເລເວີຄູເຊັນ ຂໍຍ້າຍໄປຄຸມເຣອັລ ມາດຣິດ
VP LANDSCAPE COVER (81)
5 ສາຂາຊ່າງ ໃນທົ່ວປະເທດ ເຂົ້າຮ່ວມການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 4
site-cover (16)
ສະເປນ-ໂປຕຸເກສ ໄຟຟ້າດັບຄັ້ງໃຫຍ່
VP LANDSCAPE COVER (80)
ດາວທຽມໃໝ່ຈະສ່ອງຜ່ານຂີ້ເຝື້ອເພື່ອ 'ຊັ່ງນ້ຳໜັກ' ປ່າໄມ້ຂອງໂລກ
site-cover (15)
ຣັດເຊຍ ປະກາດຢຸດຍິງໃນຢູເຄຣນຊົ່ວຄາວ 3 ວັນ
site-cover (14)
ເກີດເຫດດິນສະໄລເຈື່ອນກວດເຮືອນປະຊາຊົນ ບ້ານ ລາດກືມ ເມືອງງາ ແຂວງອຸດົມໄຊ
Copy of site cover (31)
ວິທີລຶບໂພສຕ໌ Facebook ຫຼາຍໆໂພສຕ໌ໃນຄັ້ງດຽວຢ່າງວ່ອງໄວ
ຢ່າລື່ມກົດຕິດຕາມ