Copy of site cover (19)
ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 May, 2025
ໝວດ: ກິລາ

ແມນຢູ ພ່າຍ ເວສຕ໌ແຮມ: ຜົນບານ 0-2 | ເຖິງຈະສະແດງຟອມດີໃນການຜ່ານເຂົ້າຮອບຊິງຢູໂຣປາລີກເມື່ອບໍ່ດົນມານີ້, ແຕ່ແມນເຊສເຕີຢູໄນເຕັດກັບມາສະແດງຮູບເກມທີ່ແຍ່ໃນລີກອີກຄັ້ງ ຫຼັງຈາກພ່າຍເວສຕ໌ແຮມ 0-2 ຄາບ້ານ. ທີມຂຸນຄ້ອນໄດ້ປະຕູຈາກ ໂທມັສ ຊູເຊັກ ແລະ ຈາຣ໌ຣອດ ໂບເວ່ນ ໃນນາທີທີ 26 ແລະ 57 ຕາມລຳດັບ, ສົ່ງຜົນໃຫ້ທີມປີສາດແດງຕົກມາຢູ່ອັນດັບ 16 ໃນຕາຕະລາງແລ້ວ.

ຟຸດບອນພຣີເມຍລີກ 2024/25
ແມນຢູ 0-2 ເວສຕ໌ແຮມ

ການແຂ່ງຂັນຟຸດບອນພຣີເມຍລີກ 2024/25 ວັນອາທິດທີ 11 ພຶດສະພາ 2025 “ປີສາດແດງ” ແມນເຊສເຕີຢູໄນເຕັດ ເປີດສະໜາມໂອລ໌ດ ທຣາຟອດ ຮັບການມາຢ້ຽມຢາມຂອງ “ຂຸນຄ້ອນ” ເວສຕ໌ແຮມ.

ເກມນີ້ ແມນຢູ ໂຣເຕຊັນຜູ້ຫຼິ້ນຫຼາຍຕຳແໜ່ງຈາກເກມທີ່ຖະຫຼົ່ມ ແອດ.ບິນເບົາ ຜ່ານເຂົ້າຮອບຊິງຢູໂຣປ້າລີກເມື່ອຄືນວັນພະຫັດທີ່ຜ່ານມາ ແລະ ເລີ່ມເກມໄດ້ຄຶກຄື້ນ. ນາທີທີ 4, ອາຫມັດ ດິຢາລໂລ ສົ່ງບານໃຫ້ ບຣູໂນ ແຟຣ໌ນັນດ໌ ປັ່ນແຮງດ້ວຍຂວາຈາກນອກເຂດໂທດ, ບານຂ້າມຄານອອກໄປນິດດຽວ.

ນາທີທີ 7 ເວສຕ໌ແຮມມີໂອກາດລຸ້ນບ້າງ, ເຈມສ໌ ວອດ ເພຣົສ ເປີດຟຣີຄິກຈາກຝັ່ງຊ້າຍເຂົ້າເຂດໂທດ, ແມັກຊ໌ ຄິລແມນ ໂຕນຂຶ້ນໂຫມ່ງ ບານຂ້າມຄານອອກໄປ.

ນາທີທີ 9 ອາຫມັດ ດິຢາລໂລ ລາກບານເຂົ້າເຂດໂທດດ້ານຂວາ, ກ່ອນຈະລໍ້ເຂົ້າໃນແລ້ວຊັດດ້ວຍຊ້າຍ, ຕິດເຊັບ ອັລຟົງສ໌ ອາເຣໂອລາ ຜູ້ຮັກສາປະຕູເວສຕ໌ແຮມ.

ປະຕູ!! ນາທີ 26 ເວສຕ໌ແຮມໄດ້ປະຕູຂຶ້ນນຳ ເມື່ອ ໂມຮັມເຫມັດ ຄູດຸສ ຫຼຸດເຂົ້າເຂດໂທດດ້ານຊ້າຍ, ກ່ອນຈະປາດຮຽດເຂົ້າກາງໃຫ້ ໂທມັສ ຊູເຊັກ ເຂົ້າຊາຈຈໍ້ໆ ບໍ່ເຫຼືອ ເປັນສະກໍ 1-0 ຂອງທີມຂຸນຄ້ອນ.

ນາທີ 35 ເມສັນ ເມົາທ໌ ປ່ອຍບານຂ້າມແນວຮັບເວສຕ໌ແຮມໃຫ້ ຣາສມຸສ ຮອຍລຸນດ໌ ຈິ້ມບານແບບບໍ່ຈັບ, ແຕ່ບານກໍຍັງບໍ່ຕົງກອບອີກ, ກ່ອນຈະຈົບເຄິ່ງແລກດ້ວຍສະກໍ ແມນຢູ ຕາມຫຼັງ ເວສຕ໌ແຮມ 0-1.

ກັບມາລົງສະໜາມເຄິ່ງຫຼັງ, ເວສຕ໌ແຮມໄດ້ລຸ້ນທັນທີໃນນາທີ 45, ຄູດຸສ ກຣະຊາກບານຂຶ້ນໄປທາງຊ້າຍ, ກ່ອນຈ່າຍຍ້ອນມາໃຫ້ ເຈມສ໌ ວອດ ເພຣົສ ຊັດຮຽດດ້ວຍຊ້າຍກາງເຂດໂທດ, ແຕ່ບໍ່ຜ່ານ ອັລຕາຍ ບາຢິນດີຣ໌ ຜູ້ຮັກສາປະຕູຜີແດງ ຮັບເອົາໄວ້ໄດ້.

ປະຕູ!! ນາທີ 57 ເວສຕ໌ແຮມໄດ້ປະຕູທີ 2 ຈາກຈັງຫວະຕັດບານໄດ້ໃນແດນຂອງແມນຢູ, ໂມຮາເຫມັດ ຄູດຸສ ລາກບານຂຶ້ນມາຊັດໃນເຂດໂທດຕິດແນວຮັບຜີແດງ, ແຕ່ບານຍັງເດັ້ງໄປເຂົ້າທາງ ອາຣອນ ວານ ບິສຊາກ້າ ຜ່ານຮຽດຈາກຊ້າຍເຂົ້າມາໃຫ້ ຈາຣ໌ຣອດ ໂບເວ່ນ ຕວັດຍິງທີ່ເສົາສອງຕຸງຕາຂ່າຍ, ທີມຂຸນຄ້ອນໜີໄປເປັນ 2-0.

ນາທີ 74 ແມນຢູໄດ້ໂອກາດທອງຈາກຈັງຫວະສວນກັບ, ອາຫມັດ ດິຢາລໂລ ພາບານຂຶ້ນມາກ່ອນຈະໄຫຼເຂົ້າເຂດໂທດໃຫ້ ຣາສມຸສ ຮອຍລຸນດ໌ ຊັດໂລ່ງໆ, ແຕ່ຍິງໄປຕິດເຊັບ ອາເຣໂອລາ ຢ່າງໜ້າເສຍດາຍ.

ນາທີ 79 ບຣູໂນ ແຟຣ໌ນັນດ໌ ເປີດຟຣີຄິກຈາກຊ້າຍເຂົ້າເຂດໂທດ, ແຮຣ໌ຣີ່ ແມັກໄກວຣ໌ ຂຶ້ນໂຫມ່ງບານມາເຂົ້າທາງ ຣາສມຸສ ຮອຍລຸນດ໌ ຍິງຈໍ້ໆ ໜ້າປະຕູ, ແຕ່ບໍ່ຜ່ານມື ອາເຣໂອລາ ທີ່ໂຊວ໌ຊູເປີເຊັບ ພຸ່ງມາປັດບານໄດ້ຢ່າງເຫຼືອເຊື່ອ.

ຫຼັງຈາກນັ້ນ, ແມນຢູ ຍັງພະຍາຍາມເຮັດເກມບຸກຫວັງທວງປະຕູຄືນ, ແຕ່ກໍເຮັດບໍ່ສຳເລັດ, ຈົນຄົບ 90 ນາທີຈົບເກມ, ແມນຢູ ແພ້ຄາບ້ານຕໍ່ ເວສຕ໌ແຮມ 0-2. ຜົນໃຫ້ທີມຜີແດງຕົກມາຮັ້ງອັນດັບ 16 ມີຢູ່ 39 ຄະແນນຈາກ 36 ນັດ, ສ່ວນ ເວສຕ໌ແຮມ ເກັບເພີ່ມເປັນ 40 ຄະແນນ ຂະຍັບຂຶ້ນໄປຮັ້ງທີ 15 ຂອງຕາຕະລາງ.

ລາຍຊື່ຜູ້ຫຼິ້ນຕົວຈິງທີ່ລົງສະໜາມ:

ແມນຢູໄນເຕັດ: ອັລຕາຍ ບາຢິນດີຣ໌ (GK), ນູສແຊຣ໌ ມາຊຣາວີ, ເລນີ່ ໂຢໂຣ່, ລຸກ ຊອວ໌, ແຮຣ໌ຣີ່ ອາມາສສ໌, ອາຫມັດ ດິຢາລໂລ, ຄັອບບີ້ ເມນູ, ມານູເອນ ອູກາຣ໌ເຕ້, ບຣູໂນ ແຟຣ໌ນັນດ໌, ເມສັນ ເມົາທ໌, ຣາສມຸສ ຮອຍລຸນດ໌

ເວສຕ໌ແຮມ: ອັລຟົງສ໌ ອາເຣໂອລາ (GK), ວລາດິເມຍ ຊູຟານ, ອາຣອນ ວານ ບິສຊາກ້າ, ຊອງ ແຄລຣ໌ ໂຕດິໂບ, ແມັກຊ໌ ຄິລແມນ, ອາຣອນ ເຄຣສສ໌ເວລລ໌, ກີໂດ ໂຣດຣິເກສ, ເຈມສ໌ ວອດ ພຣາວສ໌, ໂທມັສ ຊູເຊັກ, ໂມຮັມເຫມັດ ຄູດຸສ, ຈາຣ໌ຣອດ ໂບເວ່ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ