Tou-Vientianepost
ຊົມເຊີຍ ລົດແກ້ວ ກວາດໄດ້ 3 ຫຼຽນຄຳ ແລ່ນສິງກະໂປ ໂອເພັນ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 April, 2023
ໝວດ: ກິລາ

“ລົດແກ້ວ” ກວາດ 3 ຫຼຽນຄຳ ແລ່ນສິງກະໂປ ໂອເພັນ 2023 ສ້າງຄວາມໝັ້ນໃຈກ່ອນລຸຍ ຊີເກມ ຄັ້ງທີ 32ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໃຫ້ແກ່ປະເທດຊາດໄດ້ຢ່າງໜ້າປະທັບໃຈ ດ້ວຍການກວາດ 3 ຫຼຽນຄຳ ລາຍການແລ່ນທົນ 5.000 ແມັດຍິງ, 10.000 ແມັດຍິງ, 4×100 ປະສົມຊາຍ-

ຍິງ ແລະ 1 ຫຼຽນທອງ 1.500 ແມັດ ໃນການແຂ່ງຂັນກິລາແລ່ນ-ລານ ລາຍການ Singapore Open Track & Field Championships 2023 ຊຶ່ງເປັນລາຍການອຸ່ນເຄື່ອງກ່ອນຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພານີ້.

ຜົນງານຂອງທັບນັກກິລາແລ່ນ-ລານ ທີມຊາດລາວ ສົ່ງເຂົ້າຮ່ວມແຂ່ງຂັນ ລາຍການ Singapore Open Track & Field Championships 2023 ຈັດຂຶ້ນ ທີ່ປະເທດສິງກະໂປ ລະຫວ່າງວັນທີ 26-28 ເມສາ 2023 ຈຳນວນ 6 ຄົນ, ຍິງ 3 ຄົນ ແລະ ຊາຍ 3 ຄົນ ລົງແຂ່ງຂັນ 12 ລາຍການ ຊຶ່ງງານດັ່ງກ່າວ ມີນັກກິລາແລ່ນ-

ລານຕົວເຕັງຫຼຽນຄຳ “ພະນົມເປັນ ເກມ” ໃນຂົງເຂດອາຊຽນ ແລະ ນັກກິລາ ຈາກສ.ເກົາຫຼີ ເຂົ້າຮ່ວມແຂ່ງຂັນ ໂດຍຜົນງານທັບນັກກິລາແລ່ນ-ລານທີມຊາດລາວ ສາມາດຍາດໄດ້ 3 ຫຼຽນຄຳ ຈາກລາຍການແລ່ນທົນ 5.000 ແມັດຍິງ, ລາຍການແລ່ນທົນ 10.000 ແມັດຍິງ, 4×100 ປະສົມຊາຍ-ຍິງ, 1 ຫຼຽນເງິນ ຮຸ່ນອາວຸໂສ 40 ປີຂຶ້ນ

ໄປ ແລະ 2 ຫຼຽນທອງ ລາຍການ ແລ່ນ 1.500 ແມັດຍິງ ແລະ ເຕັ້ນຍາວຊາຍ ສະເພາະລາຍການທີ່ ລົດແກ້ວ ອິນທະກຸມມານ ລົງແຂ່ງຂັນ ປະເພດ 5.000 ແມັດຍິງ, ລາຍການແລ່ນທົນ 10.000 ແມັດຍິງ ມີນັກກິລາລົງແຂ່ງຂັນປະເພດລະ 4 ຊາດ ສ່ວນລາຍການແລ່ນ 1.500 ແມັດຍິງ ມີນັກກິລາເຂົ້າຮ່ວມແຂ່ງຂັນ 12 ຄົນ.

ຈາກຜົນງານດັ່ງກ່າວ, ນາງ ລົດແກ້ວ ອິນທະກຸມມານ ໜຶ່ງຄວາມຫວັງຕົວເຕັງຫຼຽນຄຳປະຫວັດສາດຂອງທັບນັກກິລາລາວ “ພະນົມເປັນ ເກມ” ໃນປະເພດກິລາແລ່ນ-ລານ ໃຫ້ຮູ້ວ່າ: ສຳລັບຜົນງານທີ່ນ້ອງຍາດມາໄດ້ໃນຄັ້ງນີ້ ຄືໜຶ່ງຄວາມຕັ້ງໃຈ ແລະ ໜຶ່ງຄວາມພາກພູມໃຈທີ່ຕົນເອງມຸ້ງໝັ້ນຕັ້ງໜ້າເອົາໃຈໃສ່ຝຶກຊ້ອມຢ່າງຕໍ່ເນື່ອງ ແລະ ກໍເຮັດໄດ້

ເຮັດໃຫ້ພໍ່ແມ່ປະຊາຊົນຊາວລາວບໍ່ຜິດຫວັງ ຊຶ່ງຈະສາມາດຕໍ່ຍອດຄວາມໝັ້ນໃຈ-ກຳລັງໃຈ ໃນການເຂົ້າຮ່ວມແຂ່ງຂັນຊີເກມ ທີ່ຣາຊະອານາຈັກກຳປູເຈຍ ຈະເປັນເຈົ້າພາບ ໃນລະຫວ່າງວັນທີ 5-17 ພຶດສະພານີ້. ຊີເກມ ຄັ້ງທີ 32 ປີນີ້ ນ້ອງໄດ້ລົງແຂ່ງຂັນ 3 ລາຍການ ຈາກປະເພດແລ່ນ 5.000 ແມັດຍິງ, ແລ່ນ 10.000 ແມັດຍິງ ແລະ

ແລ່ນ 1.500 ແມັດ ໂດຍເປົ້າໝາຍກໍມີຄວາມຫວັງເລິກໆ ແຕ່ຈະພະຍາຍາມສູ້ຊົນເຮັດໃຫ້ສຸດຄວາມສາມາດ ເພື່ອສ້າງຜົນງານເປັນກຽດສັກສີ ແລະ ຊື່ສຽງສູ່ປະເທດຊາດ.
ສຳລັບການເຄື່ອນໄຫວຂອງທັບນັກກິລາແລ່ນ-ລານທີມຊາດລາວ ແມ່ນຈະເດີນທາງອອກຈາກປະເທດສິງກະໂປ ແລະ ມາເຖິງບ້ານເກີດ ສປປ ລາວ ໃນວັນທີ 29 ເມສານີ້

ຈາກນັ້ນ ກໍຈະກຽມຄວາມພ້ອມອອກເດີນທາງເຂົ້າຮ່ວມແຂ່ງຂັນແລ່ນ-ລານ ໄລ່ລ່າຫຼຽນຄຳ “ພະນົມເປັນ ເກມ” ໃນວັນທີ 6 ພຶດສະພາ 2023 ຊຶ່ງມີນັກກິລາທັງໝົດ 7 ຄົນ, ຍິງ 3 ຄົນ.

ພາບ-ຂ່າວ:ໜັງສືພິມສຶກສາ-ກິລາລາຍວັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ