Copy of site cover (37)
ບາເຊໂລນາ VS ອິນເຕີ 3-3: ບາຊາ ເປີດບ້ານສະເໝີ ງູໃຫຍ່ ເຕັມໄປດ້ວຍຄວາມດຸເດືອດ
ຮຽບຮຽງໂດຍ:kaling
ເຜີຍແຜ່: 1 May, 2025
ໝວດ: ກິລາ

ບາເຊໂລນາ VS ອິນເຕີ ມິລານ: ຜົນບານ 3-3 | “ເຈົ້າບຸນທຸ່ມ” ບາເຊໂລນາ ກັບ “ງູໃຫຍ່” ອິນເຕີ ມິລານ ເປີດເກມແລກຫມັດກັນຢ່າງມ່ວນຊື່ນ ໂດຍ ອິນເຕີ ຂຶ້ນນຳກ່ອນ 2 ລູກ ກ່ອນທີ່ ບາຊາ ຈະຕາມສະເໝີໄດ້ 2-2 ຊຶ່ງຫຼັງຈາກນັ້ນ ທີມເຍືອນຂຶ້ນນຳອີກເປັນ 3-2 ແຕ່ສຸດທ້າຍເຈົ້າພາບ ບາຊາ ກໍຕາມຕີສະເໝີໄດ້ອີກຄັ້ງ ຈົບເກມສະເໝີກັນໄປຢ່າງດຸເດືອດ 3-3 ໂດຍເກມນັດທີ 2 ອິນເຕີ ມິລານ ຈະໄດ້ກັບໄປຫຼິ້ນໃນບ້ານ ໃນຄືນວັນອັງຄານທີ 6 ພຶດສະພາ 2568

ບານເຕະ ຢູຟ່າ ແຊມປຽນ ລີກ 2024/25

ບາເຊໂລນາ 3-3 ອິນເຕີ

ສຶກບານເຕະຢູຟ່າ ແຊມປຽນ ລີກ 2024/25 ຮອບເຄິ່ງຊະນະເລີດ ນັດແລກ ເມື່ອຄືນວັນພຸດທີ 30 ເມສາ 2568 “ເຈົ້າບຸນທຸ່ມ” ບາເຊໂລນາ ເປີດສະໜາມຄັມປນູ ຮັບການມາຢ້ຽມຢາມຂອງ “ງູໃຫຍ່” ອິນເຕີ ມິລານ

ປະຕູ!! ອອກຕົ້ນເກມໄປບໍ່ເຖິງ 1 ນາທີ ທີມເຍືອນໄດ້ປະຕູຂຶ້ນນຳຢ່າງວ່ອງໄວເມື່ອ ນິໂກໂລ່ ບາເຣລລ່າ ເປີດບານຈາກຂວາເຂົ້າເຂດໂທດ ມາຄັສ ຕູຣາມ ໄຂວ້ບານປ່ຽນທາງເຂົ້າປະຕູໄປຢ່າງເໜືອຊັ້ນ ອິນເຕີ ມິລານ ອອກນຳ 1-0

ນາທີ 12 ບາເຊໂລນາໄດ້ລຸ້ນຕີສະເໝີ ລາມີນ ຢາມານ ຈ່າຍບານຈາກຂວາມາໃຫ້ ເຟັຣຣັນ ຕອເຣສ ໄດ້ຊັດດ້ວຍຂວາໃນເຂດໂທດ ບານພຸ່ງຫຼຸດເສົາອອກໄປນິດດຽວ

ນາທີ 19 ເຈົ້າພາບໄດ້ລຸ້ນອີກຄັ້ງຈາກລູກເຕະມຸມ ແນວຮັບອິນເຕີເຄລຍບໍ່ຂາດ ບານມາເຂົ້າທາງ ເຟັຣຣັນ ຕອເຣສ ວອນເລຍດ້ວຍຂວາ ບານພຸ່ງຫຼຽມເສົາອອກໄປອີກ

ປະຕູ!! ນາທີ 21 ແຟນບານບາຊາຕ້ອງອຶ້ງໄປຕາມໆກັນ ເມື່ອອິນເຕີໄດ້ລູກເຕະມຸມເປີດໂດ່ງເຂົ້າມາ ຟຣານເຊສໂກ້ ອແຊຣ໌ບີ້ ໂຫມ່ງຕັ້ງໄປໜ້າປະຕູ ແລະ ເປັນ ເດນເຊນ ດຸມຟຣີສ໌ ກະໂດດຟາດຈໍ້ໆ ຕຸງຕາຂ່າຍຊ່ວຍໃຫ້ ອິນເຕີ ໜີໄປເປັນ 2-0

ປະຕູ!! ແຕ່ບາຊາກໍບໍ່ຍອມແພ້ງ່າຍໆ ແລະ ຕີໄຂ່ແຕກໄລ່ມາເປັນ 1-2 ໃນນາທີທີ 24 ຈາກຝີຕີນຂອງ ລາມີນ ຢາມານ ຊຶ່ງພາບານຝ່າຜູ້ຫຼິ້ນອິນເຕີເຂົ້າເຂດໂທດ ກ່ອນຈະປັ່ນດ້ວຍຊ້າຍສົ່ງບານພຸ່ງເຊັດເສົາຫຼ່ຽມໃນເດັ້ງເຂົ້າປະຕູໄປຢ່າງຍອດຢ້ຽມ

ນາທີ 27 ບາເຊໂລນາ ເກືອບໄດ້ປະຕູຕີສະເໝີ ເມື່ອ ລາມີນ ຢາມານ ກະຊາກບານເຂົ້າເຂດໂທດ ແລ້ວຫາຫຼ່ຽມຊັດມຸມແຄບ ຢານນ໌ ຊອມເມີຣ໌ ນາຍທະວານອິນເຕີ ປັດບານໄປຊົນຄານຢ່າງຈັງ

ນາທີ 36 ລາມີນ ຢາມານ ໄຫຼບານມາໃຫ້ ດານີ່ ໂອນໂມ່ ປັ່ນເນັ້ນໆ ຈາກແຖວເສັ້ນເຂດໂທດ ຊອມເມີຣ໌ ຕ້ອງອອກແຮງພຸ່ງປັດບານອອກຫຼັງໄປ

ປະຕູ!! ນາທີ 38 ບາຊາຕາມຕີສະເໝີຈົນໄດ້ຈາກຈັງຫວະທີ່ ເປດຣີ້ ເປີດບານເຂົ້າເຂດໂທດໃຫ້ ຣາຟິນໂຢ່ ໂຫມ່ງຊົງຕໍ່ເຂົ້າກາງໃຫ້ ເຟັຣຣັນ ຕອເຣສ ວິ່ງມາແປຈໍ້ໆ ບໍ່ເຫຼືອຊາກ ກ່ອນຈົບເຄິ່ງແລກດ້ວຍສະກໍ ບາເຊໂລນາ ສະເໝີ ອິນເຕີ ມິລານ 2-2

ປະຕູ!! ເຄິ່ງຫຼັງ ນາທີ 63 ອິນເຕີຂຶ້ນນຳອີກຄັ້ງເມື່ອ ຮາຄານ ຊາລາໂນກລູ ເປີດລູກເຕະມຸມເຂົ້າມາໃຫ້ ເດນເຊນ ດຸມຟຣີສ໌ ຂຶ້ນໂຫມ່ງເຂົ້າໄປເປັນປະຕູທີ 2 ຂອງຕົວເອງໃນເກມນີ້ ແລະ ຊ່ວຍໃຫ້ທີມງູໃຫຍ່ນຳ 3-2

ປະຕູ!! ແຕ່ຫຼັງຈາກນັ້ນແຄ່ 2 ນາທີ ບາເຊໂລນາຕາມຕີສະເໝີໄດ້ຢ່າງວ່ອງໄວຈາກການຫຼິ້ນລູກສູດໃນຈັງຫວະເຕະມຸມ ດານີ່ ໂອນໂມ່ ເປີດບານຮຽດຍ້ອນອອກມາໃຫ້ ຣາຟິນຢ່າ ຫວດດ້ວຍຊ້າຍເຕັມໆ ຈາກນອກເຂດໂທດ ບານພຸ່ງໄປຊົນຄານກ່ອນຈະເດັ້ງມາໂດນຕົວນາຍທະວານ ຢານນ໌ ຊອມເມີຣ໌ ເຂົ້າປະຕູຕົວເອງໄປ ບາຊາຕີສະເໝີ 3-3

ນາທີ 75 ເດນເຊນ ດຸມຟຣີສ໌ ຜ່ານບານຈາກຂວາໄປໃຫ້ ເຮນຣິຄ ມຄິຕາຣ໌ຢານ ຊັດຕຸງຕາຂ່າຍທີ່ເສົາສອງ ແຕ່ໄລນ໌ແມນຍົກທຸງວ່າ ມຄິຕາຣ໌ຢານ ຢູ່ໃນຕຳແໜ່ງລ້ຳໜ້າ ເຮັດໃຫ້ ອິນເຕີ ຊວດໄດ້ປະຕູຢ່າງໜ້າເສຍດາຍ

ຊ່ວງທ້າຍເກມ ບາຊາ ເລັ່ງເຄື່ອງບຸກໜັກຫວັງຍິງປະຕູໄຊໃຫ້ໄດ້ ແຕ່ເຮັດບໍ່ສຳເລັດ ກະທັ້ງຄົບ 90 ນາທີຈົບເກມ ບາເຊໂລນາ ເປີດບ້ານສະເໝີ ອິນເຕີ ມິລານ ຢ່າງດຸເດືອດ 3-3 ໂດຍເກມນັດທີ 2 ອິນເຕີ ມິລານ ຈະໄດ້ກັບໄປຫຼິ້ນໃນບ້ານ ໃນຄືນວັນອັງຄານທີ 6 ພຶດສະພາ 2568

ລາຍຊື່ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ

ບາເຊໂລນາ: ວອຍເຊຍຈ ເຊສນີ່ (GK), ຊູລສ໌ ກຸນເດ້, ເປົາ ຄູບາຣ໌ຊີ່, ອິນຢິໂກ ມາຣ໌ຕິເນຊ, ເຄຣາຣ໌ດ ມາຣ໌ຕິນ, ແຟຣງກີ້ ເດີ ຢອງ, ເປດຣີ້, ລາມີນ ຢາມານ, ດານີ່ ໂອນໂມ່, ຣາຟິນຢ່າ, ເຟຣ໌ຣານ ຕອຣ໌ເຣສ

ອິນເຕີ ມິລານ: ຢານນ໌ ຊອມເມີຣ໌ (GK), ຢານນ໌ ບິສເຊັກ, ຟຣານເຊສໂກ້ ອແຊຣ໌ບີ້, ອເລສຊານໂດຣ ບາສໂຕນີ່, ເດນເຊນ ດຸມຟຣີສ໌, ນິໂກໂລ່ ບາເຣລລ່າ, ຮາຄານ ຊາລາໂນກລູ, ເຮນຣິຄ ມຄິຕາຣ໌ຢານ, ເຟເດຣິໂກ້ ດິມາຣ໌ໂກ້, ມາຣ໌ຄັສ ຕູຣາມ, ເລົາຕາໂຣ ມາຣ໌ຕິເນຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ