
ສະຫະລັດອາເມລິກາ 29 ເມສາ – ລັດຖະບານສະຫະລັດຈະຫຼຸດຜ່ອນຜົນກະທົບຈາກການເພີ່ມພາສີນຳເຂົ້າລົດຍົນ ໂດຍການຜ່ອນຜັນການເກັບພາສີບາງສ່ວນສຳລັບອະໄຫຼ່ຈາກຕ່າງປະເທດທີ່ໃຊ້ໃນການຜະລິດລົດຍົນໃນສະຫະລັດ ແລະ ຈະປ້ອງກັນບໍ່ໃຫ້ມີການເກັບພາສີຊໍ້າຊ້ອນກັບພາສີອື່ນໆ ສຳລັບລົດຍົນນຳເຂົ້າ.
ທຳນຽບຂາວສະຫະລັດໄດ້ເຜີຍແຜ່ຖ້ອຍແຖລງຂອງທ່ານ Howard Lutnick ລັດຖະມົນຕີການຄ້າໃນມື້ນີ້ວ່າ ປະທານາທິບໍດີ Donald Trump ກຳລັງສ້າງຄວາມເປັນຫຸ້ນສ່ວນທີ່ສຳຄັນກັບທັງຜູ້ຜະລິດລົດຍົນພາຍໃນປະເທດ ແລະ ຄົນເຮັດວຽກຊາວອາເມລິກາ.
ຂໍ້ຕົກລົງນີ້ເປັນໄຊຊະນະຄັ້ງໃຫຍ່ໃນການດຳເນີນນະໂຍບາຍການຄ້າຂອງປະທານາທິບໍດີ Trump, ເປັນການຕອບແທນບໍລິສັດທີ່ຜະລິດລົດໃນສະຫະລັດ ແລະ ໃຫ້ໂອກາດແກ່ຜູ້ຜະລິດທີ່ສະແດງຄວາມມຸ່ງໝັ້ນທີ່ຈະລົງທຶນ ແລະ ຂະຫຍາຍການຜະລິດໃນສະຫະລັດ.
ກ່ອນໜ້ານີ້ ໜັງສືພິມ Wall Street Journal ໄດ້ລາຍງານຂ່າວນີ້ເປັນແຫ່ງທຳອິດວ່າ ບໍລິສັດລົດຍົນທີ່ຈ່າຍພາສີແລ້ວ ຈະບໍ່ຕ້ອງເສຍພາສີຊໍ້າຊ້ອນຈາກການທີ່ສະຫະລັດເພີ່ມພາສີສິນຄ້ານຳເຂົ້າອື່ນ ເຊັ່ນ: ເຫຼັກ ແລະ ອາລູມິນຽມ ແລະ ຈະມີການຄືນພາສີຊໍ້າຊ້ອນທີ່ຈ່າຍໄປແລ້ວ.
 
ກ່ຽວກັບຜູ້ຜະລິດລົດຍົນໄດ້ສະແດງຄວາມຄາດຫວັງເມື່ອວານນີ້ວ່າ ຜູ້ນຳສະຫະລັດຈະປະກາດມາດຕະການຫຼຸດຜ່ອນຜົນກະທົບຂອງພາສີລົດຍົນກ່ອນເດີນທາງໄປລັດມິຊິແກນໃນມື້ນີ້ ເພື່ອສະຫຼອງການດຳລົງຕຳແໜ່ງຄົບ 100 ວັນທຳອິດ. ລັດນີ້ມີຄວາມສຳຄັນໃນແງ່ຂອງການເປັນທີ່ຕັ້ງຂອງບໍລິສັດລົດຍົນຍັກໃຫຍ່ 3 ແຫ່ງຂອງສະຫະລັດ ແລະ ເປັນທີ່ຕັ້ງຂອງບໍລິສັດຊັບພລາຍເອີລາຍໃຫຍ່ທີ່ກ່ຽວຂ້ອງກັບລົດຍົນຫຼາຍກວ່າ 1,000 ແຫ່ງ.
ປະທານາທິບໍດີທຣຳໄດ້ປະກາດເມື່ອວັນທີ 26 ມີນາຕາມເວລາສະຫະລັດວ່າ ຈະເພີ່ມພາສີລົດຍົນນຳເຂົ້າທັງໝົດໃນອັດຕາຮ້ອຍລະ 25 ມີຜົນຕັ້ງແຕ່ວັນທີ 3 ເມສາ. ສ່ວນພາສີອະໄຫຼ່ລົດຍົນຮ້ອຍລະ 25 ຈະເພີ່ມພາຍໃນວັນທີ 3 ພຶດສະພາ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








