Copy of site cover (22)
ອາໂມຣິມ ຕັດໜ້າ ເຊີຈິມ! ຈ່າຍເງິນເອງໃຫ້ທີມງານຂອງແມນເຊສເຕີຣ ຢູໄນເຕັດ ເພື່ອເຂົ້າຊົມນັດຊິງຊະນະເລີດຢູຟາ ຢູໂຣປາ ລີກ
ຮຽບຮຽງໂດຍ:kaling
ເຜີຍແຜ່: 14 May, 2025
ໝວດ: ກິລາ

ຣູເບນ ອາໂມຣິມ ຜູ້ຈັດການທີມ ແມນຢູ ສ້າງຄວາມປະທັບໃຈໃຫ້ແກ່ທີມງານພະນັກງານຂອງຕົນ 30 ຄົນ ແລະ ຄອບຄົວໄດ້ເດີນທາງໄປຊົມເກມຊິງຊະນະເລີດ ຢູໂຣປາ ລີກ ກົງກັນຂ້າມກັບນະໂຍບາຍຂອງສະໂມສອນທີ່ພະຍາຍາມປະຢັດລາຍຈ່າຍທຸກດ້ານ.

ແມນຯ ຢູໄນເຕັດ ພາຍໃຕ້ການບໍລິຫານງານຂອງ ເຊີ ຈິມ ແຣັດຄລິຟ ມະຫາເສດຖີອັງກິດຖືກສື່ເປີດເຜີຍວ່າຍົກເລີກນະໂຍບາຍການມອບປີ້ຟຣີໃນເກມຊິງຊະນະເລີດໃຫ້ກັບພະນັກງານທຸກຄົນເພື່ອເກັບໄວ້ຂາຍຕໍ່ໃຫ້ແຟນບານເຊິ່ງເປັນມາດຕະການຮັດແອວຂອງລາວຂໍ້ໜຶ່ງ ຫຼັງຈາກເຄີຍປົດພະນັກງານໃນຕຳແໜ່ງທີ່ຊ້ຳຊ້ອນ ແລະ ບໍ່ມີຄວາມສຳຄັນມາແລ້ວສອງຮອບ

ຈາກການຕັດສິນໃຈດັ່ງກ່າວຂອງ ເຊີ ແຣັດຄລິຟ, ແມນຯ ຢູໄນເຕັດ ຈະໃຊ້ວິທີການຈັດງານໃນເມືອງໂດຍແຈກເຄື່ອງດື່ມຟຣີໃຫ້ພະນັກງານສອງຈອກ, ແຕ່ໝູ່ທີ່ເຂົ້າມາຮ່ວມງານເຊຍ ປີສາດແດງ ປະທະກັບ ສະເປີສ ໃນວັນທີ 21 ພ.ຄ. ຈະຕ້ອງຊື້ເຄື່ອງດື່ມເອງ.

ນອກຈາກນີ້, ຜູ້ບໍລິຫານຜີແດງ ປະກາດຫຼຸດການແຈກປີ້ຟຣີໃຫ້ກັບນັກເຕະເຫຼືອຄົນລະສອງໃບເທົ່ານັ້ນ ແລະ ກຳນົດໃຫ້ນັກເຕະຊື້ປີ້ແຈກຈ່າຍໃຫ້ກັບຄອບຄົວໄດ້ບໍ່ເກີນ 10 ໃບ, ພ້ອມລະບຸວ່າຈະບໍ່ມີການແຫ່ແຊມປ໌ຖ້າຫາກທີມເອົາຊະນະ ໄກ່ດຽວທອງ ໄດ້ ໂດຍຈະມີງານປາຕີ້ບາບີຄິວໃນສະໜາມຊ້ອມແທນ ເນື່ອງຈາກສະໂມສອນຕ້ອງບິນໄປເຕະນັດພິເສດທີ່ອາຊີສອງເກມເພື່ອຫາເງິນຫຼັງຈາກປິດລະດູການໄດ້ບໍ່ດົນ.

ຈົນຮອດລ່າສຸດເມື່ອວັນທີ 13 ພ.ຄ., ອີເອສພີເອັນ ເປີດເຜີຍວ່າ ອາໂມຣິມ ແຈ້ງກັບສະໂມສອນແລ້ວວ່າຍິນດີຮັບຜິດຊອບຈ່າຍຄ່າປີ້ ແລະ ຄ່າເດີນທາງໃຫ້ກັບພະນັກງານ 30 ຄົນຂອງລາວທັງໂຄ້ຊ, ນັກກາຍະພາບ ແລະ ຄອບຄົວເດີນທາງໄປເບິ່ງເກມທີ່ສະໜາມ ຊານ ມາເມສ ຂອງທີມ ແອດເລຕິກ ບິນເບົາ, ໂດຍພະນັກງານແຕ່ລະຄົນສາມາດເຊີນແຂກຮ່ວມເດີນທາງໄດ້ສອງຄົນ.

ສຳລັບນັດຊິງຊະນະເລີດ ຢູໂຣປາ ລີກ, ຢູຟ່າ ມອບປີ້ເຂົ້າຊົມເກມໃຫ້ສອງທີມຄູ່ຊິງຊະນະເລີດຈຳນວນ 15,000 ໃບເທົ່າກັນ, ແຕ່ ສະເປີສ ເດີນນະໂຍບາຍຕ່າງຈາກ ແມນຯ ຢູໄນເຕັດ ໂດຍສະໂມສອນແຫ່ງກຸງລອນດອນຈະມອບປີ້ຟຣີໃຫ້ພະນັກງານ 700 ຄົນຄົນລະໜຶ່ງໃບ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ