Copy of site cover (44)
ເຊວຊີ VS ລິເວີພູລ 3-1 ສິງບລູສ໌ ເປີດສະໜາມເອົາຊະນະ ຫົງແດງ ຕ້ອນຮັບແຊມໃໝ່
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 May, 2025
ໝວດ: ກິລາ

ເຊວຊີ VS ລິເວີພູລ: ຜົນບານ 3-1 | ເຈົ້າຂອງສະໜາມທີມ “ສິງໂຕນ້ຳເງິນຄາມ” ເຮັດຜົນງານໄດ້ຢ່າງດີເລີດ ເອົາຊະນະທີມ “ໝາກແດງ” ໃນບ້ານໄດ້ແບບສວຍງາມ ໂດຍໄດ້ 3 ປະຕູຈາກ ເອັນໂຊ ແຟຣ໌ນານເດສ ແລະ ໂຄລ ພາລເມີ ຄົນລະປະຕູ ກ່ອນທີ່ ຈາເຣລ ຄວອນຊາຫ໌ ຈະເຮັດເຂົ້າປະຕູຕົວເອງ ບວກໃຫ້ກັບທີມເພີ່ມໄປອີກປະຕູ ເກັບເພີ່ມເປັນ 63 ແຕ້ມ ຢູ່ອັນດັບ 5 ຂອງຕາຕະລາງຄະແນນ ສ່ວນທາງທີມ ລິເວີພູລ ມາໄດ້ລູກຕີໄຂ່ແຕກປະຕູດຽວຈາກ ເຟີຈິລ ຟານ ໄດຈ໌ຄ ປະຕູດຽວຕ້ອງກັບມືເປົ່າ ແຕ່ຍັງເປັນແຊມ.

ສຶກຟຸດບອນພຣີເມຍລີກ 2024/25 ເມື່ອວັນອາທິດທີ 4 ພຶດສະພາ 2025 ເປັນການພົບກັນລະຫວ່າງ “ສິງໂຕນ້ຳເງິນຄາມ” ເຊວຊີ ເປີດບ້ານເຮັດສຶກກັບທີມແຊມລີກຢ່າງ “ໝາກແດງ” ລິເວີພູລ.

ປະຕູ!! ເລີ່ມເຄິ່ງແລກນາທີທີ 3 ເຈົ້າຂອງສະໜາມ ເຊວຊີ ມາໄດ້ປະຕູຂຶ້ນນຳກ່ອນຈາກຈັງຫວະທີ່ ເປໂດຣ ເນໂຕ້ ໄຫລບານເຂົ້າມາໃນເຂດໂທດບານມາເຂົ້າທາງ ເອັນໂຊ ແຟຣ໌ນານເດສ ແລ່ນມາຍິງເນັ້ນໆບານພຸ່ງ ຊຽດເສົາ ຜ່ານມື ອາລີຊອງ ເບັກເກີຣ໌ ເຂົ້າປະຕູໄປ ພາທີມນຳ 1-0.

ນາທີທີ 8 ທີມຢ້ຽມທັບ “ໝາກແດງ” ມາໄດ້ໂອກາດບຸກບ້າງຈາກຈັງຫວະທີ່ ໂຄດີ້ ກັກໂປ ໄດ້ບານກ່ອນກະຊາກເຂົ້າເຂດໂທດ ແລະ ໄດ້ໂອກາດສັບໄກທັນທີ ບານພຸ່ງແຮງແຕ່ບໍ່ຜ່ານເຊັບຂອງ ໂຣເບີດ ຊານເຊສ ທີ່ພຸ່ງຮັບໄວ້ໄດ້ແບບຢູ່ມື.

ນາທີທີ 31 ເຈົ້າຂອງສະໜາມທັບ “ສິງບລູສ໌” ເກືອບໄດ້ປະຕູເພີ່ມຈາກຈັງຫວະທີ່ ເອັນໂຊ ແຟຣ໌ນານເດສ ເປີດບານມາໃຫ້ເຂົ້າທາງ ເປໂດຣ ເນໂຕ້ ໄດ້ຫວດວອນເລ່ຍເຕັມໆໃບ ບານພຸ່ງແຮງເຫີນຂ້າມຄານອອກຫຼັງໄປນິດດຽວ.

ນາທີທີ 42 ເຊວຊີ ໄດ້ໂອກາດບຸກຕໍ່ເນື່ອງ ແລະ ເປັນທາງ ໂຄລ ພາລເມີ ແທງບານທະລຸຊ່ອງມາໃຫ້ ເປໂດຣ ເນໂຕ້ ແລ່ນໂສບກ່ອນຈະລີ້ຍງເຂົ້າເຂດໂທດ ແລະ ສັບໄກຍິງກະເລັ່ນ ມຸມແຄບ ແຕ່ທາງ ອາລີຊອງ ເບັກເກີຣ໌ ຍັງປິດມຸມໄດ້ດີເຮັດໃຫ້ບານພຸ່ງເສົາເຂົ້າຂ້າງຕາຂ່າຍໄປແບບໄດ້ລຸ້ນ.

ຈາກນັ້ນທັງຄູ່ເຮັດຫຍັງເພີ່ມບໍ່ໄດ້ ແລະ ເປັນທາງເຈົ້າຂອງສະໜາມ ເຊວຊີ ໄດ້ໂອກາດບຸກຫຼາຍກວ່າ ລິເວີພູລ ໝົດເຄິ່ງແລກດ້ວຍສະກໍນຳ 1-0.

ປະຕູ!! ເຄິ່ງຫຼັງນາທີທີ 56 ເຊວຊີ ມາໄດ້ປະຕູທີ 2 ຈາກຈັງຫວະທີ່ ເຟີຈິລ ຟານ ໄດຈ໌ຄ ກຳລັງຈະເຄລຍບານຖິ້ມແຕ່ໂຊກບໍ່ດີໄປຕິດ ຈາເຣລ ຄວອນຊາຫ໌ ເຮັດໃຫ້ບານເດັ້ງເຂົ້າປະຕູໄປແບບທີ່ ອາລີຊອງ ເບັກເກີຣ໌ ໄດ້ແຕ່ມອງ ເຮັດໃຫ້ເຊວຊີນຳຫ່າງ 2-0.

ນາທີທີ 77 ລິເວີພູລ ພາດໂອກາດຕີໄຂ່ແຕກຈາກຈັງຫວະທີ່ ຄອສຕາສ ຊິມິກາສ ວາງບານມາໃຫ້ ໂມຮາເໝັດ ຊາລາຫ໌ ໄດ້ແລ່ນມາໂຂກເນັ້ນໆ ແຕ່ຄຸມທິດທາງບໍ່ດີ ເຮັດບານຫຼຸດອອກຫຼັງໄປນິດດຽວ.

ນາທີທີ 80 ເຊວຊີ ເກືອບໄດ້ປະຕູທີ 3 ຈາກຈັງຫວະທີ່ ໂຄລ ພາລເມີ ໄດ້ບານກ່ອນຈະລາກມາສຸດເສັ້ນຫຼັງກ່ອນລາກເຂົ້າມາໃນເຂດໂທດ ແລະ ມອງຈັງຫວະສັບໄກຍັດເສົາແລກທັນທີ ບານພຸ່ງແຮງຜ່ານຕົວ ອາລີຊອງ ເບັກເກີຣ໌ ບານພຸ່ງຜ່ານປາກປະຕູໄປຊົນເສົາເຮັດໃຫ້ບານເດັ້ງພາດໄດ້ປະຕູໄປແບບບໍ່ໜ້າເຊື່ອ ສະກໍຍັງ 2-0.

ປະຕູ!! ນາທີທີ 85 ທັບ “ໝາກແດງ” ມາໄດ້ປະຕູຕີໄຂ່ແຕກຈົນໄດ້ຈາກຈັງຫວະເປີດລູກເຕະມຸມຈາກ ອະເລັກຊິສ ແມ໋ກ ອັລລິສເຕີ ບານໂຄ້ງເຂົ້າມາໃນເຂດໂທດ ມາເຂົ້າຫົວຂອງ ເຟີຈິລ ຟານ ໄດຈ໌ຄ ໄດ້ຂຶ້ນໂຂກແບບເຕັມໆດອກ ບານພຸ່ງແຮງຜ່ານມື ໂຣເບີດ ຊານເຊສ ເຂົ້າປະຕູໄປແບບບໍ່ເຫຼືອຊາກ ພາທີມໄລ່ມາເປັນ 2-1.

ປະຕູ!! ນາທີທີ 90+5 ເຊວຊີມາໄດ້ລູກຈຸດໂທດຈາກຈັງຫວະທີ່ ຈາເຣລ ຄວອນຊາຫ໌ ໄປເຮັດຟາວ ມອຍເຊສ ໄກເຊໂດ້ ລົ້ມລົງໃນເຂດໂທດ ແລະ ເປັນທາງ ໂຄລ ພາລເມີ ຂໍເປັນຄົນສັງຫານເອງ ແລະ ຍິງໄດ້ຊຽບຂາດພາທີມນຳຫ່າງ 3-1.

ໝົດເວລາການແຂ່ງຂັນເປັນທາງ ເຊວຊີ ເປີດບ້ານເອົາຊະນະ ລິເວີພູລ ທີມແຊມໃນລະດູການນີ້ໄປ 3-1 ເກັບເພີ່ມເປັນ 63 ແຕ້ມ ຢູ່ອັນດັບ 5 ຂອງຕາຕະລາງຄະແນນ ສ່ວນ “ໝາກແດງ” ຕ້ອງກັບບ້ານມືເປົ່າໂດຍມີ 82 ຄະແນນເທົ່າເດີມ.

ລາຍຊື່ 11 ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ:

ເຊວຊີ: ໂຣເບີດ ຊານເຊສ (GK), ມາກ ກູກູເຣຍ່າ, ລີວາຍ ໂຄລວິລ, ເທຣໂວຫ໌ ຊາໂລບາຫ໌, ໂຣເມໂອ ລາເວຍ, ເອັນໂຊ ແຟຣ໌ນານເດສ, ມອຍເຊສ ໄກເຊໂດ້, ເປໂດຣ ເນໂຕ້, ໂຄລ ພາລເມີ, ໂນນີ່ ມາດູເອເກ້, ນິໂຄລັສ ແຈັກສັນ

ລິເວີພູລ: ອາລີຊອງ ເບັກເກີຣ໌ (GK), ເທຣນທ໌ ອະເລັກຊານເດີ ອາໂນລດ໌, ຈາເຣລ ຄວອນຊາຫ໌, ເຟີຈິລ ຟານ ໄດຈ໌ຄ, ຄອສຕາສ ຊິມິກາສ, ວາຕາຣຸ ເອັນໂດະລເຄີທິສ ໂຈນສ໌, ຮາວີ່ຍ໌ ເອລເລຍດຕ໌, ໂມຮາເໝັດ ຊາລາຫ໌, ດິໂອໂກ້ ໂຊຕ້າ, ໂຄດີ້ ກັກໂປ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ