
ຊິໂມເນ່ ອິນຊາກີ້ ຄູຝຶກຂອງອິນເຕີ ມິລານ ກ່າວຫຼັງຈາກພາທີມໄປເສມີກັບບາເຊໂລນາ 3-3 ໃນການແຂ່ງຂັນຟຸດບອນຢູຟ່າ ແຊມປຽນລີກ ຮອບເຄິ່ງຊະນະເລີດ ເລກທຳອິດ ທີ່ສະໜາມເອັສຕາດີ ໂອລິມປິກ ລຸຍຊ໌ ກອມປານີສ ເມື່ອວັນທີ 30 ເມສາ ວ່າ ລູກທີມຫຼິ້ນກັນໄດ້ຢ່າງດີເລີດ, ຂຶ້ນນຳໄດ້ກ່ອນ 2-0 ຕັ້ງແຕ່ເຄິ່ງແລກ ແລະ ມີໂອກາດສົ່ງບານເຂົ້າປະຕູໄດ້ອີກ ແຕ່ກໍບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງບໍ່ໄດ້ປະຕູ. ຢ່າງໃດກໍຕາມ ໃນຄວາມຄິດຂອງຕົນເອງ, ພວກເຮົາໄດ້ເຮັດຜົນງານທີ່ດີຫຼາຍໆ ກັບທີມທີ່ດີທີ່ສຸດໃນໂລກໃນເວລານີ້.
ອິນຊາກີ້ກ່າວອີກວ່າ ລາມີນ ຍາມາລ ນັກເຕະບາຊາເປັນນັກເຕະທີ່ຄຸນນະພາບສູງຫຼາຍ ແລະ ບໍ່ເຄີຍເຫັນນັກເຕະແບບນີ້ມາ 8-9 ປີແລ້ວ. ລາວສ້າງບັນຫາໃຫ້ຄູ່ແຂ່ງໄດ້ຫຼາຍ, ເຮັດໃຫ້ຕ້ອງມີຄົນຄອຍປະກົບລາວ 2 ຄົນຢູ່ຕະຫຼອດ ແຕ່ມັນກໍບໍ່ເຄີຍພໍ. ດັ່ງນັ້ນ ພວກເຮົາຈຶ່ງຕ້ອງດັນແນວຮັບລົງຕໍ່າ, ເຊິ່ງກໍໄດ້ເຫັນຍາມາລມີຈັງຫວະທີ່ຫຼິ້ນບໍ່ດີບ້າງເຊັ່ນກັນ. ຖືວ່າເປັນໂຊກດີຂອງອິນເຕີ. ພວກເຮົາຮູ້ດີວ່າບາຊາເປັນທີມທີ່ຄວ້າແຊມແລ້ວ 2 ລາຍການໃນລະດູການນີ້ ແລະ ກຳລັງລຸ້ນອີກ 2 ແຊມ. ພວກເຂົາພ້ອມສ່ຽງ ເພາະຮູ້ດີວ່າໄດ້ຮັບຜົນຕອບແທນທີ່ດີ, ຍິງປະຕູໄດ້ມາແລ້ວ 50 ລູກ, ເຮັດໃຫ້ອິນເຕີຕ້ອງຫຼິ້ນກັນຕາມແຜນທີ່ວາງໄວ້ໃຫ້ໄດ້ເທົ່ານັ້ນ.
“3ປີທີ່ແລ້ວ, ພວກເຮົາມາຢ້ຽມຢາມບາຊາກໍເສມີກັບຄືນໄດ້, ກໍຕ້ອງໄປລຸ້ນກັນຕໍ່ທີ່ເລກສອງ. ໃຜຊະນະກໍໄດ້ເຂົ້າຮອບຊິງ, ສ່ວນທີມທີ່ແພ້ກໍຕ້ອງກັບບ້ານໄປ” ຫົວໜ້າຄູຝຶກທີມງູໃຫຍ່ກ່າວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














