Tou-Vientianepost (4)
ເລີ່ມແລ້ວ ທົດລອງປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ຢູ່ 2 ເມືອງ ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 April, 2023
ໝວດ: ຂ່າວ

ພິທີເປີດນຳໃຊ້ເຊື້ອຈຸລິນຊີ ໂວບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ ເມືອງ ຈັນທະບູລີ ແລະ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຖືກຈັດຂຶ້ນໃນວັນທີ 29 ເມສາ 2023 ເວລາ 7:00 ໂມງເຊົ້າ ທີ່ ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ພະນະທ່ານ ດຣ. ໄພວັນ ແກ້ວ

ປະເສີດ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ພູຂົງ ບັນນາວົງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ລຸກ ເອັຟສ ຫົວໜ້າອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສ ປປ ລາວ, ທ່ານ ດຣ ບຣີອານາ ແມັກລີນ ຕາງໜ້າໜ້າໂຄງການຄວບຄຸມປະຊາກອນຍຸງໂລກ (WMP) ແລະ ພະນະທ່ານ ແດນ ເຮວດອນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ.

ຈຸດປະສົງຂອງພິທີໃນມື້ນີ້ ເພື່ອເປັນການສະເຫຼີມສະຫຼອງບາດກ້າວສຳຄັນທຳອິດ ກໍຄືການປ່ອຍຍຸງດີໂວບັກເຄຍຢ່າງເປັນທາງການ ໂດຍພິທີດັ່ງກ່າວ ຈະສາມາດເພີ່ມຄວາມເຊື່ອໝັ້ນ ແລະ ຂະຫຍາຍຄວາມຮັບຮູ້ຂອງປະຊາຊົນກ່ຽວກັບວິທີການໂວບັກເຄຍໃຫ້ເປັນວົງກວ້າງ ບໍ່ຈຳກັດພຽງແຕ່ປະຊາຊົນໃນຂອບເຂດ 32 ບ້ານເປົ້າໝາຍຂອງໂຄງການ

ກໍຄື ໃນເມືອງຈັນທະບູລີ ແລະ ເມືອງໄຊເສດຖາເທົ່ານັ້ນ ໂດຍກິດຈະກຳຫຼັກພາຍໃນງານ ລວມມີການຢາຍຈອກປ່ອຍຍຸງໃຫ້ແກ່ຄະນະການນຳທີ່ໄດ້ເຂົ້າຮ່ວມ ເພື່ອກຽມເອົາໄປວາງ/ຫ້ອຍ ຕາມຈຸດທີ່ທີມງານໂຄງການໄດ້ກຳນົດໄວ້ ເຊັ່ນຢູ່ບໍລິເວນວັດທາດຝຸ່ນ ເຊິ່ງເປັນໜຶ່ງໃນຈຸດປ່ອຍຍຸງຕົວຈິງຂອງໂຄງການ ສ່ວນກິດຈະກຳການປ່ອຍຍຸງຕົວຈິງນັ້ນ

ແມ່ນຈະໃຊ້ເວລາທັງໝົດ 20 ອາທິດ ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນ ສິງຫາ 2023 ໂດຍຈະກວມເອົາເນື້ອທີ່ທັງໝົດປະມານ 11 ຕາຕະລາງກິໂລແມັດເຊິ່ງວ່າຈະສາມາດຊ່ວຍປ້ອງກັນປະຊາກອນຈຳນວນຫຼາຍກ່ວາ 60,000 ຄົນຈາກການຕິດເຊື້ອໄຂ້ຍຸງລາຍຢູ່ໃນ 02 ເມືອງເປົ້າໝາຍ.

ທ່ານ ລຸກ ເອັຟສ, ຫົວໜ້າ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໃຫ້ຮູ້ວ່າ: “ອົງການຊ່ວຍເຫຼືອເດັກສາກົນ ຮູ້ສຶກພາກພູມໃຈ ທີ່ໄດ້ເຮັດວຽກຮ່ວມກັບໂຄງການຄວບຄຸມປະຊາກອນຍຸງໂລກ, ລັດຖະບານລາວ ແລະ ຊຸມຊົນທ້ອງຖີ່ນ ໄດ້ແນະນຳໂຄງການຊ່ວຍຊີວິດແບບນີ້ຢູ່ລາວ. ການນຳໃຊ້ເຊື້ອຈຸລິນຊີໂວບັກເຄຍນີ້ ໄດ້ຖືກພິສູດແລ້ວວ່າ

ມີຄວາມປອດໄພ ແລະ ມີປະສິດທິພາບຢູ່ໃນປະເທດອື່ນໆໃນພາກພື້ນ. ອີງຕາມຜົນການທົດລອງ ແລະ ການທົດສອບຕົວຈິງ ແມ່ນຊ່ວຍຫຼຸດຜ່ອນອັດຕາການເສຍຊີວິດ ແລະ ອັດຕາການເຈັບປ່ວຍຍ້ອນພະຍາດໄຂ້ຍຸງລາຍໄດ້.”

ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ໄດ້ຮັບການສະໜັບສະໜູນທຶນຈາກ ໂຄງການຄວບຄຸມປະຊາກອນຍຸງໂລກ World Mosquito Program ປະເທດອົດສະຕຣາລີ, ໂດຍແມ່ນກະຊວງສາທາລະນະສຸກ ເປັນຜູ້ຊີ້ນໍາລວມ, ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ເປັນຜູ້ຈັດຕັ້ງປະຕິບັດ.

ພວກເຮົາຂໍຂອບໃຈທຸກໆທ່ານທີ່ໄດ້ໃຫ້ການຕ້ອນຮັບ ແລະ ຮ່ວມມືກັນໃນການຈັດຕັ້ງປະຕິບັດການນຳໃຊ້ວິທີການໂວບັກເຄຍ ຂໍຂອບໃຈທີ່ເຮັດໃຫ້ງານດັ່ງກ່າວນີ້ໄດ້ຖືກຈັດຂຶ້ນຢ່າງສຳເລັດຈົບງາມ ແລະ ເປັນນິມິດໝາຍອັນດີ. ທ່ານສາມາດຕິດຕາມຄວາມຄືບໜ້າ ແລະ ຮຽນຮູ້ເພີ່ມເຕີມກ່ຽວກັບໂຄງການນີ້ໄດ້ທີ່ World Mosquito Program Laos

ທີ່ມາ Save the Children in Laos

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
site cover1 (74)
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
site cover1 (73)
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
site cover1 (71)
WhatsApp ລຶບບັນຊີສແກມເມີ ຫຼາຍກວ່າ 6.8 ລ້ານບັນຊີ ພ້ອມເຕືອນກ່ຽວກັບວິທີໃໝ່ຂອງມິດຈະຊີບ ທີ່ນຳໃຊ້ ChatGPT ສ້າງຂໍ້ຄວາມຫລອກເຫຍື່ອ
_cover - 2025-08-11T113732.652
ຣັດເຊຍ ປະກາດ 2 ແຜນຍຸດທະສາດ ສໍາຄັນ! ຂະຫຍາຍທາງລົດໄຟ ເຊື່ອມຕໍ່ ສປ ຈີນ- ສປປ ລາວ ແລະ ອາຊຽນ
ຢ່າລື່ມກົດຕິດຕາມ