Copy of site cover (46)
ຜູ້ບຸກເບີກເຕັກໂນໂລຊີ AI ກັງວົນໃນຄວາມກ້າວໜ້າຂອງ AI ຢ້ານເກີດໄພຂົ່ມຂູ່ຮ້າຍແຮງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 May, 2025

ດຣ. ເຈັຟຟຣີ ຮິນຕັນ ຜູ້ບຸກເບີກເຕັກໂນໂລຊີດ້ານເອໄອ ໄດ້ໃຫ້ສຳພາດແລະສະແດງຄວາມກັງວົນໃນຄວາມກ້າວໜ້າຂອງປັນຍາປະດິດ, ໂດຍຄວາມສາມາດທີ່ຖືກພັດທະນາຢ່າງວ່ອງໄວ ອາດເກີດບັນຫາທັງການໃຊ້ງານຜິດວັດຖຸປະສົງ ຫຼື ການຖືກນຳໄປໃຊ້ໂດຍລັດເຜັດການ

ດຣ. ເຈັຟຟຣີ ຮິນຕັນ ຜູ້ບຸກເບີກເຕັກໂນໂລຊີປັນຍາປະດິດຄົນສຳຄັນ ແລະ ໄດ້ຮັບການຍົກຍ້ອງເປັນເຈົ້າພໍ່ດ້ານເອໄອ ໄດ້ສະແດງຄວາມວິຕົກກັງວົນຢ່າງຍິ່ງຕໍ່ທິດທາງການພັດທະນາແລະການໃຊ້ງານ AI ໃນປັດຈຸບັນແລະອະນາຄົດ ຜ່ານການໃຫ້ສຳພາດກັບສຳນັກຂ່າວຊີບີເອັສ ລະບຸວ່າຄວາມໄວໃນການພັດທະນາຂອງ AI ນັ້ນເໜືອຄວາມຄາດໝາຍຂອງເຂົາຢ່າງຫຼາຍ ແລະ ເຕືອນເຖິງໄພຂົ່ມຂູ່ຮ້າຍແຮງທີ່ອາດຕາມມາ

ດຣ. ຮິນຕັນ ຊຶ່ງເປັນຜູ້ມີສ່ວນສຳຄັນໃນການວາງຮາກຖານເຕັກໂນໂລຊີໂຄງຂ່າຍປະສາດທຽມ (Neural Network) ອັນເປັນຫົວໃຈຂອງ Generative AI ທີ່ໃຊ້ກັນແຜ່ຫຼາຍ ຍອມຮັບວ່າເຂົາບໍ່ເຄີຍຄາດຄິດວ່າ AI ຈະພັດທະນາມາຮອດຈຸດນີ້ໄດ້ພາຍໃນເວລາພຽງ 40 ປີ ເຊິ່ງເປັນອັດຕາການເຕີບໂຕທີ່ອາດໄວກວ່າກົດຂອງມົວຣ໌ (Moore’s Law) ທີ່ໃຊ້ວັດຄວາມກ້າວໜ້າຂອງວົງການເຊມິຄອນດັກເຕີ້ເສຍອີກ. ກ່ອນໜ້ານີ້ເມື່ອສອງປີກ່ອນ ເຂົາກໍເຄີຍເຕືອນຜ່ານການໃຫ້ສຳພາດກັບສຳນັກຂ່າວເດິ ນິວ ຢອກ ໄທມ໌ ເຖິງຄວາມຫຍຸ້ງຍາກໃນການປ້ອງກັນບໍ່ໃຫ້ຜູ້ບໍ່ຫວັງດີນຳ AI ໄປໃຊ້ໃນທາງທີ່ຜິດ

ດຣ. ຮິນຕັນ ຊີ້ວ່າສ່ວນຕົວເຂົາແລ້ວມີຄວາມກັງວົນຕໍ່ການພັດທະນາເອໄອທີ່ອາດເກີດເປັນໄພຂົ່ມຂູ່ເຖິງ 5 ດ້ານ ໄດ້ແກ່ ເລີ່ມຈາກຄວາມສ່ຽງທີ່ AI ຈະຄວບຄຸມມະນຸດ ໂດຍດຣ.ຮິນຕັນ ປະເມີນວ່າບັນຫານີ້ອາດມີຄວາມສ່ຽງປະມານ 10-20 ເປີເຊັນ ທີ່ AI ອາດພັດທະນາຂີດຄວາມສາມາດຈົນຮອດຂັ້ນຄວບຄຸມຫຼືເຂົ້າມາມີອຳນາດເໜືອມະນຸດໄດ້

ດຣ. ຮິນຕັນ ຢໍ້າວ່າ AI ມີປະໂຫຍດມະຫາສານໃນດ້ານຕ່າງໆ ຈິງ ແຕ່ກໍມີຄວາມໜ້າກັງວົນບໍ່ໜ້ອຍເຊັ່ນກັນ ໂດຍສະເພາະເມື່ອ AI ມາຮອດຈຸດທີ່ສະຫຼາດເກີນກວ່າທີ່ມະນຸດຈະເຂົ້າໃຈ AI ອາດເລີ່ມດຳເນີນການເພື່ອເປົ້າໝາຍຂອງຕົນເອງ ຊຶ່ງສອດຄ່ອງກັບແນວຄິດເລື່ອງປັນຍາປະດິດທົ່ວໄປ ຫຼື Artificial General Intelligence (AGI) ຕໍ່ມາກໍຄື AI ອາດເປັນໄພແຝງທີ່ພາຍນອກເບິ່ງໜ້າຮັກບໍ່ໜ້າມີພິດມີໄພ ສາມາດສ້າງຄວາມເພີດເພີນແກ່ຜູ້ໃຊ້ງານໄດ້ ແຕ່ເມື່ອ AI ເຕີບໃຫຍ່ຂຶ້ນ ກໍອາດເປັນໄພຂົ່ມຂູ່ຮ້າຍແຮງ ເນື່ອງຈາກ AI ເປັນລະບົບທີ່ບໍ່ມີອາລົມ ແລະ ມຸ່ງເນັ້ນພຽງການບັນລຸຜົນລັບຕາມທີ່ຖືກໂປຣແກຣມໄວ້

ບັນຫາອີກປະການໜຶ່ງທີ່ດຣ. ຮິນຕັນສະແດງຄວາມກັງວົນກໍຄື AI ຈະກາຍເປັນເຄື່ອງມືທີ່ຊົງພະລັງຢ່າງຫຼວງຫຼາຍໃຫ້ກັບແຮັກເກີໃຊ້ໂຈມຕີລະບົບໂຄງສ້າງພື້ນຖານທີ່ສຳຄັນ ເຊັ່ນ ໂຄງສ້າງພື້ນຖານດ້ານສາທາລະນະສຸກແລະການເງິນ ເປັນຕົ້ນ

ນອກຈາກແຮັກເກີແລ້ວ ລັດຖະບານເຜັດການກໍອາດນຳ AI ໄປໃຊ້ໃນທາງທີ່ຜິດໄດ້ໂດຍງ່າຍ ເຊັ່ນ ການສອດສ່ອງຫຼືຄວບຄຸມປະຊາຊົນ ຫຼື ແມ່ນແຕ່ການສ້າງໂຄສະນາຊວນເຊື່ອທີ່ມີຄວາມສັບຊ້ອນແລະມີປະສິດທິພາບທີ່ສູງຫຼາຍໄດ້

ສຸດທ້າຍກໍຄື ບໍລິສັດຊັ້ນນຳດ້ານເຕັກໂນໂລຊີໃນເວລານີ້ຢ່າງໂອເພັນເອໄອ, ກູເກິ້ລ, ໄມໂຄຣຊອຟທ໌ ຫຼື ເມຕາ ຊຶ່ງຢູ່ລະຫວ່າງການແຂ່ງຂັນການພັດທະນາ AI ເນັ້ນໄປທີ່ການສ້າງຜົນກຳໄລໄລຍະສັ້ນແລະການສ້າງໂອກາດການເປັນຜູ້ນຳຕະຫຼາດດ້ານ AI ຫຼາຍກວ່າທີ່ຈະລົງທຶນດ້ານຄວາມປອດໄພຂອງ AI

ເຖິງຢ່າງໃດກໍຕາມ ດຣ. ຮິນຕັນ ບໍ່ໄດ້ສະເໜີທາງອອກທີ່ຈະແຈ້ງຕໍ່ບັນຫາເຫຼົ່ານີ້ ແຕ່ຍອມຮັບວ່າສະຖານະການປັດຈຸບັນເປັນເລື່ອງທີ່ໜ້າໜັກໃຈຢ່າງຍິ່ງ. ດຣ.ຮິນຕັນ ກ່າວທິ້ງທ້າຍວ່າ ມະນຸດຊາດກຳລັງຢູ່ໃນຊ່ວງຫົວລ້ຽວຫົວຕໍ່ທາງປະຫວັດສາດ ໂດຍທີ່ເຕັກໂນໂລຊີ AI ອາດນຳມາຊຶ່ງການປ່ຽນແປງຄັ້ງໃຫຍ່ຢ່າງທີ່ບໍ່ເຄີຍມີມາກ່ອນ ຊຶ່ງນັ້ນເປັນສິ່ງທີ່ທ້າທາຍຫຼາຍໆ ໃນການຮັບມືແລະການທຳຄວາມເຂົ້າໃຈຕໍ່ມິຕິໃໝ່ໆ ທາງເຕັກໂນໂລຊີທີ່ເກີດຂຶ້ນ

ຂໍ້ມູນຂ່າວ: Techradar

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ