ເບຣນຟອດ VS ແມນຢູ: ຜົນບານ 4-3 | ແມນຢູ ໄດ້ປະຕູຂຶ້ນນຳກ່ອນຈາກ ເມສັນ ເມົາທ໌ ແຕ່ຫຼັງຈາກນັ້ນໂດນເຈົ້າພາບ ເບຣນຟອດ ຍິງຕິດຕໍ່ກັນ 4 ປະຕູຈາກ ເຄວິນ ຊາເດີ ສົ່ງບານເຂົ້າປະຕູ 2 ລູກ, ໂຢອັນ ວິດຊາ ແລະ ລຸກ ຊໍ ເຮັດເຂົ້າປະຕູຕົວເອງ ເຖິງວ່າ ອາເລຮັນໂດຣ ກາຣ໌ນາໂຊ ກັບ ອາຫມັດ ດິຢາລໂລ ຈະຍິງຕີຕື້ນໃນຊ່ວງທ້າຍເກມ ແຕ່ສຸດທ້າຍກໍ່ໄລ່ບໍ່ທັນ ຈົບເກມ ເບຣນຟອດ ເປີດເຮືອນຊະນະ ແມນຢູ 4-3 ເກັບເພີ່ມເປັນ 52 ແຕ້ມຂຶ້ນໄປຢູ່ອັນດັບ 9 ສ່ວນ ແມນຢູ ຍັງຢູ່ທີ 15 ຂອງຕາຕະລາງຄືເກົ່າ
ນາທີ 3 ແມນຢູເກືອບເສຍປະຕູຈາກຈັງຫວະທີ່ ລຸກ ຊໍ ພະຍາຍາມໂຂກບານຄືນຫຼັງໃຫ້ຜູ້ຮັກສາປະຕູ ອັລຕາຍ ບາຍິນດີຣ໌ ແຕ່ວ່າ ບາຍິນດີຣ໌ ຖະລຳໄປອີກທາງ ຍັງດີທີ່ບານບໍ່ຕົງກອບ ຫຼຸດຈຽດເສົາອອກຫຼັງໄປ
ນາທີ 4 ເບຣນຟອດ ເກືອບໄດ້ເຮ ຄຣິສຕຽນ ນໍການ ເປີດບານຈາກຂວາໄປໃຫ້ ເຄວິນ ຊາເດີ ພຸ່ງເຂົ້າຊາດທີ່ເສົາສອງ ແຕ່ບານບໍ່ຕົງກອບ
ປະຕູ!! ນາທີ 14 ແມນຢູໄດ້ປະຕູຂຶ້ນນຳ 1-0 ເມື່ອ ອາເລຮັນໂດຣ ກາຣ໌ນາໂຊ ປາດບານຈາກຊ້າຍເຂົ້າກາງໃຫ້ ເມສັນ ເມົາທ໌ ແປຕຸງຕາໜ່າງ ແລະ ເປັນປະຕູທຳອິດທີ່ ເມົາທ໌ ຍິງໄດ້ໃນລະດູການນີ້
ປະຕູ!! ນາທີ 27 ເບຣນຟອດຕາມຕີເສມົເປັນ 1-1 ຈາກຈັງຫວະທີ່ ມິກເຄລ ດຳສກາດ ພະຍາຍາມກະດົກບານຈາກຂວາເຂົ້າກາງ ບານສະແລບ ລຸກ ຊໍ ປ່ຽນທາງເຂົ້າປະຕູຕົວເອງໄປຢ່າງໂຊກຮ້າຍ
ປະຕູ!! ນາທີ 33 ເບຣນຟອດແຊງຂຶ້ນນຳ ຄຣິສຕຽນ ນໍການ ເປີດບານຈາກຝັ່ງຂວາໄປຮອດເສົາສອງ ແລະ ເປັນ ເຄວິນ ຊາເດີ ເທັກຕົວຂຶ້ນໂຂກເຂົ້າໄປ
ນາທີ 44 ເຈົ້າພາບເກືອບໄດ້ປະຕູທີ 3 ມິກເຄລ ດຳສກາດ ເປີດຟຣີຄິກເຂົ້າໄປໃຫ້ ຄຣິສຕຽນ ນໍການ ໂຉບມາໂຂກທີ່ເສົາແຮກ ແຕ່ບໍ່ຜ່ານ ອັລຕາຍ ບາຍິນດີຣ໌ ເຊຟໄດ້ຫວຸດຫວິດ ກ່ອນຈະຈົບເຄິ່ງແຮກດ້ວຍສະກໍ ເບຣນຟອດ ນຳ ແມນຢູ 2-1
ເຄິ່ງຫຼັງ ແມນຢູໄດ້ລຸ້ນກ່ອນໃນນາທີ 50 ເມສັນ ເມົາທ໌ ໄດ້ກົດດ້ວຍຂວາໃນເຂດໂທດ ມາກ ເຟລກເຄັນ ນາຍປະຕູເບຣນຟອດ ລົ້ມຕົວຮັບບານເອົາໄວ້ໄດ້
ປະຕູ!! ຫຼັງຈາກນັ້ນ ແມນຢູ ເດີນເກມບຸກຕໍ່ເນື່ອງແຕ່ຈົບສະກໍບໍ່ໄດ້ ແລະ ມາໂດນ ເບຣນຟອດ ເຈາະຕາໜ່າງລູກທີ 3 ໃນນາທີ 70 ບຣິຢອງ ເອັມເບວໂມ ເປີດບານຈາກຂວາໄປໃຫ້ ເຄວິນ ຊາເດີ ໂຂກທີ່ເສົາສອງເຂົ້າໄປ ຊ່ວຍໃຫ້ທີມ “ເຜິ້ງພິຄາດ” ນຳຫ່າງ 3-1
ປະຕູ!! ນາທີ 74 ແມດເທັຽສ ເຈນເຊັນ ຈ່າຍທະລຸຊ່ອງໃຫ້ ໄມເຄິລ ຄາໂຢເດີ ຫຼຸດເຂົ້າເຂດໂທດດ້ານຂວາ ກ່ອນຈະໄຫຼຕໍ່ເຂົ້າກາງໃຫ້ ໂຢອັນ ວິດຊາ ຍິງໂລ່ງໆ ເຂົ້າໄປອີກ ເບຣນຟອດ ໜີໄປເປັນ 4-1
ປະຕູ!! ນາທີ 82 ແມນຢູ ບໍ່ຍອມແພ້ງ່າຍໆ ແລະ ໄລ່ຕີຕື້ນຂຶ້ນມາເປັນ 2-4 ຈາກ ອາເລຮັນໂດຣ ກາຣ໌ນາໂຊ ໄດ້ປັ່ນດ້ວຍຂວາຈາກໜ້າເຂດໂທດ ບານພຸ່ງຊຽບມຸມເຂົ້າໄປຢ່າງຄົມຄາຍ
ປະຕູ!! ຊ່ວງທົດເວລານາທີ 90+5 ທີມຜີແດງທວງຄືນເພີ່ມໄດ້ອີກລູກຈາກຈັງຫວະທີ່ ອາຫມັດ ດິຢາລໂລ ໄດ້ບານທາງຝັ່ງຂວາ ກ່ອນຈະແຕະເຂົ້າໃນແລ້ວຕະບັນດ້ວຍຊ້າຍຕຸງຕາໜ່າງ ແຕ່ກໍ່ເຮັດໄດ້ດີທີ່ສຸດພຽງເທົ່ານີ້ ຈົບເກມ ເບຣນຟອດ ເປີດເຮືອນຊະນະ ແມນຢູໄນເຕັດ 4-3 ເກັບເພີ່ມເປັນ 52 ແຕ້ມຈາກ 35 ນັດ ຂະຍັບຂຶ້ນໄປຮັ້ງອັນດັບ 9 ສ່ວນ ແມນຢູ ຍັງເກາະຢູ່ທີ່ 15 ມີຢູ່ 39 ແຕ້ມເທົ່າເດີມ
ລາຍຊື່ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ
ເບຣນຟອດ: ມາກ ເຟລກເຄັນ (GK), ໄມເຄິລ ຄາໂຢເດີ, ນາທານ ຄອລລິນ, ເຊັບ ຟານ ເດັນ ເບິກ, ຄີນ ລູອິສ-ພອດເຕີ, ຄຣິສຕຽນ ນໍການ, ເຢຮັອຣ ຢາໂມລຸກ, ມິກເຄລ ດຳສກາດ, ເຄວິນ ຊາເດີ, ບຣິຢອງ ເອັມເບວໂມ, ໂຢອັນ ວິດຊາ
ແມນຢູໄນເຕັດ: ອັລຕາຍ ບາຍິນດີຣ໌ (GK), ໄທເລີ ເຟຣດຣິກສັນ, ມັດໄທຈ໌ ເດີ ລິກຕ໌, ລຸກ ຊໍ, ແພຕຣິກ ດໍກູ, ແຮຣີ ອາມັສ, ຄັອບບີ ເມນູ, ມານູເອລ ອູກາເຕ, ເມສັນ ເມົາທ໌, ອາເລຮັນໂດຣ ກາຣ໌ນາໂຊ, ຊິໂດ ໂອບີ-ມາຕິນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |