
ປັກກິ່ງ 7 ພຶດສະພາ (ຊິນຫົວ) — ສະຖາບັນລະບົບອັດຕະໂນມັດ ສັງກັດສະຖາບັນບັນດິດວິທະຍາສາດແຫ່ງຊາດຈີນ ໄດ້ເປີດຕົວ “ໄຊແອນຊວັນ” (ScienceOne) ແພລັດຟອມການວິໄຈພະລັງປັນຍາປະດິດ ຫຼື ເອໄອ (AI) ເຊິ່ງບູລະນາການຄວາມສາມາດຂັ້ນສູງໃນການເຂົ້າໃຈຂໍ້ມູນ, ການປັບຄ່າປະມວນຜົນ, ແລະ ການປະເມີນດ້ວຍເຫດຜົນ ເພື່ອກ້າວຂ້າມຂໍ້ຈຳກັດດ້ານການວິໄຈທາງວິທະຍາສາດຂອງໂມເດລປັນຍາປະດິດທົ່ວໄປ
ສຳນັກຂ່າວຊິນຫົວ ລາຍງານມື້ວານນີ້ວ່າ ໄຊແອນຊວັນມີເຄື່ອງມືຫຼັກ 2 ລາຍການ ໄດ້ແກ່ 1) “ເອັສ1-ລິດເທີເລເຊີ” (S1-Literature) ຜູ້ຊ່ວຍດ້ານງານຂຽນປັນຍາປະດິດທີ່ສາມາດສັງເຄາະງານຂຽນຫຼາຍພັນສະບັບເປັນບົດທົບທວນທີ່ມີໂຄງສ້າງ ແລະ ມອບການວິເຄາະເຊິງເລິກຢ່າງການເຮັດແຜນຜັງແນວຄິດ ແລະ ການແກະຮອຍແຫຼ່ງອ້າງອີງ 2) “ເອັສ1 ທູລເຊນ” (S1-ToolChain) ຜູ້ຄວບຄຸມຂັ້ນຕອນການເຮັດວຽກທີ່ປະສານເຄື່ອງມືສະເພາະທາງໂດຍອັດຕະໂນມັດກວ່າ 300 ລາຍການ
(ພາບຊິນຫົວ: ເດັກຍິງສຳຜັດຫຸ່ນຍົນປັນຍາປະດິດທີ່ງານມະຫະກຳສິນຄ້າອຸປະໂພກບໍລິໂພກນານາຊາດຈີນ ຄັ້ງທີ 4 ໃນເມືອງໄຫ່ໂຂ່ວ ແຂວງໄຫ່ຫນານທາງຕອນໃຕ້ຂອງຈີນ ວັນທີ 15 ເມສາ 2024)
“ໄຊແອນຊວັນ” ພັດທະນາໂດຍສະຖາບັນຕ່າງໆ ໃນສັງກັດສະຖາບັນບັນດິດວິທະຍາສາດແຫ່ງຊາດຈີນ ເຊັ່ນ ສູນຂໍ້ມູນເຄືອຂ່າຍຄອມພິວເຕີ ແລະ ຫໍສະໝຸດວິທະຍາສາດແຫ່ງຊາດ ເຊິ່ງໃຊ້ປະໂຫຍດຈາກຖານຂໍ້ມູນສິ່ງຕີພິມທາງວິທະຍາສາດ ແລະ ຄວາມຊ່ຽວຊານແບບສະຫວິທະຍາການມາສະໜັບສະໜູນການວິໄຈດ້ານຕ່າງໆ ເຊັ່ນ: ຄະນິດສາດ, ຟິສິກ, ແລະ ວິທະຍາສາດວັດສະດຸ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 656.97 | 668.14 |
EUR | 24,150 | 24,634 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 45,730,000 | 46,260,000 |
![]() | 45,163,000 | 46,369,000 |














