Copy of site cover (53)
Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 May, 2025

ຄອມພິວເຕີທີ່ພວກເຮົາໃຊ້ທຸກມື້ນີ້ ມັກມີພື້ນທີ່ເກັບຂໍ້ມູນທີ່ເອີ້ນວ່າ Drive C ແລະ Drive D, ເຊິ່ງເບິ່ງຄືວ່າສາມາດໃຊ້ງານໄດ້ຄ້າຍຄືກັນ. ຫຼາຍຄົນຈຶ່ງສົງໄສວ່າ ໄດຣຟ໌ທັງສອງນີ້ມີຄວາມແຕກຕ່າງກັນແນວໃດ, ແຕ່ລະໄດຣຟ໌ມີໜ້າທີ່ສະເພາະຫຍັງ, ແລະ ຖ້າສາມາດເກັບຂໍ້ມູນປະເພດດຽວກັນໄດ້ ເປັນຫຍັງຈຶ່ງຕ້ອງແຍກອອກຈາກກັນ.

Drive C ແມ່ນຫຍັງ? Drive C ຄື ໄດຣຟ໌ຫຼັກ (Primary Drive) ຂອງລະບົບຄອມພິວເຕີ

ໜ້າທີ່ຫຼັກ:

  • ເກັບລະບົບປະຕິບັດການ (OS) ເຊັ່ນ Windows, IOS ເປັນຕົ້ນ
  • ເກັບໄຟລ໌ໂປຣແກຣມທີ່ຕິດຕັ້ງໃນເຄື່ອງ
  • ໃຊ້ເປັນພື້ນທີ່ເຮັດວຽກສຳລັບໂປຣແກຣມຕ່າງໆ ແລະ ໄຟລ໌ຊົ່ວຄາວ (Temporary Files)

ຂໍ້ຄວນລະວັງ:

  • ບໍ່ຄວນເກັບໄຟລ໌ທີ່ບໍ່ຈຳເປັນໃນໄດຣຟ໌ນີ້ຫຼາຍເກີນໄປ ເພາະພື້ນທີ່ທີ່ຫຼຸດລົງອາດເຮັດໃຫ້ລະບົບເຮັດວຽກຊ້າລົງ

Drive D ແມ່ນຫຍັງ? Drive D ມັກຖືກໃຊ້ເປັນ ໄດຣຟ໌ເສີມ (Secondary Drive)

ໜ້າທີ່ຫຼັກ:

  • ເກັບຂໍ້ມູນສ່ວນຕົວ ເຊັ່ນ ຮູບພາບ, ວິດີໂອ, ເອກະສານ ແລະ ໄຟລ໌ອື່ນໆ
  • ໃຊ້ເປັນພື້ນທີ່ສຳຮອງ (Backup) ຫຼື ພື້ນທີ່ແຍກສຳລັບເກັບຂໍ້ມູນທີ່ບໍ່ກ່ຽວຂ້ອງກັບລະບົບປະຕິບັດການ

ຂໍ້ດີ:

  • ຫຼຸດຄວາມສ່ຽງທີ່ໄຟລ໌ສ່ວນຕົວຈະສູນຫາຍຫາກລະບົບປະຕິບັດການໃນໄດຣຟ໌ C ເສຍຫາຍ
  • ຊ່ວຍຈັດການຂໍ້ມູນໃຫ້ງ່າຍຂຶ້ນແລະມີລະບຽບ

ເປັນຫຍັງຈຶ່ງຕ້ອງແຍກ Drive C ແລະ Drive D?

ໃນຄວາມເປັນຈິງແລ້ວ, ຂໍ້ມູນທັງໝົດສາມາດຈັດເກັບຮ່ວມກັນໄວ້ໃນໄດຣຟ໌ດຽວໄດ້ ແຕ່ຫາກເກີດບັນຫາກ່ຽວກັບລະບົບ ເຊັ່ນ ລະບົບປະຕິບັດການເສຍຫາຍຈົນຕ້ອງນຳເຄື່ອງໄປສ້ອມແປງ, ການເກັບຂໍ້ມູນແບບບໍ່ເປັນລະບຽບອາດສ້າງຄວາມຫຍຸ້ງຍາກໃນການຈັດການຂໍ້ມູນ. ການແຍກເກັບຂໍ້ມູນໃນໄດຣຟ໌ທີ່ເປັນລະບຽບຈຶ່ງມີຂໍ້ດີດັ່ງນີ້:

  1. ປ້ອງກັນຂໍ້ມູນສູນຫາຍ
    • ຫາກລະບົບປະຕິບັດການໃນໄດຣຟ໌ C ມີບັນຫາ ເຊັ່ນ ໄວຣັສ ຫຼື ລະບົບລົ້ມ, ຂໍ້ມູນໃນໄດຣຟ໌ D ຈະຍັງປອດໄພ
  2. ເພີ່ມຄວາມສະດວກໃນການຈັດການ
    • ຊ່ວຍໃຫ້ຜູ້ໃຊ້ງານສາມາດແຍກຂໍ້ມູນສຳຄັນອອກຈາກຂໍ້ມູນທົ່ວໄປ, ເຮັດໃຫ້ຄົ້ນຫາແລະຈັດການໄຟລ໌ໄດ້ງ່າຍຂຶ້ນ
  3. ເພີ່ມປະສິດທິພາບຂອງຄອມພິວເຕີ
    • ການເກັບຂໍ້ມູນໃນໄດຣຟ໌ D ແທນໄດຣຟ໌ C ຊ່ວຍຫຼຸດການໃຊ້ງານພື້ນທີ່ຂອງລະບົບຫຼັກ, ເຮັດໃຫ້ຄອມພິວເຕີເຮັດວຽກໄດ້ໄວຂຶ້ນ
  4. ສະໜັບສະໜູນການແບັກອັບ
    • ການເກັບຂໍ້ມູນໃນໄດຣຟ໌ D ເຮັດໃຫ້ການແບັກອັບຂໍ້ມູນສະເພາະໄຟລ໌ສ່ວນຕົວງ່າຍຂຶ້ນ ໂດຍບໍ່ຕ້ອງກ່ຽວຂ້ອງກັບໄຟລ໌ລະບົບ

ຂໍ້ຄວນລະວັງໃນການໃຊ້ງານ Drive C ແລະ D

  • ຢ່າເກັບໄຟລ໌ສຳຄັນໃນໄດຣຟ໌ C ໂດຍບໍ່ຈຳເປັນ ເພາະອາດສູນຫາຍໄດ້ງ່າຍເມື່ອລະບົບມີບັນຫາ
  • ກວດສອບພື້ນທີ່ໄດຣຟ໌ D ເປັນປະຈຳ ແລະ ແບັກອັບຂໍ້ມູນສຳຄັນໄວ້ໃນທີ່ປອດໄພ ເຊັ່ນ ຮາດດິສກ໌ພາຍນອກ ຫຼື Cloud Storage

ການເຂົ້າໃຈຫຼັກການໃຊ້ງານຂອງໄດຣຟ໌ຕ່າງໆ ໃນຄອມພິວເຕີຊ່ວຍໃຫ້ທ່ານຈັດເກັບຂໍ້ມູນໄດ້ຢ່າງເປັນລະບຽບ, ແຍກໄຟລ໌ລະບົບປະຕິບັດການ, ໂປຣແກຣມ ແລະ ຂໍ້ມູນສ່ວນຕົວອອກຈາກກັນຢ່າງຊັດເຈນ. ວິທີນີ້ບໍ່ພຽງແຕ່ຊ່ວຍໃຫ້ການຈັດການຂໍ້ມູນງ່າຍຂຶ້ນ ແຕ່ຍັງຊ່ວຍຫຼຸດຄວາມສ່ຽງຕໍ່ການສູນຫາຍຂອງຂໍ້ມູນສຳຄັນໃນກໍລະນີທີ່ລະບົບເກີດບັນຫາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (72)
6 ທັກສະສຳຄັນ ກຽມຕົວໃຫ້ພ້ອມຮັບມືຍຸກ AI ຄອງໂລກ
site-cover (71)
ຜັກທີ່ໄດ້ຊື່ວ່າເປັນ "ລາຊາໂລກຕັບເນົ່າ" ອັນຕະລາຍຍິ່ງກວ່າດື່ມແອລກໍຮໍ
Copy of site cover (53)
Drive C ແລະ Drive D: ເປັນຫຍັງຕ້ອງເກັບຂໍ້ມູນແຍກກັນ?
site-cover (70)
ສະຫະລັດ-ຈີນເປີດເຜີຍຕົງກັນວ່າ ການເຈລະຈາການຄ້າຄືບໜ້າ
site-cover (69)
ຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500 ລ້ານກີບ ຂໍ້ຫາຂົນສົ່ງໄອສ໌
site-cover (68)
ນັກວິທະຍາສາດວິເຄາະແລ້ວ, ຄຳທຳນາຍວັນສິ້ນໂລກຂອງ "ອີລອນ ມັສກ໌" ຈະເປັນຈິງປີໃດ?
Copy of site cover (21)
ວິທີການລຶບໄຟລຂີ້ເຫຍື້ອໃນ Windows 10 ຢ່າງປອດໄພ ແລະ ໄດ້ຮັບຜົນດີດ້ວຍວິທີດັ່ງຕໍ່ໄປນີ້
Copy of site cover (20)
ບາເຊໂລນາ ເອົາຊະນະ ເຣອັລ ມາດຣິດ ຢ່າງສຸດມັນ ຮັກສາຕຳແໜ່ງຈ່າຝູງໃນລີກ ລາ ລີກາ ສະເປນ
site-cover (67)
ຮາມາສຈະປ່ອຍຕົວທະຫານອາເມລິກາ ສະແດງໄມຕີຕໍ່ "ທຣຳປ໌" ຍ້ຽມຍາມຕາເວັນອອກກາງ
Copy of site cover (19)
ຜົນການແຂ່ງຂັນພຣີເມຍລີກ: ແມນຢູ ເສຍ ເວສຕ໌ແຮມ 0-2 ຜີແດງປ່ອຍເກມ ຖືກຂຸນຄ້ອນຕີຕາຍຄາບ້ານ
ຢ່າລື່ມກົດຕິດຕາມ