Google ກຳລັງອັບເດດຄຸນສົມບັດໃໝ່ໃຫ້ “AI Mode” ໃນ Google Search ໂດຍເພີ່ມຄວາມສາມາດແບບຫຼາຍໂໝດ ທີ່ຊ່ວຍໃຫ້ລະບົບສາມາດ “ເຫັນ” ຮູບພາບທີ່ຜູ້ໃຊ້ອັບໂຫຼດເຂົ້າມາ ເພື່ອໃຫ້ຕອບຄຳຖາມໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.
AI Mode ເປີດຕົວແບບພຣີວິວໃນວົງຈຳກັດເມື່ອເດືອນທີ່ຜ່ານມາ ສຳລັບຜູ້ສະໝັກສະມາຊິກ Google One AI Premium ໂດຍເປັນຄຸນສົມບັດທົດລອງໃນ Google Search ທີ່ໃຊ້ປັນຍາປະດິດເຊີງສ້າງສັນ (Generative AI) ຊ່ວຍໃຫ້ຜູ້ໃຊ້ສາມາດຕັ້ງຄຳຖາມຫຼາຍສ່ວນທີ່ຊັບຊ້ອນ ແລະ ຕິດຕາມຄຳຖາມຕໍ່ເນື່ອງເພື່ອເຈາະເລິກໃນຫົວຂໍ້ສະເພາະໄດ້.
ຈາກການອັບເດດໃນມື້ນີ້, ຜູ້ໃຊ້ທີ່ສາມາດເຂົ້າເຖິງ AI Mode ຈະສາມາດອັບໂຫຼດຮູບພາບ ແລະ ຕັ້ງຄຳຖາມກ່ຽວກັບສິ່ງທີ່ລະບົບເຫັນໄດ້. ໂດຍ Google ເປີດເຜີຍໃນບລັອກໂພສຕ໌ວ່າ ຄຸນສົມບັດນີ້ຍັງເລີ່ມທະຍອຍເປີດໃຫ້ໃຊ້ງານກັບຜູ້ໃຊ້ນັບລ້ານຄົນທີ່ລົງທະບຽນໃນໂປຣແກຣມ Labs ເພື່ອທົດລອງໃຊ້ແອັບພລິເຄຊັນໃໝ່ກ່ອນໃຜ.
Google ລະບຸວ່າ ຄວາມສາມາດໃນການວິເຄາະຮູບພາບຂອງ AI Mode ຂັບເຄື່ອນດ້ວຍເຕັກໂນໂລຢີການຄົ້ນຫາແບບຫຼາຍໂໝດຈາກ Google Lens ຊຶ່ງເປັນແອັບໃນສະມາດໂຟນທີ່ໃຫ້ຜູ້ໃຊ້ສາມາດຖ່າຍຮູບແລ້ວຄົ້ນຫາພາຍໃນ Google Search ໄດ້.
ຂໍ້ມູນຈາກ Google ລະບຸວ່າ AI Mode ຈະສາມາດເຂົ້າໃຈຮູບພາບທັງສາກທີ່ອັບໂຫຼດ ລວມເຖິງຄວາມສຳພັນລະຫວ່າງວັດຖຸຕ່າງໆ ພາຍໃນຮູບພາບ. ນອກຈາກນີ້ຍັງສາມາດຮັບຮູ້ວັດສະດຸ, ຮູບຮ່າງ, ສີ, ແລະ ການຈັດວາງຂອງວັດຖຸເຫຼົ່ານັ້ນໄດ້ອີກດ້ວຍ. ໂດຍລະບົບຈະຕັ້ງຄຳຖາມຫຼາກຫຼາຍກ່ຽວກັບຮູບພາບແລະວັດຖຸທີ່ຢູ່ໃນນັ້ນ ເພື່ອໃຫ້ສາມາດໃຫ້ຄຳຕອບທີ່ລະອຽດກວ່າການຄົ້ນຫາທົ່ວໄປໃນ Google Search.
ຕົວຢ່າງໜຶ່ງທີ່ Google ຍົກມາຄື: ຜູ້ໃຊ້ອາດຖ່າຍຮູບຊັ້ນໜັງສືຂອງຕົນ ແລ້ວພິມຄຳຖາມວ່າ “ຖ້າຂ້ອຍມັກໜັງສືເຫຼົ່ານີ້, ມີຫົວໃດແນະນຳເພີ່ມເຕີມແດ່?” AI Mode ຈະສະແກນຮູບພາບເພື່ອລະບຸຊື່ໜັງສືແຕ່ລະຫົວ ຈາກນັ້ນຈຶ່ງຄົ້ນຄວ້າກ່ຽວກັບໜັງສືເຫຼົ່ານັ້ນແລ້ວແນະນຳໜັງສືອື່ນໆ ທີ່ຄ້າຍຄືກັນໃຫ້.
ນອກຈາກນີ້, ຜູ້ໃຊ້ຍັງສາມາດຕັ້ງຄຳຖາມເພີ່ມເຕີມໄດ້, ເຊັ່ນ ອາດລະບຸວ່າ “ຢາກໄດ້ຫົວທີ່ອ່ານຈົບໄວໆ, ຫົວໃດໃນຄຳແນະນຳທີ່ສັ້ນທີ່ສຸດ?”
Robby Stein ຮອງປະທານຝ່າຍຜະລິດຕະພັນຂອງ Google Search ກ່າວເນັ້ນວ່າ “AI Mode ພັດທະນາຕໍ່ຍອດຈາກຄວາມພະຍາຍາມຫຼາຍປີໃນດ້ານການຄົ້ນຫາດ້ວຍຮູບພາບ ແລະ ຍົກລະດັບໄປອີກຂັ້ນໜຶ່ງ.”
ເຖິງຢ່າງໃດກໍຕາມ, ເນື່ອງຈາກ AI Mode ຍັງເປັນຄຸນສົມບັດທົດລອງ, ຈຶ່ງຍັງບໍ່ຊັດເຈນວ່າບໍລິການນີ້ໄດ້ຮັບຄວາມນິຍົມຫຼາຍໜ້ອຍພຽງໃດ. ໂດຍ Google ເປີດຕົວເມື່ອເດືອນທີ່ຜ່ານມາເພື່ອຕອບໂຕ້ການມາຂອງແອັບພລິເຄຊັນຄົ້ນຫາດ້ວຍ AI ແບບສ້າງສັນທີ່ໄດ້ຮັບຄວາມນິຍົມ ເຊັ່ນ Perplexity ແລະ ChatGPT Search ຂອງ OpenAI ທີ່ມີຄວາມສາມາດໃກ້ຄຽງກັນ.
Google ລະບຸວ່າຈະຍັງຄົງປັບປຸງປະສົບການຜູ້ໃຊ້ ແລະ ຂະຫຍາຍຂີດຄວາມສາມາດຂອງ AI Mode ຕໍ່ໄປ ກ່ອນເປີດໃຫ້ໃຊ້ງານທົ່ວໄປໃນອະນາຄົດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,477 | 21,686 |
![]() THB | 643.41 | 655.63 |
![]() EUR | 23,729 | 24,202 |
![]() CNY | 2,898 | 2,954 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |