Copy of site cover (58)
ເກີດຫຍັງຂຶ້ນ! ອັລ-ອາຫ໌ລີ ຕັດສິນໃຈປ່ອຍຕົວ "ເຟີມີໂນ" ທັງທີ່ຫາກໍ່ສ້າງປະຫວັດສາດຄວ້າແຊມ ACL
ຮຽບຮຽງໂດຍ:kaling
ເຜີຍແຜ່: 14 May, 2025
ໝວດ: ຂ່າວ

ຈົບສິ້ນການຜະຈົນໄພໃນລີກຊາອຸຯ! ອັລ-ອາຫ໌ລີ ຍືນຍັນແຍກທາງກັບ ໂຣແບັດໂຕ ເຟີມີໂນ ຫຼັງຈົບລະດູການນີ້ ເຖິງແມ່ນວ່າລາວຫາກໍ່ມີສ່ວນສຳຄັນໃນການຄວ້າແຊມລະດັບທະວີບກໍຕາມ

ວັນທີ 14 ພຶດສະພາ 68 ລາຍງານຈາກ ysscores ເປີດເຜີຍວ່າ ອັລ ອາຫ໌ລີ ສະໂມສອນຊື່ດັງແຫ່ງລີກຊາອຸດີອາຣະເບຍ ໄດ້ບັນລຸຂໍ້ຕົກລົງກັບ ໂຣແບັດໂຕ ເຟີມີໂນ ກອງໜ້າຊາວບຣາຊິລຽນອາຍຸ 33 ປີ ໃນການຍຸດຕິສັນຍາຂອງລາວຫຼັງສິ້ນສຸດລະດູການປັດຈຸບັນນີ້ເປັນທີ່ຮຽບຮ້ອຍແລ້ວ

ການຕັດສິນໃຈຄັ້ງນີ້ເກີດຂຶ້ນພຽງບໍ່ດົນ ຫຼັງຈາກທີ່ ເຟີມີໂນ ຫາກໍ່ມີສ່ວນສຳຄັນໃນການນຳທັບ “ອັລ ອາຫ໌ລີ” ສ້າງປະຫວັດສາດ ຄວ້າແຊມ ACL Elite ຊຶ່ງເປັນແຊມລະດັບທະວີບຄັ້ງທຳອິດຂອງສະໂມສອນໄດ້ສຳເລັດ ເຖິງຢ່າງໃດກໍຕາມ ກ່ອນໜ້ານີ້ລາວຖືກຕັດຊື່ອອກຈາກທີມຊຸດລຸຍສຶກຊາອຸດິ ໂປຣລີກ ເຫຼືອພຽງແຕ່ລາຍການບອນຖ້ວຍເອເຊຍໃຫ້ລົງຫຼິ້ນເທົ່ານັ້ນ

ຄາລິດ ອັລ ກັມດີ ປະທານສະໂມສອນ ອັລ ອາຫ໌ລີ ໄດ້ອອກມາຢືນຢັນເຖິງເລື່ອງນີ້ດ້ວຍຕົວເອງ ໂດຍລະບຸວ່າ:

“ສະໂມສອນໄດ້ບັນລຸຂໍ້ຕົກລົງຂັ້ນສຸດທ້າຍກັບ ໂຣແບັດໂຕ ເຟີມີໂນ ກອງໜ້າຊາວບຣາຊິນແລ້ວ ໂດຍຈະຍຸດຕິສັນຍາຂອງລາວກັບທີມຫຼັງສິ້ນສຸດລະດູການປັດຈຸບັນນີ້ ຫຼັງຈາກບັນລຸຂໍ້ຕົກລົງໃນການຈ່າຍຄ່າຊົດເຊີຍໃນທີ່ສຸດ”

ອັລ ກັມດີ ຍັງກ່າວເສີມອີກວ່າ ທັງສອງຝ່າຍສາມາດຕົກລົງເລື່ອງຄ່າຊົດເຊີຍທາງການເງິນກັນໄດ້ດ້ວຍດີ ເຮັດໃຫ້ ເຟີມີໂນ ຈະສາມາດຍ້າຍອອກຈາກທີມໄປໄດ້ໂດຍບໍ່ມີບັນຫາໃດໆ ຊຶ່ງຖືເປັນການປິດສາກການຄ້າແຂ້ງຂອງລາວກັບສະໂມສອນແຫ່ງນີ້ຢ່າງເປັນທາງການ

ສຳລັບ ເຟີມີໂນ ຍ້າຍຈາກ ລິເວີພູນ ມາຮ່ວມທັບ ອັລ-ອາຫ໌ລີ ເມື່ອຊ່ວງລະດູຮ້ອນປີ 2023 ດ້ວຍຄວາມຄາດຫວັງທີ່ສູງ ແຕ່ຜົນງານໂດຍລວມຂອງລາວກັບບໍ່ເປັນໄປຕາມທີ່ສະໂມສອນຕ້ອງການ ເຮັດໃຫ້ຝ່າຍບໍລິຫານຕັດສິນໃຈຍຸດຕິສັນຍາກັນດ້ວຍຄວາມເຂົ້າໃຈທັງສອງຝ່າຍ

ເຖິງແມ່ນວ່າຟອມການຫຼິ້ນສ່ວນຕົວອາດຈະບໍ່ໂດດເດັ່ນເທົ່າທີ່ຄາດຫວັງ ແຕ່ປະຕິເສດບໍ່ໄດ້ວ່າ ເຟີມີໂນ ກໍມີບົດບາດສຳຄັນໃນການຊ່ວຍໃຫ້ ອັລ-ອາຫ໌ລີ ປະສົບຄວາມສຳເລັດຄັ້ງປະຫວັດສາດ ດ້ວຍການຄວ້າແຊມ AFC Champions League ມາຄອງໄດ້ສຳເລັດ

ໃນຂະນະດຽວກັນ, ເບນ ຈາຄັອບ ນັກຂ່າວຊື່ດັງ ໄດ້ລາຍງານເພີ່ມເຕີມວ່າ ຟລາເມງໂກ ສະໂມສອນຍັກໃຫຍ່ໃນລີກບຣາຊິນ ຊຶ່ງເປັນທີມບ້ານເກີດຂອງ ເຟີມີໂນ ກຳລັງໃຫ້ຄວາມສົນໃຈໃນການດຶງຕົວລາວກັບໄປຄ້າແຂ້ງໃນບ້ານເກີດອີກຄັ້ງ ຊຶ່ງຄົງຕ້ອງຕິດຕາມກັນຕໍ່ໄປວ່າອະນາຄົດຂອງ “ບັອບບີ້” ຈະເປັນແນວໃດຫຼັງສິ້ນສຸດສັນຍາກັບ ອັລ-ອາຫ໌ລີ ໃນຊ່ວງລະດູຮ້ອນນີ້

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ