site-cover (41)
ເຮືອທ່ອງທ່ຽວຫລົ້ມໃນຈີນ 4 ລຳຕິດຕໍ່ກັນ, ເສຍຊີວິດ 10 ຄົນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 6 May, 2025

ປັກກິ່ງ 5 ພດສະພາ – ເຮືອທ່ອງທ່ຽວຖືກກະແສລົມແຮງພັດຈົນຈົມລົງໃນແມ່ນ້ຳເຖິງ 4 ລຳຕິດຕໍ່ກັນ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 10 ຄົນ

 

 

ສຳນັກຂ່າວຊິນຫົວ ແລະ ໂທລະພາບຊີຊີທີວີ ຂອງຈີນ ລາຍງານວ່າ ໃນຊ່ວງບ່າຍຂອງວັນອາທິດທີ່ຜ່ານມາ ມີເຮືອທ່ອງທ່ຽວເຖິງ 4 ລຳຖືກກະແສລົມແຮງແບບກະທັນຫັນພັດຈົນເຮືອຫລົ້ມໃນແມ່ນ້ຳຫລິວກວງ ໃນເມືອງຊຽນຊີ ແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ມີຜູ້ສູນຫາຍອີກ 1 ຄົນ.

 

ຫລ້າສຸດໃນຊ່ວງທ່ຽງທີ່ຜ່ານມາ ເຈົ້າໜ້າທີ່ກູ້ໄພໄດ້ພົບຮ່າງຂອງຜູ້ສູນຫາຍຄົນສຸດທ້າຍແລ້ວ ແຕ່ບໍ່ພົບວ່າມີສັນຍານຊີບ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມເປັນ 10 ຄົນ.

 

ສຳນັກຂ່າວຊິນຫົວລາຍງານວ່າ ມີຜູ້ທີ່ໄດ້ຮັບການຊ່ວຍຊີວິດໄວ້ໄດ້ 74 ຄົນ, ໃນຈຳນວນນີ້ ຖືກສົ່ງຕົວໄປໂຮງໝໍ 70 ຄົນ ເພື່ອຮັກສາອາການບາດເຈັບເລັກໆນ້ອຍໆ, ໃນຂະນະທີ່ໂທລະພາບຊີຊີທີວີລາຍງານວ່າ ມີຜູ້ປະສົບເຫດຕົກລົງໄປໃນນ້ຳກວ່າ 80 ຄົນ, ແຕ່ມີບາງຄົນສາມາດລອຍນ້ຳກັບເຂົ້າຝັ່ງໄດ້ເອງ.

 

ເຮືອທີ່ປະສົບເຫດເປັນເຮືອເປົ່າ 2 ລຳ, ເຮືອແຕ່ລະລຳສາມາດຮັບຜູ້ໂດຍສານໄດ້ປະມານ 40 ຄົນ ແລະ ບໍ່ພົບວ່າມີເຮືອບັນທຸກນ້ຳໜັກເກີນ. ໃນຂະນະທີ່ເກີດເຫດມີທັງຝົນ ແລະ ໝາກເຫັບຕົກ ລວມທັງມີໝອກໜາ.

 

ອຸບັດຕິເຫດດັ່ງກ່າວເກີດຂຶ້ນໃນຊ່ວງທ້າຍຂອງເທດສະການພັກຍາວ 1 ອາທິດ ເນື່ອງໃນວັນແຮງງານ ຊຶ່ງມີຜູ້ຄົນເດີນທາງ ແລະ ທ່ອງທ່ຽວຈຳນວນຫລາຍ, ໃນຂະນະທີ່ແຂວງກຸ້ຍໂຈວກໍເຕັມໄປດ້ວຍແຫລ່ງທ່ອງທ່ຽວທາງທຳມະຊາດຈຳນວນຫລາຍ ເຮັດໃຫ້ການຈະລາຈອນຄ່ອນຂ້າງໜາແໜ້ນ.

 

ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ສັ່ງການໃຫ້ເຈົ້າໜ້າທີ່ຂອງແຂວງກຸ້ຍໂຈວດຳເນີນການທຸກຢ່າງເທົ່າທີ່ຈະເປັນໄປໄດ້ ໃນການຈັດການກັບອຸບັດຕິເຫດໃນຄັ້ງນີ້. ທ່ານສີ ຈິ້ນຜິງ  ຍັງກ່າວດ້ວຍວ່າ ເຈົ້າໜ້າທີ່ຄວນຈະເພີ່ມມາດຕະການຮັກສາຄວາມປອດໄພ ເພື່ອຮັບມືກັບຈຳນວນອຸບັດຕິເຫດທີ່ເພີ່ມສູງຂຶ້ນເລື້ອຍໆ ໃນຈຸດທີ່ເປັນສະຖານທີ່ທ່ອງທ່ຽວຕ່າງໆ ແລະ ສະຖານທີ່ສາທາລະນະທີ່ມີຄວາມສຳຄັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 25 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
632.47
642.46
european-union
EUR
23,857
24,335
china
CNY
2,871
2,928
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (49)
ຮອບຮູ້ເລື່ອງ "ມັດຊະ" ດື່ມແນວໃດດີຕໍ່ສຸຂະພາບຫຼາຍທີ່ສຸດ?
site-cover (48)
ເຕືອນຢ່າຟ້າວໂອນ (ເງິນ) ຖ້າຍັງບໍ່ກວດສອບໃຫ້ຊັດເຈນ ອາດຕົກເປັນເຫຍື່ອມິຈຊາຊີບ
site-cover (47)
8 ກຸ່ມຄົນ "ຢ່າດື່ມກາເຟ" ຢຸດຊວນໄພພິບັດເຂົ້າສູ່ຮ່າງກາຍ ພວກເຮົາຮູ້ຕົວຫຼືຍັງ?!
site-cover (46)
ຣັດເຊຍສັ່ງປິດ 4 ສະໜາມບິນມົດສະໂກ ຖືກຢູເຄຣນໂຈມຕີດ້ວຍໂດຣນ
site-cover (45)
Skype ປິດໃຫ້ບໍລິການແລ້ວ ສາມາດຍ້າຍໄປໃຊ້ Microsoft Teams ແທນໄດ້
site-cover (44)
"ປະເທດລາວ" ເລັ່ງຊອກຫາແນວທາງລອດຈາກ 'ພາສີທຣຳ'
site-cover (43)
ເອັກເຜີງ ຍອດຂາຍເພີ່ມຂຶ້ນ 313% ພັດທະນາ AI ໂຕໃໝ່ ຮອງຮັບຍານພາຫະນະໄຟຟ້າ ໂດຣນ ຫຸ່ນຍົນມະນຸດ
site-cover (42)
ພາມາຮູ້ຈັກ Qwen3 AIນ້ອງໃໝ່ ທີ່ Alibaba ສົ່ງມາແຂ່ງກັບ ChatGPT ແລະ Google Gemini
site-cover (41)
ເຮືອທ່ອງທ່ຽວຫລົ້ມໃນຈີນ 4 ລຳຕິດຕໍ່ກັນ, ເສຍຊີວິດ 10 ຄົນ
VP LANDSCAPE COVER (96)
"ເດັກ EQ ຕ່ຳ" ມັກມີ 3 ພຶດຕິກຳນີ້ເທິງໂຕະອາຫານ, ພໍ່ແມ່ຕ້ອງຮີບແກ້ໄຂດ່ວນ!
ຢ່າລື່ມກົດຕິດຕາມ