
ແມນຢູ VS ແອທ.ບິນເບົາ: ຜົນບານ 4-1 (ຄະແນນລວມ ແມນຢູ ຊະນະ 7-1) | ແມນຊີສເຕີຢູໄນເຕັດ ເປີດເຮືອນຖະຫລົ່ມ ແອທ.ບິນເບົາ ໃນສຶກຢູໂຣປ້າ ລີກ ຮອບຮອງຊະນະເລີດ ນັດທີສອງ ໂດຍເກມນີ້ ບິນເບົາ ນຳກ່ອນໃນເຄິ່ງແລກຈາກ ມິເກນ ເຆົາເຣກິຊາ ຈາກນັ້ນທີມຜີແດງຍິງ 4 ປະຕູລວດໃນເຄິ່ງຫຼັງຈາກ ເມສັນ ເມົາທ໌ ເໝົາສອງປະຕູ ບວກກັບ ຄາເຊມິໂຣ ແລະ ຣາສມຸສ ຮອຍລຸນດ໌ ຄົນລະປະຕູ ຊ່ວຍໃຫ້ ແມນຢູ ຖະຫລົ່ມ 4-1 ຄະແນນລວມຊະນະຂາດລອຍ 7-1 ໄດ້ຜ່ານເຂົ້າໄປຊິງຊະນະເລີດພົບກັບ “ໄກ່ເດືອຍຄຳ” ສະເປີສ ຊຶ່ງຕ້ອນຊະນະ ໂບໂດ ກຼິມທ໌ ຄະແນນລວມ 5-1
ຟຸດບອນຢູຟ່າ ຢູໂຣປ້າ ລີກ 2024/25
ແມນຢູ 4-1 ແອທ.ບິນເບົາ
ສຶກຟຸດບອນຢູຟ່າ ຢູໂຣປ້າ ລີກ 2024/25 ຮອບຮອງຊະນະເລີດ ນັດທີ 2 ເມື່ອຄືນວັນພະຫັດທີ 8 ພຶດສະພາ 2568 “ປີສາດແດງ” ແມນເຊສເຕີ ຢູໄນເຕັດ ເປີດສະໜາມໂອລດ໌ ແທຣຟຟອດ ຮັບການມາຢ້ຽມຢາມຂອງ ແອທເລຕິກ ບິນເບົາ ໂດຍຜົນນັດແລກ ແມນຢູ ບຸກໄປຖະຫລົ່ມ ບິນເບົາ 3-0 ເຖິງຖິ່ນຊານ ມາເມສ ເມື່ອອາທິດທີ່ແລ້ວ.
ນາທີທີ 8 ບິນເບົາໄດ້ລຸ້ນກ່ອນ ອູໄນ ໂກເມຊ ຈ່າຍບານຈາກຊ້າຍຍ້ອນເຂົ້າກາງໃຫ້ ອະເລັກ ເບເຣນເກ ຊັດເນັ້ນໆ ດ້ວຍຂວາໃນເຂດໂທດ ແຕ່ບານຫລຸດກອບອອກຫລັງໄປ.
ນາທີ 21 ທີມເຍືອນໄດ້ລຸ້ນອີກຄັ້ງຈາກ ອະເລັກ ເບເຣນເກ ຄົນເດີມ ຄາວນີ້ໄດ້ປັ່ນດ້ວຍຊ້າຍຈາກນອກກອບເຂດໂທດ ແຕ່ບານກໍ່ຍັງບໍ່ຕົງກອບອີກ.
GOAL!! ນາທີ 31 ບິນເບົາໄດ້ປະຕູຂຶ້ນນຳຈາກຝີຕີນຂອງ ມິເກນ ເຆົາເຣກິຊາ ໄດ້ສັບໄກຈາກນອກກອບ ບານພຸ່ງເສຍບມຸມເຂົ້າໄປຢ່າງສຸດສວຍເປັນຄະແນນນຳ 1-0 ຂອງອາຄັນຕຸກະຈາກສະເປນ.
ນາທີ 43 ແມນຢູໄດ້ໂອກາດຄຳເມື່ອ ແພທຣິກ ຕອກູ ໄຫລບານທະລຸຊ່ອງໃຫ້ ອະເລຮານໂດ ກາຣ໌ນາໂຊ່ ຫລຸດດ່ຽວ ແຕ່ຈັງຫວະສຸດທ້າຍຊິບບານຫລຸດກອບອອກໄປຢ່າງໜ້າຜິດຫວັງ ຊະນິດທີ່ແຟນຜີແດງພ້ອມໃຈກັນສະບົດອອກມາໂດຍມິໄດ້ນັດໝາຍ ກ່ອນຈະຈົບເຄິ່ງແລກ ແມນຢູ ຕາມຫລັງ ແອທ.ບິນເບົາ 0-1 ແຕ່ຄະແນນລວມ ທີມຜີແດງຍັງນຳຢູ່ 3-1.
GOAL!! ເຄິ່ງຫລັງ ຮູບເກມຄ່ອນຂ້າງສູສີ ຈົນມາເຖິງນາທີ 72 ແມນຢູໄດ້ປະຕູຕີເສມົ 1-1 ຈາກຈັງຫວະທີ່ ເລນີ່ ໂຢໂຣ່ ລາກບານເຂົ້າເຂດໂທດແລ້ວຈ່າຍຕໍ່ໃຫ້ ເມສັນ ເມົາທ໌ ກ່ອນທີ່ ເມົາທ໌ ຈະພຶກເຂົ້າຂວາ ແລ້ວປັ່ນບານເຂົ້າປະຕູໄປຢ່າງເໜືອຊັ້ນ.
GOAL!! ນາທີ 80 ແຟນຜີແດງໄດ້ເຮສະນັ່ນ ບຣູໂນ່ ແຟຣ໌ນັນດ໌ສ ເປີດຟຣີຄິກຈາກຝັ່ງຂວາໄປໃຫ້ ຄາເຊມິໂຣ ໂຫມ່ງທີ່ເສົາແລກເຂົ້າໄປ ແມນຢູ ແຊງນຳ 2-1.
GOAL!! ນາທີ 85 ແມນຢູໄດ້ປະຕູທີ 3 ຈາກຈັງຫວະທີ່ ອາມັດ ດິຢັລໂລ່ ທະລຸຂຶ້ນໄປເຖິງສຸດເສັ້ນຫລັງຝັ່ງຂວາ ກ່ອນຈະຈ່າຍບານຍ້ອນມາໃຫ້ ຣາສມຸສ ຮອຍລຸນດ໌ ຍິງຈໍ້ໆ ເຂົ້າໄປເປັນຄະແນນ 3-1.
GOAL!! ຊ່ວງທົດເວລານາທີ 90+1 ແມນຢູໄດ້ປະຕູປິດກ່ອງເມື່ອ ຆູເລນ ອະກີເຣຊາບາລາ ນາຍທະວານຂອງບິນເບົາ ອອກມາເຄລຍບານນອກເຂດໂທດ ແຕ່ເຕະບໍ່ດີ ບານໄປເຂົ້າຕີນ ເມສັນ ເມົາທ໌ ຍິງໄກສວນເຂົ້າໄປທັນທີ ຈົບເກມ ແມນຢູໄນເຕັດ ຖະຫລົ່ມ ແອທ.ບິນເບົາ 4-1 ຄະແນນລວມຊະນະຂາດລອຍ 7-1 ໄດ້ຜ່ານເຂົ້າສູ່ຮອບຊິງຊະນະເລີດໄປພົບກັບສະໂມສອນຮ່ວມພຣີເມຍລີກຢ່າງ ທອດເທນແຮມ ຮອດສະເປີສ ໂດຍທີມ “ໄກ່ເດືອຍຄຳ” ລົງເຕະຮອບຕັດເຊືອກ ນັດສອງ ບຸກໄປຊະນະ ໂບໂດ ກຼິມທ໌ ຂອງນອເວ 2-0 ຄະແນນລວມຊະນະ 5-1.
ສຳລັບເກມຮອບຊິງຊະນະເລີດ ລະຫວ່າງ ແມນຢູໄນເຕັດ ກັບ ສະເປີສ ຈະມີຂຶ້ນໃນຄ່ຳວັນພຸດທີ 21 ພຶດສະພາ 2568 ທີ່ສະໜາມຊານ ມາເມສ ຮັງເຫຍ້າຂອງແອທເລຕິກ ບິນເບົາ ນັ່ນເອງ.
ລາຍຊື່ຜູ້ຫລິ້ນຕົວຈິງທີ່ລົງສະໜາມ
ແມນຢູໄນເຕັດ: ອັງເດຣ ໂອນານ່າ (GK), ເລນີ່ ໂຢໂຣ່, ແຮຣີ່ ແມັກໄກວ, ວິກຕໍ ລິນເດີເລິຟ, ນູສແຊ ມາຊຣາວີ, ແພທຣິກ ດອກູ, ຄາເຊມິໂຣ, ມານູເອນ ອູກາເຕ້, ອະເລຮານໂດ ກາຣ໌ນາໂຊ, ບຣູໂນ່ ແຟຣ໌ນັນດ໌ສ, ຣາສມຸສ ຮອຍລຸນດ໌
ແອທເລຕິກ ບິນເບົາ: ຆູເລນ ອະກີເຣຊາບາລາ (GK), ອັນໂດນີ່ ໂກໂຣຊາເບນ, ເຢຣາຍ ອັນບາເຣຊ, ອູໄນ ນູນເຍຊ, ຢູຣິ ເບຊິເຊ, ອິນຍິໂກ ຣຸຍຊ໌ ເດີ ກາລາເຣຕ້າ, ມິເກນ ເຆົາເຣກິຊາ, ອະເລັກ ເບເຣນເກ, ອູໄນ ໂກເມຊ, ອັນບາໂຣ ຍາໂລ, ມາໂຣນ ຊານນາດີ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














