Copy of site cover (45)
ອັນໂທນີ່ ຍິງສຸດງາມທ້າຍເກມ ບຸກແຊງຊະນະ ເອສປັນຢອລ ໃນການແຂ່ງຂັນລາລີກາ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 May, 2025
ໝວດ: ກິລາ

ໃນການແຂ່ງຂັນຟຸດບອນລາລີກາ ສະເປນ ລະດູການ 2025 ໃນຄືນວັນທີ 4 ພຶດສະພາທີ່ຜ່ານມາ, ເກມທີ່ແຟນບອນລຸ້ນລະທຶກຈົນວິນາທີສຸດທ້າຍ “ນົກແກ້ວ” ເອສປັນຢອລ ເປີດສະໜາມເຮືອນຮັບມື “ຂຽວ-ຂາວ” ເຣອັລ ເບຕິສ ກ່ອນຈະພ່າຍໄປແບບສຸດເຈັບປວດ 1-2 ໂດຍທີມຢ້ຽມມາຍິງແຊງສອງປະຕູໃນຊ່ວງທ້າຍເກມ ສົ່ງຜົນໃຫ້ຜົນບອນສົດປ່ຽນຈາກຄວາມຫວັງເປັນຄວາມພັງພິນາດຂອງເຈົ້າຂອງສະໜາມ.

ການດຳເນີນເກມ

ຄຶ່ງເວລາທຳອິດ

ຄຶ່ງທຳອິດເລີ່ມຕົ້ນດ້ວຍຈັງຫວະການຫຼິ້ນທີ່ເອສປັນຢອລເບິ່ງຄືດຸດັນກວ່າ ແລະ ພວກເຂົາອອກນຳກ່ອນໃນນາທີທີ 28 ຈາກຈັງຫວະທີ່ ເປເຣ່ ໂລຊາໂນ່ ເປີດບອນເຂົ້າເຂດໂທດໃຫ້ ໂຣເບີໂຕ້ ເຟີນານເດຊ ໂຫມ່ງຕຸງຕາຂ່າຍພາທີມຂຶ້ນນຳ 1-0. ຫຼັງຈາກນັ້ນເຈົ້າຂອງສະໜາມຍັງຄຸມເກມໄດ້ດີກວ່າ ແລະ ມີໂອກາດລຸ້ນເພີ່ມປະຕູ ແຕ່ບໍ່ເດັດຂາດພໍ ຈົບຄຶ່ງແລກດ້ວຍຄວາມຫວັງຂອງແຟນບອນເຈົ້າພາບ.

ຄຶ່ງເວລາທີສອງ

ຄຶ່ງຫຼັງກັບມາ, ເບຕິສເລີ່ມເລັ່ງເກມເດີນໜ້າກົດດັນຢ່າງໜັກ ແລະ ເຖິງແມ່ນວ່າຈະມີໂອກາດຫຼາຍຄັ້ງ ແຕ່ກວ່າຈະມາໄດ້ປະຕູຕີເສມົເກສໍາເຖິງນາທີທີ່ 85 ເມື່ອ ອີສໂກ້ ຜ່ານບອນເຂົ້າເຂດໂທດໃຫ້ ຈິໂອວານີ່ ໂລ ເຊລໂຊ່ ຈັບບອນໜຶ່ງຈັງຫວະກ່ອນຊັດດ້ວຍຊ້າຍເຂົ້າໄປຢ່າງເດັດຂາດໃຫ້ສະກໍເປັນ 1-1. ເກມຍັງບໍ່ຈົບແຄ່ນັ້ນ, ນາທີທີ 90+1 ທີມຢ້ຽມມາໄດ້ປະຕູໄຊຈາກຈັງຫວະໂຕ້ກັບທີ່ໂລ ເຊລໂຊ່ແທງທະລຸໃຫ້ ອັນໂທນີ່ ຫຼຸດດ່ຽວໄປຍິງສວນມືຜູ້ຮັກສາປະຕູເຂົ້າໄປ ກາຍເປັນປະຕູແຊງຊະນະ 2-1 ຢ່າງສຸດມັນ.

 

ລາຍຊື່ນັກເຕະຕົວຈິງ, ນັກເຕະໂດດເດັ່ນ ແລະ ການປ່ຽນຕົວ

ເອສປັນຢອລ (ລະບົບ 4-2-3-1)

ຜູ້ຮັກສາປະຕູ: ໂຈນ ກາເຊຍ
ກອງຫຼັງ: ໂຣແບັກໂຕ້ ເຟີນານເດຊ, ມາຣາຊ ຄຸມບຸລລ່າ, ເລອັນໂດຣ ກາເບເຣຣ່າ, ອີເລຍສ ຮິລາລີ
ກອງກາງຕົວຮັບ: ເອັດດູ ເອັກໂປຊິໂຕ້, ອາເດຣຍນ ໂຣກາ
ຕົວຮຸກ: ໂຈເຊລູ ປູອາໂດ້ (ກັບຕັນ), ປາໂບລ ໂລຊາໂນ່, ຄາຣລອສ ໂຣເມໂຣ
ກອງໜ້າ: ອູໄນ ກອນຊາເລຊ

ຕົວສຳຮອງທີ່ຖືກປ່ຽນລົງ:

  • ອາເລັກ ຄຣາລ (ນ.46)
  • ອັລບາໂຣ່ ເຕເຈໂຣ່ (ນ.64)
  • ໂຈເຟຣ ກາເຣເຣຣາສ (ນ.65)
  • ເຟີນານໂດ ຄາເລໂຣ່ (ນ.73)
  • ອາເລໂຈ່ ເວລີຊ (ນ.90)

ນັກເຕະເດັ່ນ: ໂຈນ ກາເຊຍ (8.5), ໂຈເຊລູ ປູອາໂດ້ (7.3), ໂຣເບີໂຕ້ ເຟີນານເດຊ (7.3)

ເຣອັລ ເບຕິສ (ລະບົບ 4-2-3-1)

ຜູ້ຮັກສາປະຕູ: ອາເດຣຍນ
ກອງຫຼັງ: ອັບແນັຣ ວິນິຊິອຸສ, ນາຕານ, ມາຣກ ບາຣຕຣ້າ, ຢູສຊູຟ ຊາບາລີ່
ກອງກາງຕົວຮັບ: ກີໂດ້ ໂຣດຣິເກຊ, ວິລລຽມ ຄາຣວັລໂຢ່
ຕົວຮຸກ: ອັນໂທນີ່, ເຊີຄິໂອ ອັລຕິມິຣ່າ, ຈິໂອວານີ່ ໂລ ເຊລໂຊ່ (ກັບຕັນ)
ກອງໜ້າ: ຄຣິສຕຽນ ເອີນານເດຊ

ຕົວສຳຮອງທີ່ຖືກປ່ຽນລົງ:

  • ອິສໂກ້ (ນ.59)
  • ອັບເດສຊາມັດ ເອຊຊາລຊູລີ (ນ.60)
  • ເອັກຕອຣ ເບເຢຣິນ (ນ.80)
  • ເຊດຣິກ ບາກັມບູ (ນ.80)

ນັກເຕະເດັ່ນ: ຈິໂອວານີ່ ໂລ ເຊລໂຊ່ (8.7), ອັນໂທນີ່ (8.6), ອິສໂກ້ (7.3)

ເຫດການສຳຄັນ

  • ⚽ 28′ ໂຣເບີໂຕ້ ເຟີນານເດຊ ຍິງໃຫ້ເອສປັນຢອລຂຶ້ນນຳ 1-0
  • 🟨 35′ ອີເລຍສ ຮິລາລີ ທຳຟາວລ໌ ໂດນໃບເຫຼືອງ
  • 🔁 46′ ອາເລັກ ຄຣາລ ລົງສະໜາມແທນ ປາໂບລ ໂລຊາໂນ່
  • 🟨 52′ ຄາຣລອສ ໂຣເມໂຣ ໂດນໃບເຫຼືອງຈາກການທຳຟາວລ໌
  • 🔁 59′ ອິສໂກ້ ລົງແທນ ວິລລຽມ ຄາຣວັລໂຢ່
  • 🔁 60′ ອັບເດສຊາມັດ ເອຊຊາລຊູລີ ລົງແທນ ຮວນ ໂຣດຣິເກຊ
  • 🔁 64′ ອັລບາໂຣ່ ເຕເຈໂຣ່ ລົງແທນ ອີເລຍສ ຮິລາລີ
  • 🔁 65′ ໂຈເຟຣ ກາເຣເຣຣາສ ລົງແທນ ອາເດຣຍນ ໂຣກາ
  • 🔁 73′ ເຟີນານໂດ ຄາເລໂຣ່ ລົງແທນ ເອັດດູ ເອັກໂປຊິໂຕ້
  • ⚽ 85′ ຈິໂອວານີ່ ໂລ ເຊລໂຊ່ ຍິງຕີເສມົໃຫ້ເບຕິສ 1-1
  • 🔁 80′ ເອັກຕອຣ ເບເຢຣິນ ແລະ ເຊດຣິກ ບາກັມບູ ລົງແທນ ຊາບາລີ່ ແລະ ເອີນານເດຊ
  • ⚽ 90+1′ ອັນໂທນີ່ ຍິງປະຕູໄຊໃຫ້ເບຕິສແຊງນຳ 2-1
  • 🔁 90+2′ ອາເລໂຈ່ ເວລີຊ ລົງແທນ ອູໄນ ກອນຊາເລຊ

ນັກເຕະຍອດເຍີ່ຍມຂອງເກມ: ຈິໂອວານີ່ ໂລ ເຊລໂຊ່

ມິດຟິລຕົວຮຸກຈາກເຣອັລ ເບຕິສ ສະແດງຟອມໄດ້ຢ່າງໂດດເດັ່ນ, ຄຸມຈັງຫວະເກມແດນກາງໄດ້ດີ ແລະ ເປັນຈຸດປ່ຽນສຳຄັນຂອງເກມດ້ວຍການຍິງປະຕູຕີເສມົ ແລະ ມີສ່ວນໃນປະຕູໄຊອີກດ້ວຍ. ໄດ້ຄະແນນຈາກ Sofascore ສູງເຖິງ 8.7 ເປັນຜູ້ຫຼິ້ນທີ່ສ້າງແຮງກະເພື່ອມໃຫ້ທີມຢ່າງແທ້ຈິງ.

ຂໍ້ມູນຂ່າວ: https://www.bankeela.com/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ